ໃນລາຍການຊີວິດຊາວລາວ ແລງວັນພະຫັດມື້ນີ້ ເຮົາຈະນຳເອົາ
ການສຳພາດ ກ່ຽວກັບຄວາມຄິດເຫັນຂອງ ບັນດາສະມາຊິກປະ
ຊາຄົມອາເມຣິກັນເຊື້ອສາຍລາວ ເລື່ອງການໂຄສະນາຫາສຽງ
ເລືອກຕັ້ງປະທານາທິບໍດີ ສະຫະລັດ ປີ 2016 ທີ່ກຳລັງດຳເນີນ
ຢູ່ໃນຂະນະນີ້. ຂັ້ນຕອນການເລືອກຕັ້ງແບບປະຊາທິປະໄຕແລະ
ເສລີ ທີ່ຕ້ອງໃຊ້ເວລາຍາວນານ ແລະທຸ້ມເທເງິນຄຳ ແລະເຮື່ອແຮງຢ່າງມະຫາສານ ໄດ້
ມີອັນເປັນໄປຢ່າງໃດນັ້ນ ເຮົາຂໍໃຫ້ທ່ານພົບກັບ ກິ່ງສະຫວັນ ໄດ້ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊິນຟັງການສຳພາດ ອາເມຣິກັນເຊື້ອສາຍລາວ ກ່ຽວກັບການເລືອກຕັ້ງ ປະທານາທິບໍດີ ສະຫະລັດ ປີ 2016
ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ຂ້າພະເຈົ້າ ຈະນຳພາທ່ານໄປ ຕິດຕາມເບິ່ງ ການ
ເລືອກຕັ້ງ ປະທານາທິບໍດີ ຢູ່ໃນສະຫະລັດ ຊຶ່ງມີຂຶ້ນທຸກໆສີ່ປີທີ່ ກຳລັງດຳເນີນຢູ່ໃນ
ຂະນະນີ້. ທ່ານ Barack Obama ປະທານາທິບໍດີ ສະຫະລັດ ຄົນທີ 44 ເປັນຄົນຜີວ
ດຳຜູ້ທຳອິດສັງກັດພັກເດໂມແຄຣັດ ຈະໝົດໜ້າທີ່ລົງໃນ ເດືອນມັງກອນ ປີ 2017 ປີໜ້ານີ້. ຂ່າວສຳຄັນ ແລະໜ້າຕື່ນເຕັ້ນອີກອັນໜຶ່ງນັ້ນກໍຄືວ່າ ທ່ານ Obama ຈະເປັນ ປະທານາທິບໍດີ ສະຫະລັດ ຄົນທຳອິດ ທີ່ມີກຳນົດວ່າ ຈະເດີນທາງມາຢ້ຽມຢາມ ສປປ
ລາວ ເພື່ອເຂົ້າຮ່ວມ ກອງປະຊຸມສຸດຍອດ ຂອງສະມາຄົມບັນດາປະເທດຊາດໃນເຂດ
ເອເຊຍອາຄະເນຫລືອາຊຽນແລະກອງປະຊຸມສຸດຍອດເອເຊຍຕາເວັນອອກໃນເດືອນກັນຍາທີ່ຈະມາເຖິງນີ້.
ບັດນີ້ ເຮົາຈະຫັນມາເວົ້າເລື້ອງ ການເລືອກຕັ້ງ ປະທານາທິບໍດີ ທີ່ມີບັນດາຜູ້ສະມັກ ທັງ
ຍິງ ແລະຊາຍທີ່ເປັນຜູ້ມີປະສົບການຕ່າງໆນາໆມາເຊັ່ນສະມາຊິກສະພາສູງ ອະດີດລັດ
ຖະມົນຕີ ຕ່າງປະເທດ ຜູ້ປົກຄອງລັດ ແລະນັກທຸລະກິດ. ຜູ້ສະມັກ ເລືອກຕັ້ງ ປະທານາ
ທິບໍດີ ປີ 2016 ຈາກສອງພັກການເມືອງຄື ພັກຣີພັບບລິກັນ ປະກອບດ້ວຍ ຜູ້ສະມັກ 17
ທ່ານ ແລະພັກເດໂມແຄຣັດ ປະກອບດ້ວຍ 6 ທ່ານ ທີ່ເລີ່ມລົງມືໂຄສະນາຫາສຽງມາແຕ່
ປີ 2015. ບັດນີ້ລາຍຊື່ຂອງຜູ້ສະມັກ ໄດ້ສັ້ນລົງ ແລະຍັງຈະຖອນໂຕອອກໄປຕື່ມອີກບໍ່ຊ້າ
ກໍໄວ ເນື່ອງຈາກໄດ້ຮັບຄະແນນສຽງ ສະໜັບສະໜູນໜ້ອຍ ແລະສ່ວນທີ່ເຫລືອກໍຈະຖືກ
ຈ້ອນລົງ ໄປຈົນເຖິງລະດູໃບໄມ້ຫລົ່ນ ເພື່ອຈະຄັດເລືອກເອົາຜູ້ຕາງໜ້າພັກ ຄົນສຸດທ້າຍ
ເຂົ້າແຂ່ງຂັນ ຍາດເອົາຄະແນນເປັນ ປະທານາທິບໍດີ ຄົນໃໝ່ຂອງປະເທດ ໃນທ້າຍປີ
2016 ນີ້. ປະເພນີການເລືອກຕັ້ງຂັ້ນຕົ້ນ ໄດ້ເກີດຂຶ້ນຢູ່ທີ່ ລັດ Iowa ຕັ້ງຢູ່ພາກກາງຂອງ
ສະຫະລັດ ໃນອາທິດສຸດທ້າຍຂອງເດືອນມັງກອນທີ່ຜ່ານມາ ເພື່ອໃຫ້ປະຊາຊົນ ຜູ້ຢູ່ຫ່າງ
ໄກຈາກໂຕເມືອງໃຫຍ່ ທີ່ບໍ່ໄດ້ຮັບອິດທິພົນ ເປັນຜູ້ໄດ້ອອກສຽງກ່ອນ. ທີສອງຕໍ່ມາກໍແມ່ນ ຢູ່ລັດ New Hampshire ເພາະສະນັ້ນ ເຮົາຈຶ່ງຈະນຳເອົາການສຳພາດກັບ ປະຊາຊົນອາເມຣິກັນເຊື້ອສາຍລາວ ຜູ້ມີສິດປ່ອນບັດ ທີ່ຕັ້ງຖິ່ນຖານຢູ່ຂົງເຂດພາກຕາເວັນອອກແຫ່ງນີ້
ມາສະເໜີທ່ານ.
ວີໂອເອ ໄດ້ຖາມເຖິງຄວາມນຶກຄິດ ສິດເສຣີພາບ ໂດຍບໍ່ມີຄວາມຢ້ານກົວ ໃນການອອກຄວາມຄິດຄວາມເຫັນຂອງ ບັນດາທ່ານເຫລົ່ານີ້ວ່າ ເຂົາເຈົ້າມັກຜູ້ສະມັກຄົນໃດ ແລະດ້ວຍເຫດຜົນອັນໃດ?
ທ່ານຫຸມແພງ ເພັງສົມພອນ ຕັ້ງຖິ່ນຖານຢູ່ທີ່ລັດ Connecticut ໄດ້ໃຫ້ທັດສະນະສ່ວນໂຕຕໍ່ ວີໂອເອ ດັ່ງນີ້ :
ທ່ານຫຸມແພງ ເພງສົມພອນ
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານຫຸມແພງ ເພັງສົມພອນ
ທ່ານວັນມາລາ ພົງສະຫວັນ ກໍ່ແມ່ນສະມາຊິກ ສັງຄົມລາວ-ອາເມຣິກັນ ຜູ້ສຳຄັນອີີກຄົນໜຶ່ງ ຕັ້ງຖິ່ນຖານຢູ່ລັດ Rhode Island ທ່ານໄດ້ອະທິບາຍເຖິງເຫດຜົນວ່າ ເປັນຫຍັງທ່ານຈຶ່ງມີຄວາມປະທັບໃຈກັບຜູ້ສະມັກ ປະທານາທິບໍດີ ທີ່ທ່ານມັກ ແລະໄດ້ກ່າວຕໍ່ ວີໂອເອ ດັ່ງນີ້ :
ທ່ານວັນມາລາ ພົງສະຫວັນ
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານວັນມາລາ ພົງສະຫວັນ
ອີກທ່ານນ່ຶງຊຶ່ງຕັ້ງຖິ່ນຖານຢູ່ໃນລັດ New Hampshire ບ່ອນທີ່ມີການໂຕ້ວາທີ ການໂຄ ສະນາຫາສຽງ ແລະປ່ອນບັດຫາກໍມີຂຶ້ນ ກໍໄດ້ແກ່ ທ່ານວັນ ກອງມະນີ ຊຶ່ງທ່ານໄດ້ໃຫ້ທັດ
ສະນະສ່ວນໂຕແກ່ ວີໂອເອ ດັ່ງນີ້ :
New Hampshire Votes in Primary Election
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານວັນ ກອງມະນີ
Your browser doesn’t support HTML5
New Hampshire Primary Voters Speak Out
ຕິດຕາມມາອີກກໍຄື ທ່ານນຸ້ມ ສີຫາບຸດ ຕັ້ງຖິ່ນຖານຢູ່ໃນລັດ New Hampshire ເຊັ່ນກັນ
ຊຶ່ງທ່ານໄດ້ກ່າວຢ່າງເປີດເຜີຍເຖິງແນວຄິດຂອງທ່ານ ຕໍ່ ວີໂອເອ ວ່າ :
Your browser doesn’t support HTML5
ເຊິນຟັງການສຳພາດ ທ່ານນຸຸ້ມ ສີຫາບຸດ
ການໂຄສະນາຫາສຽງເປັນ ປະທານາທິບໍດີ ຂອງ ສະຫະລັດ ຕ້ອງໄດ້ໃຊ້ເວລາເຖິງສອງ
ປີ ກ່ອນການປ່ອນບັດເລືອກຕັ້ງທົ່ວໄປ ຜູ້ສະມັກຕ້ອງໄດ້ໃຊ້ເງິນຄຳຫລາຍລ້ານໂດລາ
ຄວາມຮູ້ຄວາມສາມາດ ແລະປະສົບການຂອງຜູ້ສະມັກ ຈະບໍ່ຄໍ້າປະກັນການໄດ້ຮັບໄຊຊະ
ນະ. ລີລາການປາກເວົ້າ ຜິກໄຫວທີ່ສ້າງ ຄວາມເຊື່ອຖື ແລະປະທັບໃຈໃຫ້ແກ່ ບັນດາຜູ້
ປ່ອນບັດນັ້ນ ແມ່ນໂອກາດຈະນຳພາໄປສູ່ການໄດ້ຮັບຄະແນນສຽງສະໜັບສະໜູນສ່ວນ
ຫລາຍ ທີ່ຈະຖືກສະເໜີໃຫ້ເປັນຜູ້ຕາງໜ້າພັກ ຢູ່ໃນການເລືອກຕັ້ງທົ່ວໄປ.
ຂັ້ນຕອນການຢັ່ງສຽງເລືອກຕັ້ງ ໄດ້ເລີ້ມຂຶ້ນຢູ່ທີ່ ລັດ Iowa ອາທິດແລ້ວນີ້ ຕໍ່ມາກໍແມ່ນ
ລັດ New Hampshire ທີ່ຫາກໍສິ້ນສຸດລົງໃນແລງວັນອັງຄານມື້ກ່ອນ ຊຶ່ງຜູ້ທີ່ຊະນະກໍ
ໄດ້ແກ່ ທ່ານ Donald Trump ສັງກັດພັກຣີພັບບລິກກັນ ແລະ ທ່ານ Bernie Sanders
ສັງກັດພັກເດໂມແຄຣັດ. ບັດນີ້ ການປ່ອນບັດຈະຍ້າຍໄປທີ່ ລັດ South Carolina ແລະ Nevada ຫລັງຈາກນັ້ນ ການປ່ອນທີ່ຮ້ອງວ່າ Super Tuesday ປີ 2016 ຈະມີຂື້ນຢູ່ໃນ ວັນອັງຄານ ທີ 1 ມີນາ ຢູ່ໃນ 12 ລັດພ້ອມໆກັນ ແລະ ວີໂອເອ ກໍຈະນຳເອົາຂັ້ນຕອນຂອງ ການເລືອກຕັ້ງດັ່ງກ່າວມາສະເໜີທ່ານອີກໃນບໍ່ຊ້ານີ້.