ພວກຜູ້ມີສິດປ່ອນບັດໃນ 3 ເມືອງນ້ອຍໆ ໄດ້ລົງຄະແນນສຽງ
ໃນນາທີທຳອິດ ໃນວັນອັງຄານມື້ນີ້ ທີ່ເປັນການເປີດສາກ
ເລີ້ມການເລືອກຕັ້ງຂັ້ນຕົ້ນຂອງປະທານາທີີບໍດີສະຫະລັດ
ໃນລັດ New Hampshire ທາງພາກຕາເວັນອອກສຽງເໜືອ
ຂອງສະຫະລັດ.
ມະຫາເສດຖີພັນລ້ານ ທ່ານ Donald Trump ສັງກັດພັກ Republican, ສະແດງທ່າທີຕໍ່ພວກທີ່ສະໜັບສະໜຸນທ່ານ ຂໍລາຍເຊັນໃນມະຫາວິທະຍາໄລ Plymouth ໃນ Plymouth, New Hampshire, 7 ກຸມພາ, 2016.
ໃນເມືອງ Dixville Notch ຜູ້ປົກຄອງລັດ Ohio ທ່ານ John
Kasich ໄດ້ຮັບ 3 ຄະແນນ ພຽງພໍທີ່ຈະຊະນະ 2 ຄະແນນຂອງ
ມະຫາເສດຖີພັນລ້ານ ທ່ານ Donald Trumpໃນການເລືອກຕັ້ງ
ຂອງພັກ Republican. ທ່ານ Bernie Sanders ສະມາຊິກ
ສະພາສູງຈາກລັດ Vermont ໄດ້ຮັບ 4 ຄະແນນ ຈາກພັກ
Democrats.
ສະມາຊິກສະພາສູງຈາກລັດ Vermont ທ່ານ Bernie Sanders ສັງກັດພັກ Democrats ຂຶ້ນກ່າວ ໃນວິທະຍາໄລ Great Bay ໃນເມືອງ Portsmouth, New Hampshire, 7 ກຸມພາ, 2016.
ທ່ານ Kasich ແລະທ່ານ Sanders ກໍເປັນຜູ້ຊະນະ ຢູ່ທີ່ເມືອງ Hart.
ອະດີດລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Clinton
ໄດ້ຮັບຄວາມນິຍົມທີ່ດີຂຶ້ນໃນເມືອງ Millsfield ຊຶ່ງຊະນະທ່ານ
Sanders 2 ຕໍ່ 1 ໃນຂະນະທີ່ສະມາຊິກສະພາສູງຈາກລັດ
Texasທ່ານ Ted Cruz ໄດ້ຮັບຄະແນນ 9 ຊະນະທ່ານ Trump
ທີ່ໄດ້ຮັບ 3 ຄະແນນ.
ສະມາຊິກສະພາສູງຈາກລັດ Texas Ted Cruz ສັງກັດພັກ Republican ຢືນຫົວຈາກຄຳຖາມຂອງເດັກຊາຍອາຍຸ 9 ຂວບ ໃນການຫາສຽງສົນທະນາ ແບບຖາມຕອບ ໃນເມືອງ Peterborough, New Hampshire, 7 ກຸມພາ, 2016.
ການລົງບ່ອນບັດໃນວັນອັງຄານມື້ນີ້ ການຢັ່ງຫາງສຽງສະແດງໃຫ້
ເຫັນວ່າທ່ານ Sanders ແມ່ນມີຄະແນນສອງເທົ່າ ນຳໜ້າທ່ານ
ນາງ Clinton ໃນລັດ New Hampshire.
ໃນການແຂ່ງຂັນຂອງພັກ Republican ນັ້ນ ທ່ານ Trump
ແມ່ນມີຄະແນນນຳໜ້າທີ່ສະບາຍໆ ໂດຍທີ່ທ່ານ Kasich,
ທ່ານ Cruz ສະມາຊິກສະພາສູງຈາກລັດ Florida ທ່ານ
Marco Rubio ແລະອະດີດຜູ້ປົກຄອງລັດ Florida ທ່ານ Jeb
Bush ແມ່ນມີຄະແນນໃກ້ຄຽງກັນ ເພື່ອຍາດເອົາອັນດັບສອງ.
ອະດີດລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Clinton ສັງກັດພັກ Democrats ໃນຂະນະທີ່ຂຶ້ນກ່າວ ໃນເມືອງ Manchester, New Hampshire, 8 ກຸມພາ, 2016.