ນິຕະຍະສານ Time ເລຶືອກເອົາ ບັນດາຜູ້ທີ່ຕໍ່ສູ້ກັບ ເຊື້ອອີໂບລາ ເປັນ ”ບຸກຄົນດີເດັ່ນແຫ່ງປີ”

Your browser doesn’t support HTML5

ນິຕະ​ຍະ​ສານ Time ​ ຂອງສະຫະລັດ ໄດ້ເລືອກ​ເອົາ​ ​ບັນດາ​ຜູ້
ຄົນທັງ​ໝົດ​ທີ່ໄດ້​ພົວພັນ​ກັບ ການ​ຕໍ່​ສູ້​ກັບເຊື້ອ​ອີ​ໂບລາ ​ໃຫ້​ເປັນ
“ບຸກຄົນ​ແຫ່ງ​ປີ” ຂອງ​ຕົນ.

ບັນນາທິການ ນິຕະຍະ​ສານ Time ທ່ານ​ນາງ Nancy Gibbs
ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ບັນດາແພດ ​ແລະ​ພະຍາ​ບານ​ພວກ​
ນັ້ນ ພາກັນ​ເຕັມ​ໃຈ​ທີ່​ຢືນຢູ່ ​ແລະ​ຕໍ່ສູ້​ ​ໃນ​ອັນ​ທີ່​ທ່ານ​ນາງ​ຮ້ອງວ່າ
“ສົງຄາມ.” ທ່ານ​ນາງ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ປະຕິບັດ​ງານ
ແລະ​ດຳ​ເນີນ ບົດບາດ​ແຫ່ງ​ຄວາມ​ກ້າຫານ ແລະຄວາມເມດ​ຕາ
ປາ​ນີ ​ຢາງບໍ່ອິດ​ເມື່ອຍ ​ແລ​ໄດ້ສ່ຽງ​ຊີວິດເ​ຂົາ​ເຈົ້າ​ເອງ ​ໃນ​ຂະນະ
​ທີ່​ຊ່ວຍຮັກສາຊີວິດ​ຄົນ​ອຶ່ນໆ ​ແລະຢືນ​ຢັດ​ປະຕິບັດ​ໜ້າ​ທີ່​ຕໍ່​ໄປ
​ເຖິງ​ແມ່ນ​ວ່າ ​ໃນ​ບາງກໍລະນີ ​ເຂົາ​ເຈົ້າເອງ​ໄດ້ຕິ​ດ​ເຊື້ອ​ອີ​ໂບລາແລ້ວ ກໍ​ຕາມ.

ທ່ານ​ນາງ Gibbs ກ່າວ​ອີກ​ວ່າ ບັນດາພະນັກງານແພດ​ເຫລົ່າ​ນັ້ນ ​ແມ່ນ​ມາ​ຈາກ​ທົ່ວ​ໂລກ ຮວມທັງຈາກ​ ອົງການນາຍ​ແພດ​ບໍ່​ມີ​ພົມ​ແດນ ​ແລະ​ Samaritan’s Purse ​ ຊຶ່ງ​ເປັນກຸ່ມ
ຊ່ວຍ​ເຫລືອ​ດ້ານການ​ແພດຂອງ​ຊາວຄຣິສ.

ພວກ​ພະນັກງານແພດບາງ​ຄົນ ກ່າວ​ຕໍ່ ນິຕະຍະ​ສານ Time ວ່າ​ ​ເຂົາ​ເຈົ້າ​ເຫັນ​ການ​ລອດ
​ຊີວິດຂອງ​ຕົນ​ເອງ ຫລັງ​ຈາກ​ໄດ້​ຕິດ​ເຊື້ອອີ​ໂບລາ​ແລ້ວ​ນັ້ນ ວ່າເປັນ​ໂອກາດ​ເທື່ອ​ທີ່​ສອງ ທີ່
ພະ​ເຈົ້າມອບ​ໃຫ້​ເຂົາ​ເຈົ້າ ​ເພື່ອຊ່ວຍ​ເຫລືອຄົນ​ອຶ່ນໆ.

​ໂຄສົກ​ທຳນຽບຂາວ ທ່ານ John Earnest ກ່າວ​ວ່າ ປະທານາທິບໍດີ Barack Obama ມີ
ຄວາມ​ພູ​ມ​ໃຈເປັນ​ທີ່​ສຸດ ນຳ​ບັນດາຊາຍແລະຍິງ ຜູ້​ພິລາດ​ອາດຫານເຫລົ່າ​ນັ້ນແລະມີຄວາມ
ຍິນ​ດີ​ເປັນ​ທີ່​ສຸດ ທີ່​ເຂົາ​ເຈົ້າ​ໄດ້​ຖືກ​ຮັບ​ຮູ້​ຈາກ​ນາ​ໆ​ຊາດ ​ໃນ​ສິ່ງ​ທີ່​ເຂົາເຈົ້າ​ສົມຄວນ​ໄດ້​ຮັບ.