ທ່ານເຣັກສ໌ ທິລເລີສັນ (Rex Tillerson) ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ກ່າວໃນວັນພະຫັດວານນີ້ວ່າ ສະຫະລັດຈະບໍ່ຍົກເລີກການລົງໂທດຕໍ່ຣັດເຊຍ ຈົນກວ່າວ່າ ມົສກູ ຈະຖອນກໍາລັງທະຫານຂອງຕົນ ອອກຈາກພາກຕາເວັນອອກຂອງຢູເຄຣນ ແລະ ແຫລມໄຄຣເມຍ (Crimea).
ທ່ານ ທິລເລີສັນກ່າວຢູ່ໃນກອງປະຊຸມກັບລັດຖະມົນຕີກະຊວງການຕ່າງປະເທດຈາກປະເທດສະມາຊິກຂອງອົງການຄວາມໝັ້ນຄົງແລະການຮ່ວມມືໃນຢູໂຣບ ຫລື OSCE ວ່າ "ຣັດເຊຍກໍາລັງປະກອບອາວຸດ, ນໍາພາ, ຝຶກອົບຮົມ ແລະສູ້ລົບຄຽງບ່າຄຽງໄຫລ່ກັບກໍາລັງ ຂອງຝ່າຍຕໍ່ຕ້ານລັດຖະບານ."
ການປະຊຸມຂອງລັດຖະມົນຕີບັນດາປະເທດໃນອົງການ OSCE ໄດ້ຈັດຂຶ້ນໃນຂະນະທີ່ສາຍພົວພັນລະຫວ່າງວໍຊິງຕັນ ແລະມົສກູມີຄວາມເຄັ່ງຕຶງ ໂດຍທີ່ຣັດເຊຍຖືກກ່າວຫາວ່າ ແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີສະຫະລັດ ແລະຢູ່ເບື້ອງຫຼັງກະແສຟອງຂອງການໂຈມຕີທາງອິນເຕີແນັດທີ່ເຮັດໃຫ້ມີຄວາມເສຍຫາຍ. ແຕ່ມົສກູແມ່ນໄດ້ປະຕິເສດຕໍ່ຂໍ້ກ່າວຫາທັງສອງນັ້ນ.
ທ່ານ ທິລເລີສັນກ່າວເພີ້ມອີກວ່າ "ພວກເຮົາຂໍຮຽກຮ້ອງໃຫ້ມີການຈັດຕັ້ງປະຕິບັດຕາມຂໍ້ຕົກ ລົງມິງສຄ໌ (Minsk) ຢ່າງເຕັມທີ່. ພວກເຮົາຈະບໍ່ຍອມຮັບຮູ້ການທີ່ຣັດເຊຍເຂົ້າຢຶດຄອງແລະປະກາດຮວມເອົາແຫລມໄຄຣເມຍ ເຂົ້າເປັນດິນແດນສ່ວນນຶ່ງຂອງຕົນ. ການລົງໂທດທີ່ກ່ຽວ ຂ້ອງກັບເຂດໄຄຣເມຍຍັງຈະມີຜົນບັງຄັບໃຊ້ຢູ່ຄືເກົ່າຈົນກວ່າວ່າຣັດເຊຍຈະຄືນແຫຼມດັ່ງກ່າວ ໃຫ້ແກ່ຢູເຄຣນ (Ukraine)."
ທ່ານ ເຊີເກ ລາວຣອບ (Sergei Lavrov) ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວຕໍ່ບັນດາລັດຖະມົນຕີກະຊວງການຕ່າງປະເທດຢູ່ກອງປະຊຸມ OSCE ວ່າ "ຄວາມຮັບ ຜິດຊອບທັງໝົດແມ່ນຂຶ້ນຢູ່ກັບຢູເຄຣນ," ເມື່ອເວົ້າເຖິງການກໍ່ຄວາມຮຸນແຮງ ຢູ່ເຂດພາກຕາເວັນອອກຂອງປະເທດ.
ຢູ່ໃນຂໍ້ຕົກລົງທີ່ເຊັນກັນໃນປີ 2015 ຢູ່ໃນນະຄອນຫລວງມິງສຄ໌ ຂອງເບລາຣຸສ (Belarus) ໄດ້ຮຽກຮ້ອງໃຫ້ມີການຢຸດຍິງ ລະຫວ່າງພວກແບ່ງແຍກດິນແດນທີ່ໜູນຫລັງໂດຍຣັດເຊຍ ທີ່ຕໍ່ສູ້ກັບກໍາລັງທະຫານຂອງຢູເຄຣນ (Ukraine) ໃນເຂດພາກຕາເວັນອອກຂອງປະເທດ ຊຶ່ງເປັນຄວາມຂັດແຍ້ງທີ່ພາໃຫ້ຫລາຍກວ່າ 10,000 ຄົນເສຍຊີວິດ. ຂໍ້ຕົກລົງດັ່ງກ່າວ ມັກຖືກລະເມີດຢູ່ສະເໝີມາ.
ການໃຫ້ຄໍາເຫັນດັ່ງກ່າວຂອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດມີຂຶ້ນຫລັງຈາກ ທີ່ທ່ານໄດ້ກ່າວຖິ້ມໂທດໃສ່ການກະທໍາຂອງຣັດເຊຍ ຢູ່ໃນຢູເຄຣນວ່າ ເປັນ "ອຸບປະສັກອັນດຽວທີ່ຫຍຸ້ງຍາກທີ່ສຸດ" ຕໍ່ການເຮັດໃຫ້ການພົວພັນລະຫວ່າງ ວໍຊິງຕັນ ແລະມົສກູກັບຄືນສູ່ປົກກະຕິໄດ້.
ທ່ານ ທິລເລີສັນ (Tillerson) ໄດ້ພົບກັບທ່ານ ລາວຣອບ (Lavrov) ຢູ່ນອກກອງປະຊຸມລັດຖະມົນຕີຂອງບັນດາປະເທດໃນອົງການ OSCE ໂດຍທີ່ລັດຖະມົນຕີຂອງຣັດເຊຍ ໄດ້ປະຕິເສດ ທີ່ຈະຕອບຄໍາຖາມ ຂອງນັກຂ່າວອາເມຣິກັນຄົນນຶ່ງ.
ບຸກຄົນທັງສອງໄດ້ພົບປະກັນ ຢູ່ຫ້ອງປະຊຸມນ້ອຍຫ້ອງນຶ່ງ ທີ່ມີຊ່າງພາບ ແລະນັກຂ່າວຂອງຣັດເຊຍເຂົ້າຮ່ວມ ຢ່າງຄັບຄາໜາແໜ້ນ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Tillerson Spars With on Ukraine Conflict