ທ່ານ ທິລເລີ​ສັນ ​ຢືນຢັນ ຢ່າງ​ໜັກ​ແໜ້ນ ວ່າ ສະຫະລັດ​​ ໃຫ້ຄຳ​ໝັ້ນ​ໝາຍ ​ຕໍ່​ອົງການ​ເນ​ໂຕ

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານເຣັກສ໌ ທິລເລີສັນ ເຂົ້າຮ່ວມສົນທະນາກັບ ປະທານແລະຫົວໜ້າ ບໍລິຫານ ທ່ານນາງເຈນ ຮາຣມັນ ຂອງສູນກາງ ວິລສັນ ທີ່ວໍຊີງຕັນ, 28 ພະຈິກ 2017.

​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ເຣັກສ໌ ທິລເລີ​ສັນ ກ່າວ​ວ່າ
ທ່ານ​ວາງ​ແຜນ​ທີ່​ຈະໃຫ້ການ​ຢືນຢັນ “ຢ່າງ​ໜັກ​ແໜ້ນ” ທີ່​ວ່າ ສະຫະລັດໃຫ້ຄຳ​ໝັ້ນ​ໝາຍ
​ຕໍ່​ອົງ ການ​ເນ​ໂຕ ​ໃນ​ຂະນະ​ທີ່​ທ່ານເດີນທາງໄປ​ຢ້ຽມຢາມ​ປະ​ເທດ​ແບ​ລຈ້ຽມ ອອສ​ເຕຣຍ
​ແລະ​ຝຣັ່ງ ​ໃນ​ສັບປະດາ​ນີ້.

ຄວາມ​ບໍ່​ລົດ​ລະ​ທີ່​ລາຍ​ງານ​ໂດຍ​ອົງສື່​ມວນ​ຊົນ​ຫຼາຍອົງການ ທີ່​ວ່າ​ທຳນຽບຂາວ ​ແມ່ນ​ທີ່​
ຈະມອບຕຳ​ແໜ່​ງຂອງ​ທ່ານ ​ໃຫ້​ຫົວໜ້າ​ອົງການ​ຊີ​ໄອ ທ່ານ ​ໄມ​ຄ໌ ພອມພຽວ.
ທ່ານ ທີລເລີ​ສັນ ​ໄດ້​ເອີ້ນລາຍ​ງານພວກນັ້ນ​ວ່າ “​ເປັນຕາ​ຫົວ.” ປະທານາທິບໍດີ​ດໍ​ໂນ​ລ
ທຣຳ ຍັງ​ໄດ້ຂຽນ​ຂໍ້ຄວາມ​ລົງ​ໃນ​ທຣິຕ​ເຕີ ​ວ່າ ທ່ານ ທິລເລີ​ສັນ ຈະ​ບໍ່​ໄດ້​ລົງ​ຈາກ​ຕຳ​ແໜ່​ງ​
ໃນ​ເວລາ​ອັນໃກ້ໆນີ້​ດອກ.

ຜູ້​ບັນຊາ​ການ​ຂອງອົງການ​ເນ​ໂຕ ທ່ານ​ເຈັນສ໌ ສ​ໂຕ​ລເຕັນ​ເບີກ ຍົກ​ເລີກ ບໍ່ໄດ້ໃຫ້
ຄວາມສຳຄັນ ກ່ຽວກັບການຄາດຄະເນ ໃນຄວາມບໍ່ໝັ້ນຄົງຂອງໜ້າ​ທີ່ທ່ານທິລເລີ​ສັນ
ໃນ​ວັນ​ຈັນວານ​ນີ້ ວ່າ​ເປັນ​ການ​ລົບ​ກວນ ​ແລະ​ກ່າວ​ວ່າ ພັນທະ​ມິດ​ຂ້າມມະຫາສະໝຸດ
ອັດແລນ​ຕິກ ​ແລະ “ລັດຖະມົນຕີ​ອົງການ​ເນ​ໂຕ ​ແມ່ນ​ສາມາດ​ທີ່​ຈະ​ເພັ່ງ​ເລັງ ​ເຂົ້າໃນ
ພາລະກິດ ​ທີ່​ສຳຄັນ​ຍິ່ງ ທີ່​ພວກ​ເຮົາ​ມີໜ້າ​ທີ່ກຳກັບ ​ເຖິງ​ແມ່ນ​ຈະ​ມີ​ການ​ສົງ​ໄສ ​
ແລະ​ຂ່າວ​ນອງ​ນັນ​ໃດ​ໆກໍ​ຕາມ.”

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານເຣັກສ໌ ທິລເລີສັນ ຈັບມືກັບນາຍົກລັດຖະທົນຕີ ລີເບຍ ທ່ານ ເຟເຢ ແອລຊາຣັຈ ໃນການຖ່າຍຮູບດ້ານສື່ ໃນກະຊວງການຕ່າງປະເທດ, ວໍຊີງຕັນ, 1 ທັນວາ 2017.

ທ່ານ​ສ​ໂຕ​ລເຕັນ​ເບີກ ຍັງ​ໄດ້​ກ່າວ​ສັນລະ​ເສີນ ຕໍ່ບຸກຄະ​ລິກສ່ວນ​ຕົວທີ່​ເຂັ້ມ​ແຂງ​ຂອງ​ທ່ານ
ທິລເລີ​ສັນ ຕໍ່​ສາຍ​ພົວພັນ​ອັນ​ແໜ້ນ​ແຟ້ນ ​ເຂົ້າ​ໃນພັນທະມິດຂ້າມອັດແລນ​ຕິກ ​
ແລະອົງການເນ​ໂຕ. ທ່ານທິລເລີ​ສັນ ມີ​ໝາຍ​ກຳໜົດ​ທີ່​ຈະ​ພົບ​ກັບ​ທ່ານສ​ໂຕ​ລເຕັນ​ເບີກ ​
ເພື່ອ​ປຶກສາ​ຫາລື​ກັນ ​ໃນ​ຂອບ​ເຂດ​ທີ່​ກວ້າງ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ໂລກ.

​ເອກອັກຄະລັດຖະທູດສະຫະລັດປະຈຳ​ອົງການ​ເນ​ໂຕ ອະດີດ​ສະມາຊິກສະພາສູງ
​ພັກຣີພັບ​ບລີ​ກັນ ທ່ານນາງ ​ເຄ ​ແບ​ລລີ ຮັດ​ຈິ​ສັນ ​ໄດ້ກ່າວ​ວ່າ ຍັງ​ບໍ່ທັນ​ມີ​ການ​ປ່ຽນ​ແປງ​
ໃດໆຕໍ່ແຜນການສຳ​ຫຼັບການ​ເຈລະຈາ​ເປັນເວລາສອງ​ມື້ ທີ່​ຈະ​ເລີ່​ມຂຶ້ນ​ໃນ​ວັນ​ອັງຄານ​ມື້​ນີ້ ​
ໃນ​ນະຄອນ​ບຣັສໂຊ​ລ ລະຫວ່າງ​ທ່ານທິລເລີ​ສັນ ກັບ​ຄູ່​ຕຳ​ແໜ່​ງ ລັດ​ຖະມົນຕີ​ການ​
ຕ່າງປະ​ເທດ​ຂອງ​ອົງການ​ເນ​ໂຕ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຍ່າງຮ່ວມກັບ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານເຣັກສ໌ ທິລເລີສັນ, ທີ່ຖ່າຍພາບໃນນະຄອນມະນີລາ, ຟິລິບປີນ, ໃນກອງປະຊຸມສຸດຍອດອາຊຽນ, 14 ພະຈິກ 2017.