ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານເຣັກສ໌ ທິລເລີສັນ ຈະກົດດັນເທີກີ ໃຫ້ປ່ອຍ
ໂຕຊາວອາເມຣິກັນ ທີ່ຖືກກັກຂັງ ໂດຍອັງກາຣາ ແລະຮຽກຮ້ອງໃຫ້ພັນທະມິດ ຂອງ
ອົງການເນໂຕດັ່ງກ່າວສະແດງຄວາມຢັ້ງໃນປະຕິບັດງານທາງທະຫານຢູ່ພາກເໜືອ
ຂອງຊີເຣຍ ອີງຕາມພວກເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດ.
ເຈົ້າໜ້າທີ່ກະຊວງການຕ່າງປະເທດຄົນນຶ່ງ ກ່າວໃນວັນສຸກວານນີ້ວ່າ “ຢູ່ໃນເວລາແບບ
ນີ້ ການພົວພັນທັງໝົດແມ່ນມີຄວາມສຳຄັນຫລາຍ.” ໃນຂະນະທີ່ທ່ານ ຮັບຮູ້ວ່າ “ມັນຈະ
ເປັນການໂອ້ລົມທີ່ຍາກລຳບາກ.”
ເທີກີເປັນບ່ອນຢຸດແວ່ແຫ່ງທີສອງຂອງທ່ານທິລເລີສັນ ໃນການເດີນທາງຢ້ຽມຢາມຫ້າ
ປະເທດ ໃນພາກຕາເວັນອອກກາງ ໃນອາທິດໜ້ານີ້ ຫລັງຈາກການ ຢ້ຽມຢາມຈໍແດັນ. ທ່ານຍັງຈະໄດ້ພົບປະກັບພວກເຈົ້າໜ້າທີ່ຂັ້ນສູງ ຂອງເລບາ ນອນ ອີຈິບ ແລະຄູເວດ.
ການຢ້ຽມຢາມອັງກາຣາຂອງນັກການທູດສູງສຸດສະຫະລັດມີຂຶ້ນທ່າມກາງຄວາມເຄັ່ງ
ຕຶງທີ່ເພີ້ມທະວີຂຶ້ນ ລະຫວ່າງ ສອງປະເທດພັນທະມິດອົງການເນໂຕ ກ່ຽວ ກັບການບໍ່
ເຫັນພ້ອມນຳກັນຫຼາຍໆເລື່ອງຮວມທັງກໍລະນີການເຄົາລົບນັບຖືສິດທິມະນຸດຕ່າງໆ
ແລະວິກິດການໃນຊີເຣຍ.
ເຈົ້າໜ້າທີ່ຂັ້ນສູງ ກ່າວໃນວັນສຸກວານນີ້ວ່າ “ເບິ່ງດຸ ມັນເປັນເລື່ອງທີ່ຫຍຸ້ງຍາກ. ສຳນວນ
ໂວຫານແມ່ນເຜັດຮ້ອນ ເທີກີກຳລັງໂກດແຄ້ນ ແລະນີ້ເປັນເວລາທີ່ຫຍຸ້ງຍາກ ທີ່ຈະເຮັດ
ທຸລະກິດ ແຕ່ມັນກໍເປັນຄວາມເຊື່ອຂອງພວກເຮົາທີ່ວ່າ ຍັງມີພື້ນ ຖານບາງຢ່າງ ທີ່ໄດ້ເນັ້ນ
ໃຫ້ເຫັນເຖິງການມີຜົນປະໂຫຍດຮ່ວມກັນ.”
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານເຣັກສ໌ ທິລເລີສັນ ກ່າວລະຫວ່າງກອງປະຊຸມ ທີ່ນະຄອນໂບໂກຕາ ປະເທດໂຄລອມເບຍ ທີ. 6 ກຸມພາ, 2018.
ທ່ານເຊີການ ໂກລຈ໌ ຊຶ່ງເປັນນັກວິທະຍາສາດອົງການນາຊາ ສັນຊາດອາເມຣິກັນ ທີ່ຖືກ
ຈັບ ໃນເດືອນກໍລະກົດ 2016 ໄດ້ຖືກຕັດສິນລົງໂທດ ໂດຍປາດສະ ຈາກຫລັກຖານທີ່
ໜ້າເຊື່ອຖື ໃນວັນທີ 8 ກຸມພາຜ່ານມາ ໂດຍພວກເຈົ້າໜ້າທີ່ ເທີກີໃນຖານເປັນສະມາ
ຊິກຄົນນຶ່ງຂອງອົງການກໍ່ການຮ້າຍ. ເມື່ອວັນທີ 1 ກຸມ ພາ ປະທານອົງການນິລະໂທດກຳ
ສາກົນໃນເທີກີ ທ່ານ ເທນເນີ ກິລິກ ໄດ້ຖືກ ຈັບຄືນອີກແລະນຳໂຕໄປຂັງໄວ້ເພື່ອລໍຖ້າ
ການດຳເນີນຄະດີ. ທ່ານກິລິກປະເຊີນ ໜ້າກັບຂໍ້ຫາກໍ່ການຮ້າຍ.
ປະທານາທິບໍດີເທີກີ ທ່ານຣິເຊບ ເຕຍິບ ເອີດວນ ກ່າວຕໍ່ຄະນະລັດຖະບານພາຍໃນປະເທດ ໃນນະຄອນອັງກາຣາ ປະເທດເທີກີ.
ກະຊວງຕ່າງປະເທດສະຫະລັດກ່າວວ່າ ຕົນມີຄວາມເປັນຫ່ວງກ່ຽວກັບຄະດີເຫຼົ່ານີ້ແລະ
ຮຽກຮ້ອງໃຫ້ລັດຖະບານເທີກີ “ຍຸຕິການແກ່ຍາວພາວະສຸກເສີນ ປ່ອຍໂຕ ພວກທີ່ຖືກ
ຄຸມຂັງໂດຍພະລະການ ພາຍໃຕ້ອຳນາດສຸກເສີນ ແລະປົກປ້ອງການ ປົກຄອງດ້ວຍຕົວ
ບົດກົດໝາຍ ທີ່ສອດຄ່ອງກັບພັນທະແລະຄວາມໝັ້ນໝາຍທັພາຍໃນແລະສາກົນຂອງ
ເທີກີເອງ.”
ໃນປີຫລັງຈາກມີການກໍ່ລັດຖະປະຫານທີ່ບໍ່ປະສົບຜົນສຳເລັດໃນເດືອນກໍລະກົດ ປີ
2016 ເທີກີ ໄດ້ຈັບຜູ້ຄົນຫຼາຍກວ່າ 40,000 ຄົນ ແລະ ໄດ້ປົດຜູ້ຄົນອອກ ຈາກໜ້າທີ່
125,000 ຄົນ ຮວມທັງຫລາຍຄົນແມ່ນເປັນຕຳຫລວດ ທະຫານ ແລະເຮັດວຽກໃຫ້
ກະຊວງຍຸຕິທຳ.