ທ່ານ ທິລເລີຊັນ ລົງນາມ ຂໍ້ຕົກລົງ ກັບ ກາຕ້າ ເພື່ອແກ້ໄຂ ການໃຫ້ທຶນ ແກ່ກຸ່ມກໍ່ການຮ້າຍ

Your browser doesn’t support HTML5

ຄວາມພະຍາຍາມຂອງລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex
Tillerson ທີ່ຈະແກ້ໄຂ ຄວາມຂັດແຍ້ງລະຫວ່າງ ປະເທດ ກາຕ້າ ແລະ 4 ປະເທດ
ອ່າວເປີເຊຍ ທີ່​ເປັນ​ເພື່ອນ​ບ້ານຂອງພວກເຂົາ ເຈົ້ານັ້ນ ໄດ້ຖືກຍ້າຍໄປປະເທດ
ຊາອຸດີ ອາເຣເບຍ ໃນວັນພຸດມື້ນີ້ ບ່ອນທີ່ທ່ານມີກຳນົດ ທີ່ຈະພົບປະກັບບັນດາ ເຈົ້າໜ້າທີ່ຈາກປະເທດທີ່ກ່າວຫາ ກາຕ້າ ວ່າ ​ໃຫ້ການສະໜັບສະໜູນລັດທິກໍ່ການຮ້າຍ.

ການເຈລະຈາທີ່ນະຄອນຫຼວງ Jeddah ໄດ້ມີຂຶ້ນມື້ໜຶ່ງຫລັງຈາກທ່ານ Tillerson
ໄດ້ປະກາດວ່າ ສະຫະລັດ ແລະ ກາຕ້າ ໄດ້ລົງນາມໃນບັນທຶກຄວາມເຂົ້າໃຈສະບັບໜຶ່ງ
​ໃຫ້ລັດຖະບານ ໂດຮາ ດຳເນີນການຍັບຢັ້ງການຈັດຫາແຫຼ່ງເງິນທຶນໃຫ້ລັດທິກໍ່ການຮ້າຍ.

ທ່ານ Tillerson ໄດ້ກ່າວວ່າ “ຂ້າພະເຈົ້າມາປະເທດ ກາຕ້າ ​ໃນມື້ນີ້ດ້ວຍນໍ້າໃຈ
ອັນດຽວກັບທີ່ ປະທານາທິບໍດີ ທຣຳ ໄດ້ເດີນທາງໄປນະຄອນຫຼວງ ຣີຢາດ ໃນເດືອນ
ພຶດສະພາທີ່ຜ່ານມາ. ສະຫະລັດ ມີເປົ້າໝາຍໜຶ່ງນັ້ນ ກໍຄືກຳຈັດລັດທິກໍ່ການຮ້າຍ
ອອກໄປຈາກພື້ນຜິວຂອງໂລກ.”

ແຕ່ປະເທດ ຊາອຸດີ ອາເຣເບຍ, ສະຫະລັດ ອາຣັບ ເອມີເຣັດສ, ບາເຣນ ແລະ ອີຈິບ
ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ ໃນຂະນະທີ່ພວກເຂົາເຈົ້າສະແດງຄວາມຊົມ
ເຊີິຍ ຕໍ່ຄວາມພະຍາຍາມ​ເພື່ອປາບປາມລັດທິກໍ່ການຮ້າຍຂອງ ສະຫະລັດ ນັ້ນ, ຂໍ້ຕົກ
ລົງທີ່ມີ​ການລົງນາມໃນວັນອັງຄານວານນີ້ “ແມ່ນບໍ່ພຽງພໍ” ແລະ ພວກເຂົາເຈົ້າຈະຕິດ
ຕາມ​ເບິ່ງ “ຄວາມຈິງຈັງ” ໃນການປາບປາບການໃຫ້ເງິນທຶນ ແລະສະ ໜັບສະໜູນລັດທິກໍ່ການຮ້າຍຂອງ ກາຕ້າ ຢ່າງໃກ້ຊິດ.ໍ”

ໃນວັນທີ 5 ມິຖຸນາທີ່ຜ່ານມາ, 4 ປະເທດອ່າວ​ເປີ​ເຊຍໄດ້ຕັດສາຍພົວ ພັນທາງການທູດ
ແລະ ໄດ້ຈັດຕັ້ງການປິດ​ລ້ອມທາງພື້ນດິນ, ອາກາດ ແລະ ທະເລຕໍ່ ກາຕ້າ. ກຸ່ມບັນດາ
ປະເທດອາຣັບ ທີ່​ນຳພາໂດຍ ຊາອຸດີ ອາເຣເບຍ ໄດ້ກ່າວຫາ ກາຕ້າ ວ່າ ​ໃຫ້ການສະ
ໜັບສະໜູນ ລັດທິກໍ່ການຮ້າຍ ແລະ ໄດ້ຍື່ນ​ຂໍ້ຮຽກຮ້ອງ 13 ຂໍ້ໃຫ້ລັດຖະບານ ໂດຮາ.
ກາຕ້າ ໄດ້ກ່າວວ່າ ພວກເຂົາເຈົ້າມີຄວາມຍິນດີທີ່ຈະເຈລະຈາ, ແຕ່ຈະບໍ່ຍອມຈຳນົນ ​ໃນອຳນາດອະທິປະໄຕຂອງເຂົາເຈົ້າ.

ທ່ານ Tillerson ໄດ້ກ່າວໃນວັນອັງຄານວານນີ້ຫຼັງຈາກການພົບປະກັບເຈົ້າຊາຍຂອງ
ກາຕ້າ ວ່າ “ຂ້າພະເຈົ້າຄິດວ່າ ກາຕ້າ ຂ້ອນຂ້າງຈະມີຄວາມກະຈ່າງແຈ້ງ ໃນການ
ຄັດຄ້ານ ຂອງພວກເຂົາເຈົ້າ, ແລະ ຂ້າພະເຈົ້າຄິດວ່າມັນສົມເຫດສົມຜົນຫຼາຍ.”

ສະຫະລັດ ມີຄວາມເປັນຫ່ວງວ່າ ການຂັດແຍ້ງອາດສ້າງຄວາມເສຍຫາຍ ຕໍ່ກອງທັບ
ຂອງພວກເຂົ້າເຈົ້າ ແລະ ການປະຕິບັດການປາບປາມລັດທິກໍ່ການຮ້າຍ ພ້ອມ​ທັງ​ການ
​ຕໍ່ຕ້ານອິດທິພົນຂອງ ອີຣ່ານ ໃນພາກພື້ນ. ກາຕ້າ ມີຖານທັບຂອງ ສະຫະລັດ ທີ່ໃຫຍ່
ທີ່ສຸດໃນພາກຕາເວັນອອກກາງ, ເຊິ່ງເຮືອບິນຂອງພັນທະມິດ ທີ່​ນຳພາໂດຍ ສະຫະລັດ
ໄດ້ໃຊ້ເພື່ອທຳການໂຈມຕີພວກຫົວຮຸນແຮງ ລັດອິສລາມ ໃນ ອີຣັກ ແລະ ຊີເຣຍ.

Your browser doesn’t support HTML5

Tillerson Qatar Diplomacy UPD

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ