ລມຕ ຕ່າງປະເທດ ສຫລ ໄປຮ່ວມກອງປະຊຸມ ລະຫວ່າງ ຊາອຸດີ ແລະອີຣັກ

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກ່າວຢູ່ສູນກາງຍຸດທະສາດ ແລະສຶກສາສາກົນ ທີ່ນະຄອນຫລວງ ວໍຊິງຕັນ ວັນທີ 18 ຕຸລາ 2017.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ກຳລັງ​ເດີນທາງ​ໄປ​ພາກຕາ
​ເວັນ​ອອກ​ກາງ ​ໃນ​ວັນ​ສຸກ​ມື້​ນີ້ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ທຳ​ອິດລະຫວ່າງລັດຖະ
ບານ​ຊາ​ອຸ​ດີ ອາຣາ​ເບຍແລະ​ອີຣັກ ​ແລະ​ຊອກ​ຫາ​ຊ່ອງ​ທາງ​ເພື່ອປັບ ປຸງ​ຄວາ​ມສຳພັນ​ລະຫວ່າງປະເທດທັງ​ສອງ​.

ກ​ອງປະຊຸມຂອງ​ສະພາປະສານງານຮອບທຳອິດ ​ມີຂຶ້ນ​ທ່າມກາງ​ຄວາມສຳພັນທີ່​ອົບອຸ່ນ​ຂຶ້ນລະຫວ່າງ Riyadh ​ແລະ Bagdad. ການເຕົ້າໂຮມດັ່ງກ່າວຖືກເບິ່ງກັນວ່າ ເປັນສ່ວນ
ນຶ່ງໃນຄວາມ​ພະຍາຍາມ​ຂອງ​ສະຫະລັດ ​ເພື່ອ​ຫລຸດຜ່ອນອິດ​ທິ ພົນທີ່ພວມເພີ້ມທະວີຂຶ້ນ​
ຂອງ​ອີຣ່ານ ຢູ່​ໃນ​ອີຣັກ​ໂດຍ​ຊັກ​ຊວນ​ໃຫ້ Bagdad ຫັນມາເປັນພັນທະມິດທີ່ໃກ້ຊິດຂຶ້ນ
ກັບ​ Riyadh.

ທ່ານ​ນາງ Heather Nauert ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ກ່າວໃນຖະແຫຼງ
ຂ່າວ ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ “ອີຣ່ານ ​ແມ່ນຄວາມ​ເປັນ​ຫ່ວງ​ອັນ​ໃຫຍ່​ຫລວງ​ຢູ່​ເລື້ອຍໆ
​ຂອງ​ພວກ​ເຮົາ ບໍ່​ພຽງ​ແຕ່​ຢູ່​ໃນ​ອີຣັກ ​ແຕ່​ຢູ່​ທົ່ວ​ຂົງ​ເຂດນຳດ້ວຍ.”

ທ່ານນາງກ່າວຕື່ມວ່າ ສະຫະລັດຂໍສະແດງຄວາມດີໃຈ ໃນຄວາມສຳພັນທີ່ດີຂຶ້ນລະ
ຫວ່າງອີຣັກ ແລະຊາອຸດີ ອາຣາເບຍ ໂດຍຍົກຕົວຢ່າງກ່ຽວກັບການເປີດຄືນການຄ້າ
ຂາຍຂ້າມຊາຍແດນລະຫວ່າງປະເທດທັງສອງ.

ກອງ​ປະຊຸມນີ້​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ Riyardh ຂອງຊາ​ອຸ​ດີ ສີ່​ເດືອນ​ຫລັງ​ຈາກປະ​ເທດທັງສອງ ໄດ້​ລົງ​ນາມໃນ​ຂໍ້​ຕົກລົງສ້າງ​ຕັ້ງ​ສະພາ ​ເພື່ອ​ປັບປຸງ​ຄວາມ​ສຳພັນ​ລະຫວ່າງ​
ບັນດາ​ປະ​ເທດ​ເພື່ອນ​ບ້ານ ​ໃນ​ຄວາມ​ພະຍາຍາມເພື່ອຕ້ານອິດທິ ພົນຂອງອີຣ່ານ ທີ່​ມີ
ຢ່າງກວ້າງຂວາງ​ຢູ່​ໃນ​ຂົງ​ເຂດ.

​ອີງ​ຕາມກະ​ຂວງ​ຕ່າງປະ​ເທດສະຫະລັດແລ້ວ ໃນ​ຂະນະ​ທີ່ຢູ່​ທີ່​ນະຄອນ Riyadh ນັ້ນ
ທ່ານ Tillerson ຍັງ​ຈະ “ພົບ​ປະ​ກັບ​ບັນດາ​ຜູ້ນຳອື່ນໆ​ຂອງ​ຊາອຸ​ດີ​ເພື່ອຫາລື ກ່ຽວກັບ
ບັນຫາຂັດແຍ້​ງ​ໃນ​ເຢ​ເມນ ກໍລະນີພິພາດໃນ​ອ່າວ​ເປີ​ເຊຍທີ່ຍັງດຳເນີນ ຢູ່ຕໍ່ມາເລື່ອງ
ອີຣ່ານ ແລະ​ບັນຫາທີ່​ສຳຄັນ​ອື່ນໆໃນຂົງເຂດພ້ອມທັງບັນຫາສອງ​ ຝ່າຍ.”

ການ​ຢ້ຽມຢາມ​ຂອງ​ທ່ານ Tillerson ທີ່​ນະຄອນ Riyadh ຈະ​ເປັນ​ນຶ່ງ​ໃນ​ຈຳນວນ​
ຫລາຍປະ​ເທດ​ໃນ​ເຂດອ່າວ​ເປີ​ເຊຍ ​ແລະເອ​ເຊຍ​ໃຕ້ ແຕ່ວັນ​ທີ 20 ຫາ 27 ​ເດືອນຕຸລາ.

ຫລັງຈາກນັ້ນ ທ່ານ Tillerson ​ຈະ​ພົບ​ປະ​ກັບ​ບັນດາ​ຜູ້ນຳ Qatar ​ແລະ​ພວກ​ເຈົ້າ​ໜ້າ​
ທີ່​ກອງທັບສະຫະລັດຢູ່​ນະຄອນຫຼວງ​ Doha ​ເພື່ອ​ປຶກສາຫາລືກ່ຽວກັບ “ຄວາມ​ພະຍາ
ຍາມ​ຮ່ວມເພື່ອຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ” ​ພ້ອມກັບ “ບັນຫາໃນຂົງເຂດ ​ແລະບັນຫາ​
ສອງ​ຝ່າຍອື່ນໆ” ກ່ອນ​ເດີນທາງໄປ​ຢ້ຽມຢາມ​ອິນ​ເດຍ ປາ​ກິ​ສ ຖານ ​ແລະ​ສະ​ວິດ​ເຊີ​ແລນ.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson ຈັບມືກັບ ຜູ້ເຂົ້າຮ່ວມພິທີລົງນາມ ລະຫວ່າງ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ ແລະກະສັດຊາອຸດີ Salman bin Abdulaziz Al Saud ທີ່ພະລາດຊະວັງ ໃນນະຄອນ Riyadh.

ຫລັງ​ຈາກພາກ​ຕາ​ເວັນ​ອອກ​ກາງແລ້ວ ທ່ານ Tillerson ຈະ​ເດີນທາງ​ໄປ​ສູ່ເອ​ເຊຍ​ໃຕ້
ຊຶ່ງ​ຈະ​ເປັນ​ຂີດ​ໝາຍໃນ​ການ​ຢ້ຽມຢາມ​ເທື່ອ​ທີຫ້າ​ຂອງ​ທ່ານ​ຢູ່​ທີ່​ນັ້ນ ​ໃນ​ນາມ​ນັກ​ການ
​ທູດ​ສູງ​ສຸດ​ຂອງ​ສະຫະລັດ. ຄາດ​ວ່າຈະ​ມີ​ການ​ຮ່ວມ​ມື​ໃນ​ການ​ຕ້ານ​ການກໍ່​ການ​ຮ້າຍ
​ແລະ​ເສີມຂະຫຍາຍສາຍພົວພັນດ້ານ​ເສດຖະກິດ ທີ່ກ່າວກັນວ່າ​ຈະ​ເປັນ​ຫົວ​ຂໍ້​ປະຊຸມ​ທີ່​ສຳຄັນສຸດ.

ຢູ່ທີ່​ນະຄອນ Geneva ທ່ານ Tillerson ຈະ​ສົນທະນາ “ຫລາຍ​ຢ່າງ​ກ່ຽວ​ກັບ​ວິ​ກິດ​ການ
​ມະນຸດ​ສະ​ທຳ​ຢູ່​ທົ່ວ​ໂລກ​ໃນ​ປັດຈຸບັນ” ຮວມທັງ​ວິ​ກິດການໂຣຮິງ​ຢາ ​ເວ ລາ​ທ່ານພົບ​ປະ ກັບບັນດາ​ເຈົ້າໜ້າ​ທີ່​ຈາກອົງການ​ຂ້າ​ຫລວງ​ໃຫຍ່ດ້ານອົບພະຍົບ ສະຫະ​ປະຊາ​ຊາດ
ອົງການ​ສາກົນເພື່ອການເຄື່ອນຍ້າຍຂອງປະຊາກອນ ​ແລະ​ຄະນະ​ກຳມະການ​ກາ​
ແດງສາກົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ