ນັກສຶກສາມະຫາວິທະຍາໄລອາເມຣິກັນຄົນນຶ່ງ ທີ່ໄດ້ຖືກຄຸມຂັງຢູ່ໃນເກົາຫຼີເໜືອ ເປັນ
ເວລາ 17 ເດືອນ ໄດ້ຖືກສົ່ງກັບບ້ານແລ້ວ.
ທ້າວ Otto Warmbier ອາຍຸ 22 ປີ ໄດ້ຖືກສົ່ງໄປຍັງໂຮງໝໍທັນທີ ຫຼັງຈາກເຮືອບິນ
ທີ່ບັນທຸກຜູ້ກ່ຽວ ຈາກເກົາຫຼີເໜືອ ໄດ້ລົງຈອດ ທີ່ນະຄອນ Cincinnati ລັດ Ohio ເມື່ອ
ຕອນເດິກວັນອັງຄານວານນີ້. ພໍ່ແມ່ຂອງທ້າວ Warmbier ໄດ້ກ່າວວ່າ ລູກຊາຍຂອງ
ພວກເພິ່ນ ໄດ້ຢູ່ໃນສະພາບທີ່ບໍ່ຮູ້ສຶກໂຕມາໄດ້ປີກວ່າແລ້ວ ແລະ ໄດ້ອະທິບາຍ ເຖິງ
ການປ່ອຍໂຕລາວນັ້ນ ວ່າ ເປັນການເຄື່ອນຍ້າຍດ້ານການແພດ.
ທ້າວ Denise Koesterman ແລະ ນາງ Alison Lebrun, ຂວາ, ທັງສອງເປັນຊາວເມືອງ Cincinnati, ກຳລັງມັດໂບສີຟ້າ ເພື່ອເປັນກຽດ ແກ່ທ້າວ Otto Warmbier ໃນການກັບຄືນສູ່ບ້ານເກີດ ຢູ່ຄຸ້ມ Wyoming ຂອງນະຄອນ Cincinnati ລັດ Ohio, ວັນທີ 13 ມິຖຸນາ 2017.
ເກົາຫຼີເໜືອ ໄດ້ຕັດສິນລົງໂທດ ທ້າວ Warmbier ນັກສຶກສາຈາກມະຫາວິທະຍາໄລ
ລັດ Virginia ໃຫ້ຈຳຄຸກ 15 ປີ ໃນຂໍ້ຫາພະຍາຍາມລັກເອົາປ້າຍໂຄສະ ນາຊວນເຊື່ອ.
ທ່ານ Fred ແລະ ທ່ານນາງ Cindy Warmbier ໄດ້ກ່າວວ່າ ພວກເພິ່ນໄດ້ຖືກແຈ້ງ
ໃຫ້ຮູ້ວ່າ ຫຼັງຈາກການດຳເນີນຄະດີບໍ່ດົນເມື່ອເດືອນມີນາປີກາຍນີ້ ລູກຊາຍຂອງພວກ
ເພິ່ນ ໄດ້ຖືກສັ່ງໃຫ້ກິນຢານອນຫລັບ ແລະ ລາວບໍ່ຕື່ນຂຶ້ນມາເລີຍ.
ບັນດາເຈົ້າໜ້າທີ່ກະຊວງການຕ່າງປະເທດ ໄດ້ປະຕິເສດທີ່ຈະໃຫ້ຄຳເຫັນ ກ່ຽວກັບ
ສຸຂະພາບຂອງທ້າວ Warmbier ໂດຍອ້າງອີງເຖິງກົດລະບຽບຕ່າງໆຂອງກະຊວງ
ແຕ່ກໍໄດ້ກ່າວວ່າ ເທື່ອສຸດທ້າຍ ທີ່ສະຫະລັດ ໄດ້ເຂົ້າໄປຫາທ້າວ Warmbier ໂດຍ
ຜ່ານທາງສະຖານທູດສະວີເດັນ ແມ່ນໃນເດືອນມີນາປີກາຍນີ້.
Your browser doesn’t support HTML5
Tillerson: North Korea Prisoner ‘On His Way Home’