ທ່ານ Tillerson ກ່າວຢູ່ຈີນວ່າ ຄວາມເຄັ່ງຕຶງ ໃນແຫຼມເກົາຫຼີ ຢູ່ໃນລະດັບ ທີ່ອັນຕະລາຍ

ລັດຖະມົນຕີຕ່າງປະເທດຈີນ ທ່ານ Wang Yi (ຂວາ)ສຳພັດມືກັບ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson (ຊ້າຍ) ກ່ອນເຂົ້າຮ່ວມກອງປະຊຸມ.

ນັກ​ການ​ທູດ​ສູງ​ສຸດ​ຂອງ​ສະຫະລັດ ກຳລັງ​ຢູ່​ທີ່​ປະ​ເທດ​ຈີນ ຊຶ່ງ​ເປັນບ່ອນ​ຢຸດ​ແວ່​ແຫ່ງ
​ທີ​ສາມແລະ​ເປັນ​ກໍ​ແຫ່ງ​ສຸດ​ທ້າຍ​ໃນການ​ຢ້ຽມຢາມ​ເອ​ເຊຍ​ຂອງ​ທ່າ​ນ ​ທີ່ເພັງ​ເລັງ​ໃສ່​
ເກົາຫລີ​ເໜືອ ພ້ອມ​ທັງໂຄງການສ້າງອາວຸດ​ນິວ​ເຄລຍ ​ແລະ​ລູກ​ສອນ​ໄຟ ຂອງ​ປະ​
ເທດ​ດັ່ງກ່າວ.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ​ໄດ້​ກ່າວ​ໃນ​ວັນ​ເສົາມື້ນີ້
ຫລັງ​ຈາກ​ໄດ້ພົບ​ປະ​ກັບຄູ່​ຕຳ​ແໜ່​ງຝ່າຍຈີນ ທ່ານ Wang Yi ​ໂດຍ​ເວົ້າວ່າ ຄວາມ​ເຄັ່ງ
​ຕຶງ​ບ​ໃນ​ແຫຼມ​ເກົາຫຼີ​ແມ່ນ​ຢູ່​ໃນ “ລະດັບ​ທີ່​ຂ້ອນ​ຂ້າງ​ສູງ.”

ຫົວໜ້າ​ນັກ​ການ​ທູດ​ສະຫະລັດ ກ່າວ​ວ່າ “ຂ້າພະ​ເຈົ້າຄິດ​ວ່າ ພວກ​ເຮົາ​ມີ​ຄວາມ​ເຫັນ
​ແບບ​ດຽວ​ກັນ​ແລະ​ຄວາມ​ຮູ້ສຶກ​ທີ່​ວ່າ ຄວາມ​ເຄັ່ງ​ຕຶງ​ຢູ່​ແຫລມ​ເກົາຫລີ​ແມ່ນ​ຢູ່​ໃນ​ລະດັບ
​ທີ່​ຂ້ອນ​ຂ້າງ​ສູງ ​ເວລາ​ນີ້.” ທ່ານ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຈະ​ເຮັດ​ວຽກ​ຮ່ວມ​ກັນ ​ເພື່ອເບິ່ງ
ວ່າ ພວກ​ເຮົາຈະ​ສາມາດ​ຫຼືບໍ່​ ໃນ​ການນຳ​ເອົາ​ລັດຖະບານ​ຢູ່​ພຽງ​ຢາງ​ໄປ​ສູ່​ຈຸດ​ບ່ອນ​ທີ່​
ເຂົາ​ເຈົ້າຕ້ອງການ​ເພື່ອ​ກ້າວ​ໄປ​ສູ່ເສັ້ນທາງ​ທີ່​ຕ່າງ​ອອກ ​ໄປ ປັບ​ປ່ຽນ​ເສັ້ນທາງ​ໃຫ້​ຖືກ
ຕ້ອງ ​ແລະ​ເຄື່ອນ​ໄຫວ​ໄປ​ຈາກ​ການ​ພັດທະນາ​ອາ
ວຸດ​ນິວ​ເຄລຍ.”

ທ່ານ Tillerson ມີ​ແຜນ​ທີ່​ຈະ​ພົບ​ປະ​ກັບປະທານ​ປະ​ເທດຈີນທ່ານ Xi Jinping ​ໃນ​
ວັນ​ອາທິດ​ມື້​ອື່ນ​ນີ້. ນອກ​ເໜືອ​ໄປ​ຈາກ​ເລື່ອງ​ເກົາຫລີ​ເໜືອ​ແລ້ວ ມີ​ທ່າ​ທາງ​ວ່າ ການ​
ຫາລື​ກັນ​ແມ່ນ​ຈະ​ແນ​ໃສ່​ເລື່ອງ​ການ​ຄ້າແລະ​ບັນຫາ​ຂັດ​ແຍ້​ງ​ໃນ​ທະ​ເລ​ຈີ​ນ​ໃຕ້.

​ໃນຕົ້ນອາທິດ​ນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ຮຽກຮ້ອງ​ໃຫ້​ຈີນ ​ເລີ້ມ
ການ​ດຳ​ເນີນ​ຄວາມ​ພະຍາຍ​າມ​ເພື່ອ​ຊັກ​ຊວນ​ໃຫ້​ເກົາຫລີ​ເໜືອ​ປະຖິ້ມ​ໂຄງ ການ​ນິວ
ເຄລຍຂອງ​ຕົນ. ທ່ານ​ຍັງ​ໄດ້​ຊັກ​ຊວນ​ໃຫ້​ຈີນ ​ຈັດຕັ້ງປະຕິບັດການ​ລົງ​ໂທດ​ຂອງ​ສະ
ຫະ​ປະຊາ​ຊາດ​ຢ່າງ​ເຕັມທີ່​ເພື່ອ​ກົດ​ດັນ​ລັດຖະບານ​ເກົາຫລີ​ເໜືອ.

​ທີ່​ນະຄອນຫຼວງ Soul ​ໃນ​ວັນ​ສຸກ​ວານ​ນີ້ ທ່ານ Tillerson ກ່າວວ່າ ນະໂຍ ບາຍໃຊ້
"ຍຸດ​ທະ​ສາດ​ອົດທົນ” ກັບ​ເກົາຫລີ​ເໜືອໄດ້​ສິ້ນ​ສຸດ​ລົງ​ແລ້ວ​ແລະ​ການ​ປະ​ຕິ​ບັດ​ງານ
​ທາງ​ທະຫານ​ຕໍ່ພຽງ​ຢາງ​ແມ່ນ​ເປັນ “ທາງ​ເລືອກນຶ່ງ​ທີ່ຢູ່​ເທິງ​ໂຕະ.”

ທ່ານ Tillerson ກ່າວວ່າ ​“​ເກົາຫລີ​ເໜືອ​ຕ້ອງເຂົ້າ​ໃຈ​ວ່າ ມີ​ທາງ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​
ນຳ​ໄປ​ສູ່​ການ​ມີ​ອະ​ນາ​ຄົດ​ທີ່​ໝັ້ນຄົງ​ແລະຄວາມ​ອຸດົມ​ຮັ່ງມີໃນ​ດ້ານ​ເສດຖະກິດ​” ​ນັ້ນ
ກໍ​ແມ່ນ​ເກົາຫຼີ​ເໜືອ​ “ຈະ​ຕ້ອງ​ປະຖິ້ມ ການ​ພັດທະນາ ​ອາວຸດ​ນິວ​ເຄລຍ ລູກ​ສອນ​ໄຟ
​ຂີ​ປະ​ມາ​ວຸດ ​ແລະ​ອາ​ວຸດ​ທີ່​ມີ​ອະນຸພາບຮ້າຍ​ແຮງ​ອື່ນໆ.”

ທີ່​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ຮ່ວມກັບ​ລັດຖະມົນຕີ​ຕ່າງປະ​ເທດ​ເກົາຫລີ​ໃຕ້ ທ່ານ
Yun Byan-se ນັ້ນ ທ່ານ Tillerson ກ່າວ​ວ່າ ““ຄວາມ​ສາມາດ​ ໃນ​ຂອບ​ເຂດ​ທີ່​
ກວ້າງຂວາງ​ຈຳນວນ​ນຶ່ງ” ກຳລັງຖືກ​ສ້າງ​ຂຶ້ນ​ເພື່ອ​ຮັບມື​ກັບ​ປະ​ເທດ​ທີ່ໂດດ ດ່ຽວ
ດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Tillerson Asia