ລມຕ Tillerson ຢູ່ເບື້ອງຫຼັງ ຂະນະທີ່ ກະຊວງ ຕ່າງປະເທດ ເປີດເຜີຍ ລາຍງານ ສິດທິມະນຸດ

ລັດຖະມົນຕີຕ່າງປະເທດ ສຫລ ທ່ານ Tillerson ເດີນທາງ ໄປເຖິງນະຄອນ Mexico City ປະເທດ Mexico ເມື່ອວັນທີ 22 ກຸພາ 2017.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ປ້ອງ​ກັນ​ການ​ເຜີຍ​ແຜ່​ຢ່າງ​ງຽບໆ​ກ່ຽວກັບລາ​ຍ
ງານ​ສິດທິມະ​ນຸດ​ປະຈຳ​ປີ ໃນວັນ​ສຸກ​ວານ​ນີ້ ທ່າມກາງ ​ທີ່​ມີການ​ຕິຕຽນ​ ລັດຖະມົນຕີ
ທ່ານ Rex Tillerson ທີ່​ບໍ່​ປະຕິບັດ​ຕາມ​ປະ​ເພນີ ທີ່​ເຄີຍ​ກະທຳ​ມາ​ໂດຍ​ບໍ່ໄດ້​ນຳສະ
​ເໜີ​ລາຍ​ງານນີ້ ​ຢ່າງ​ເປັນ​ການ​ເປີ​ດ​ເຜີຍ.

​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຄົນ​ນຶ່ງ​ຂອງ​ລັດຖະບານ​ປະທານາທິບໍດີ Trump ​ໄດ້​ແຈ້ງ​ໃຫ້​ບັນ
​ດາ​ນັກ​ຂ່າວຊາບ ກ່ຽວ​ກັບລາຍ​ງານປະຈຳ​ປີ 2016 ​ໃນ​ການ​ເຄົາລົບ​ນັບຖື ສິດທິ​ມະ
ນຸດຂອງປະ​ເທດຕ່າງໆ ​ແລະ​ປະຕິ​ເສດ ​ຕໍ່​ການ​ຕິຕຽນ​ຂອງ​ກຸ່່ມປົກ​ປ້ອງ​ສິດທິ​ມະນຸດ
​ ​ແລະ​ບັນດາ​ສະມາຊິກ​ສະພາ ທີ່​ວ່າການ​ເປີດ​ເຜີຍລາຍ​ງານນີ້ ​ບໍ່​ໄດ້​ມີ​ການປະກາດ
ລ່ວງ​ໜ້າ​ກ່ອນ​ນຶ່ງ​ມື້ ບໍ່​ໄດ້​ຢູ່​ຕໍ່ໜ້າ​ ກ້ອງຖ່າຍຮູບ ​ແລະ​ບໍ່​ໄດ້​ມີ​ ທ່ານ Tillerson ​ເຂົ້າ
ຮ່ວມ.

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ​ກ່າວໃນ​ວັນ​ສຸກ​ວານ​ນີ້​ວ່າ “ລາຍ​ງານນີ້ ​ກ່າວ​ຢູ່​ໃນ​ໂຕ​ຂອງ​ມັນ​ເອງ.
ພວກ​ເຮົາ​ມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດ​ກ່ຽວ​ກັບ​ເລື່ອງ​ນີ້. ຄວາມ​ຈິງ​ຄວນ​ທີ່​ຈະ​ເປັນ​ເລື່ອງ
ຢູ່​ທີ່​ນີ້. ລັດຖະມົນຕີ​ຕ່າງປະ​ເທດ Tillerson ກ່າວ​ຢ່າງ​ແຈ້ງ​ຂາວ​ຢູ່​ໃນ​ລະຫວ່າງການ
​ຮັບ​ຟັງຄຳ​ໃຫ້ການ​ຮັບຮອງ​ເອົາ​ການ​ແຕ່ງທ່ານ ​ໃນ​ທັດສະນະ​ຂອງ​ ທ່ານ​ ກ່ຽວ​ກັບ​
ຜົນ​ກະທົບ​ຕໍ່​ສິດທິ​ມະນຸດ ​ແລະ​ຄວາມ​ສຳຄັນ ​ທີ່​ມີ​ຕໍ່​ຜົນ​ປະ​ໂຫຍ​ດ ຂອງສະຫະລັດ.”

​ເຈົ້າ​ໜ້າທີ່​ໄດ້​ໃຫ້​ຂໍ້​ສັງ​ເກດໃນຄຳ​ຖະ​ແຫລ​ງການຂອ ​ທ່ານ Tillerson ລະ​ຫວ່າງ
ການ​ຮັບ​ຟັງ​ຄຳ​ໃຫ້ການ​ນັ້ນ ກໍ​ແມ່ນ​ວ່າ “​ເປັນ​ທີ່​ແຈ້ງຂາວ ກ່ຽວ​ກັບ​ຄ​ວາ​ມໝັ້ນ​ໝາຍ
​ຂອງ​ພວກ​ເຮົາ ຕໍ່ເລື່ອງ​ສິດທິ​ມະນຸດ ​ແລະຫລັກການ​ນຳພາ ​ທີ່ຄຸນຄ່າ​ຂອງ​ພວກ​ເຮົາ
​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ພວກ​ເຮົາ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ຕ່າງປະ​ເທດ​ຂອງ
​ພວກ​ເຮົາ.”

​ເວລາ​ພວກ​ນັກ​ຂ່າວ​ຖາມ ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ລັດຖະບານ ບໍ່​ໄດ້​ອະທິບາຍ​ວ່າ
​ເປັນ​ຫຍັງ ທ່ານ Tillerson ຈຶ່ງບໍ່​ເປັນ​ຜູ້​ເປີດ​ເຜີຍ​ລາຍ​ງານນີ້ ​ແຕ່​ກໍໄດ້​ກ່າວ​ວ່າ​ກະ
ຊວງ​ຕ່າງປະ​ເທດ ຕ້ອງການ​ນຳ​ເອົາ​ລາຍ​ງານີ້​ອອກ​ມາ​ເຜີຍ​ແຜ່ ​ໂດຍ​ປາດ​ສະ​ຈາກ​
ການ​ຊັກຊ້າ​ໃດໆ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Right Watch ​ແລະ Human Right First
ຕ່າງ​ກໍ​ໄດ້​ຕ້ອງ​ຕິ​ຢ່າງ​ແຮງ ​ກ່ຽວ​ກັບ​ການ​ເຜີຍ​ແຜ່ລາຍ​ງານຢ່າງ​ງຽບໆ ທີ່ໄດ້ສະທ້ອນ
​ໃຫ້​ເຫັນ​ເຖິງ​ການ​ເຮັດ​ວຽກ​ຢ່າງ​ບໍ່​ຮູ້​ອິດ​ເມື່ອຍ​ເປັນ​ເວລາຫລາຍ​ພັນ​ຊົ່ວ​ໂມງ​. ລາຍ​
ງານ​ປະຈຳ​ປີ​ຂອງ​ກະຊວງ​ຕ່າງປະ​ເທດ ​ແມ່ນ​ມີ​ການອ່ານກັນ​ຢ່າງ​ລະ ມັດລະວັງ
ໂດຍບັນດາ​ລັດຖະບານ ​ແລະ​ພວກປົກ​ປ້ອງສິດທິ​ມະ​ນຸດ​ຢູ່​ທົ່ວ​ໂລກ.

​ເຖິງ​ຢ່າງ​ໃດ​ກໍ​ດີ ຜູ້ອຳນວຍການ​ບໍລິຫານ ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human
Rights Watch ທ່ານ Kenneth Roth ​ໄດ້​ຂຽນ​ຢູ່​ໃນ Tweeter ວ່າ​ ໃນ​ຂະນະ
​ທີ່​ທ່ານ Tillerson ອາດ​ຈະ​ບໍ່​ຢາກ​ຕອບ​ຄຳ​ຖາມ​ຂອງກັບ​ພວກ​ນັກ​ຂ່າວ ​ແຕ່ທ່ານ
​ກໍ​ໄດ້​ປະຕິບັດ​ຫຼັກການ​ພື້ນຖານ ​ໃນຄວາ​ມໝັ້ນ​ໝາຍ​ຂອງ​ກ​ະຊວງ​ ​ໃນ ດ້ານ​ສິດ​
ທິມະ​ນຸດ ຢູ່​ໃນ​ບົດ​ນຳ​ຂອງ​ລາຍ ທີ່​ກ່າວ​ວ່າ ຄຸນຄ່າ​ຂອງ​ພວກ​ເຮົາ​ແມ່ນ ຜົນ​ປະ​
ໂຫຍ​ດຂອງ​ພວກ​ເຮົາ ​ເມື່ອ​ເວົ້າ​ເຖິງ​ເລື່ອງ​ສິດທິ​ມະນຸດ. ການຜະລິດ​ລາຍ ​ງານ
​ເຫລົ່າ​ນີ້​ ໄດ້ເນັ້ນ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໝາຍ​ຂອງ​ພວກ​ເຮົາ​ ທີ່​ມີ​ຕໍ່​ສິດ​ເສລີພາບ
ປະຊາທິປະ​ໄຕ ​ແລະ​ສິດທິ​ມະນຸ​ດ ທີ່​ມີ​ການ​ຄ້ຳປະກັນ​ແກ່​ທຸກໆສ່ວນ​ບຸກຄົນ​ຢູ່
ໃນທົ່ວ​ໂລກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ