ການເຈລະຈາ ຂອງ ທ່ານ Tillerson ທີ່ປັກກິ່ງ ເນັ້ນໜັກໃສ່ ເກົາຫຼີເໜືອ

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson, ຊ້າຍ, ຈັບມືກັບລັດຖະມົນຕີຕ່າງປະເທດຈີນ ທ່ານ Wang Yi ກ່ອນ ກອງປະຊຸມ ຢູ່ຫໍສາລາປະຊາຊົນ ໃນນະຄອນຫລວງປັກກິ່ງ.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ​ໄດ້​ໄປ​ເຖິງ​ນະຄອນຫລວງ
​ປັກ​ກິ່ງ​ໃນ​ວັນ​ເສົາ​ມື້​ນີ້ ​ເພື່ອ​ຊອກ​ສະ​ແຫວ​ງຫາ​ການ​ຮ່ວມ​ມື​ກັບ​ປັກ​ກິ່ງ ກ່ຽວ​ກັບ “ຄວາມ​
ກົດ​ດັນ​ສູງ​ສຸດ” ​ຕໍ່​ການ​ຮຸກ​ຮານທາງດ້ານ​ນິວ​ເຄລຍຂອງເກົາຫຼີເໜືອ ທ່າມກາງ​ຄວາ​ມ​
ເຄັ່ງ​ຕຶງ​ທີ່​ເພີ້ມທະວີ​ຂຶ້ນ​ຢູ່​ແຫຼມ​ເກົາຫລີ.

ທ່ານ ​ Tillerson ​ໄດ້​ພົບປະ​ກັບປະທານ​ປະ​ເທດ ທ່ານ Xi Jinping ​ເພື່ອ​ເຈລະ​ຈາ​
ກ່ຽວ​ກັບ​ວ່າ​ຈະ​ບັງຄັບ​ໃຫ້​ເກົາຫລີ​ເໜືອປະຖິ້ມ​ໂຄງການ​ນິວ​ເຄລຍຂອງ​ຕົນ ຢ່າງໃດ.
ການ​ເຈລະ​ຈາ​ຫາລື​ຍັງ​ຈະ​ຮວມທັງ​ເລື່ອງ​ການ​ຄ້າ ​ແລະ ການ​ກະກຽມ​ ​ໃນ​ການ​ຢ້ຽມ
ຢາມຈີນ​ຂອງປະທານາທິບໍດີ​ສະຫະລັດທ່ານ​ດໍ​ໂນ​ລ ທຣໍາ ​ເທື່ອທຳອິດ ​ໃນ​ເດືອນ​ພະ
ຈິກ​ຈະ​ມາ​ເຖິງ​ນີ້.

​ໃນ​ຕອນ​ເຊົ້າວັນ​ເສົາ​ມື້ນີ້ ທ່ານ Tillerson ​ໄດ້​ພົບ​ປະ​ກັບ​ຫົວໜ້າ ນັກ​ການ​ທູດ​ຂອງ
​ຈີນ ທ່ານ Yang Jiechi ແລະ​ລັດຖະມົນຕີ​ຕ່າງປະ​ເທດ ທ່ານ Wang Yi.

ສະຫະລັດ​ ກຳລັງ​ປືກສາ​ຢ່າງ​ໃກ້​ຊິດ​ກັບພວກ​ເຈົ້າ​ໜ້າ​ທີ່​ຈີນ ​ກ່ຽວ​ກັບ​ຄວາມ​ໝັ້ນໝາຍ
ຂອງ​ປັກ​ກິ່ງ​ ທີ່​ຈະ​ຈຳກັດການ​ນຳ​ເຂົ້າຖ່ານ​ຫີນ ​ເຫລັກກ້າ ​ແຮ່​ເຫລັກ ຂີ້​ກົ່ວ ​ແຮ່​ກົ່ວ
​ແລະ​ອາຫານ​ທະ​ເລ ຈາກ​ເກົາຫລີ​ເໜືອ​.

ຖ້າ​ຫາກມີ​ການຈັດຕັ້ງປະຕິບັດ​ຢ່າງ​ເຕັມທີ່​ ການ​ຫ້າມ​ນຳ​ເຂົ້າສິນຄ້າເຫລົ່າ​ນີ້ ​ສາມາດ
ຫລຸດ​ລາຍ​ໄດ້​ຂອງ​ເກົາຫລີ​ເໜືອ ລົງ​ຢ່າງ​ຫລວງຫລາຍ​ໃນ​ປີ​ນີ້. ​ເກົາ​ຫລີ​ເໜືອ​ໄດ້​ຮັບ
​ເງິນ 1.5 ຕື້​ໂດ​ລາ​ ຈາກ​ການ​ສົ່ງອອກສິນຄ້າເຫລົ່າ​ນີ້ໃຫ້​ຈີນ​ໃນ​ປີ 2016 ອີງ​ຕາມ​
ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ.

ຈີນ​ແມ່ນ​ຄູ່​ການ​ຄ້າໃຫຍ່​ສຸດ​ຂອງ​ເກົາ​ຫລື​ເໜືອ. ວໍ​ຊິງ​ຕັນ​ກ່າວ​ວ່າ ການນຳເອົາ​ຈີນ
​ເຂົ້າ​ມາຮ່ວມ ແມ່ນເປັນ​ກະ​ແຈທີ່​ສຳຄັນ​ ໃນ​ການ​ຕັດ​ຄວາມ​ສາມາດ​ຂອງ​ພຽງ​ຢາງ ທີ່​
ຈະ​ໄດ້​ຮັບ​ເງິນສົດ.

ທ່ານ Douglas Paal ຜູ້ອຳນວຍການໂຄງການ​ສັນຕິພາບ​ເອ​ເຊຍ ອົງການ Carnegie ​ສາກົນກ່າວ​ວ່າ ​ເຖິງ​ຢ່າງ​ໃດ​ກໍ​ດີ ອິດ​ທິພົນ​ຂອງ​ຈີນຕໍ່​ເກົາຫລີ​ເໜືອ​ນັ້ນ​ແມ່ນ​ຢູ່​ໃນ​ຂອບ
ເຂດ​ຈຳກັດ.

ທ່ານ Paal ກ່າວ​ຕໍ່ວີ​ໂອເອວ່າ "​ເກົາຫລີ​ເໜືອ​ລັງ​ເລ​ໃຈ​ທີ່​ສຸດ​ທີ່​ຈະ​ເອົາ​ຄຳ​ແນະນຳ​ຈາກ
​ຈີນ. ປະ​ເທດ​ດັ່ງກ່າວຈະ​ສວຍໃຊ້​ທຸກ​ສິ່ງ​ຢ່າງ​ທີ່​ຕົນສາມາດ​ ​ເພື່ອ​ຕັກ ຕວງ​ເອົາ​ສິ່ງ​ທີ່​ຕົນ​ຕ້ອງການຈາກ​ຈີນ​ແຕ່ບໍ່​ຕ້ອງການ​ຄຳແນະນຳ​ທາງ​ການ​ເມືອງ​ຈາກ​ຈີນ. ​ເພາະສະ​ນັ້ນ
​ນີ້​ເປັນ​ບັນຫາທີ່ ພວກ​ເຮົາ​ສະຫະລັດ ​ແລະ​ເກົາ​ຫລີ​ໃຕ້​ຕ້ອງພາກັນ​ຮັບ​ມື​ໂດຍ​ກົງ​ກັບ​
ເກົາຫລີ​ເໜືອ ​ໃນ​ຂະນະ​ທີ່​ກ້າວ​ໄປ​ໜ້າ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

China Tillerson