ທ່່າມກາງຄວາມວິຕົກກັງວົນກ່ຽວກັບເລື່ອງກຳແພງແລະການເນລະເທດນັ້ນ ພວກເຈົ້າ
ໜ້າທີ່ເມັກຊິໂກສະແດງຄວາມເປັນຫ່ວງຂອງພວກທ່ານ ຕໍ່ລັດຖະມົນຕີ ຂອງສະຫະລັດ
ທີ່ເດີນທາງໄປຢ້ຽມຢາມໃນວັນພະຫັດວານນີ້.
ລັດຖະມົນຕີກະຊວງພາຍໃນເມັກຊິໂກທ່ານ Miguel Angel Osorio Chong ກ່າວ
ວ່າ “ພວກເຮົາບໍ່ໄດ້ເຫັນພ້ອມກັບມາດຕະການທີ່ແຕກຕ່າງທີ່ໄດ້ຖະແຫຼງໂດຍລັດຖະ
ບານສະຫະລັດ ຊຶ່ງຈະມີຜົນກະທົບຕໍ່ເມັກຊິໂກ.”
Your browser doesn’t support HTML5
Tillerson on Issues Discussed on Mexico Trip
ສ່ວນທ່ານ Luis Videgaray Caso ລັດຖະມົນຕີການຕ່າງປະເທດເມັກຊິໂກກ່າວວ່າ
“ຍັງມີຄວາມວິຕົກກັງວົນແລະຄວາມໂກດແຄ້ນໃນໝູ່ຊາວເມັກຊິໂກກ່ຽວກັບອັນທີ່ເບິ່ງ
ກັນວ່າ ເປັນນະໂຍບາຍທີ່ອາດຈະສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດແຫ່ງຊາດ
ແລະສຳລັບຊາວເມັກຊິໂກຢູ່ທີ່ນີ້ແລະຢູ່ໃນຕ່າງປະເທດ.”
ການໃຫ້ຄວາມເຫັນດັ່ງກ່າວ ມີຂຶ້ນໃນລະຫວ່າງການພົບປະ ກັບລັດຖະມົນຕີການຕ່າງ
ປະເທດສະຫະລັດທ່ານ Rex Tillerson ແລະລັດຖະມົນຕີກະຊວງຮັກສາຄວາມປອດ
ໄພພາຍໃນສະຫະລັດ ທ່ານ John Kelly.
Your browser doesn’t support HTML5
Sean Spicer on Trump's Use of Term 'Military Operation' and Deportations
ທ່ານ Tillerson ແລະທ່ານ Kelly ໄດ້ປາກົດໂຕຕໍ່ໜ້າສື່ມວນຊົນຮ່ວມກັບລັດຖະມົນ
ຕີເມັກຊິໂກທັງສອງທີ່ກະຊວງການຕ່າງປະເທດເມັກຊິໂກແຕ່ບໍ່ໄດ້ຕອບຄຳຖາມຂອງ
ພວກນັກຂ່າວ.
ທ່ານ Tillerson ໃນຖະແຫລງຂ່າວເວົ້າວ່າ ສະຫະລັດ ແລະເມັກຊິໂກ ຊຶ່ງຕ່າງກໍເປັນ
ປະເທດທີ່ເຂັ້ມແຂງນັ້ນ ບາງຄັ້ງບາງຄາວພວກເຮົາກໍຈະມີຄວາມເຫັນທີ່ແຕກຕ່າງກັນ
ແຕ່ການເຈລະຈາຂອງທ່ານ ແມ່ນມີໝາກມີຜົນແລະມອງການໄປໜ້າ.
Your browser doesn’t support HTML5
Trump: ‘Tough Trip’ for Tillerson in Mexico
ສ່ວນທ່ານ Kelly ໄດ້ກ່າວຢ້ຳວ່າ ຈະບໍ່ມີການເນລະເທດຂະໜາດໃຫຍ່ ແລະຈະບໍ່ມີ
ການໃຊ້ກຳລັງທະຫານ ຈັບກຸມພວກຄົນເຂົ້າເມືອງທີ່ບໍ່ມີເອກກະສານ ພາຍໃຕ້ການ
ປາບປາມໃນຂອບເຂດທີ່ກວ້າງຂວາງຂອງລັດຖະບານປະທານາທິບໍດີດໍໂນລ ທຣຳ
ຕໍ່ພວກຄົນເຂົ້າເມືອງຜິດກົດໝາຍຢູ່ໃນສະຫະລັດ.
ຄຳຖະແຫຼງຂອງທ່ານ Kelly ແມ່ນຂັດແຍ້ງກັບການໃຫ້ຄວາມເຫັນໃນຕອນເຊົ້າຂອງ
ມື້ດຽວກັນຢູ່ທີ່ທຳນຽບຂາວ ໂດຍທ່ານທຣຳ ທີ່ກ່າວເຖິງແຜນການ ຂອງທ່ານວ່າ ເປັນ
“ການປະຕິບັດງານທາງທະຫານ.”