ຊາວທິເບດ ມີຄວາມເຫັນ ໄປໃນແງ່ບໍ່ດີ ກ່ຽວກັບ ຜູ້ນໍາຈີນ ຄົນໃໝ່ (ວີດີໂອ)

ອົງດາໄລ ລາມະ (ຂວາ) ຜູ້ນຳທາງດ້ານຈິດໃຈຂອງຊາວທິເບດ ແລະທ່ານ Lobsang Sangay ນາຍົກລັດຖະມົນຕີຂອງລັດຖະບານພັດຖິ່ນທິເບດ ໄປຮ່ວມກອງປະຊຸມຖະແຫຼງຂ່າວ ທີ່ນະຄອນວຽນນາ ປະເທດອັອສເຕຣຍ (25 ພຶດສະພາ 2012)

ໃນ​ຂະນະ​ທີ່ສະພາ​ປະຊາ​ຊົນ​ແຫ່ງ​ຊາດຂອງຈີນ​ ພາກັນ​ເຕົ້າ​
ໂຮມ​ກັນໃນ ອາທິດ​ນີ້ເພື່ອ​ຮັບຮອງຢ່າງ​ເປັນ​ທາງ​ການເອົາ
ທ່ານ Xi Jingping ​ເປັນ ປະທານ​ປະ​ເທດຄົນ​ໃໝ່ນັ້ນ ບັນ
ດາ​ນັກ​ເຄື່ອນ​ໄຫວ​ທິ​ເບ​ດ ທີ່​ລີ້​ໄພ​ຢູ່​ໃນ ຕ່າງປະ​ເທດ ຍັງພາ
ກັນ​ສົງ​ໄສ​ຢູ່​ວ່າ ​ການ​ໂອນ​ອຳນາດ​ທີ່​ວ່າ​ນີ້​ຈະ​ພາ​ໃຫ້​ມີ​ການ
ປ່ຽນ​ແປ​ງ​ທີ່​ສຳຄັນ​ໃດໆ ຕໍ່​ນະ​ໂຍບາຍ​ທິ​ເບ​ດຂອງ​ປັກ​ກິ່ງ.

​ໃນ​ການ​ຖະ​ແຫຼງ​ຕໍ່ວີ​ໂອ​ເອ ​ລະຫວ່າງ​ທີ່​ມີ​ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ຮຽກ ຮ້ອງ​ເອົາສິດທິ​ຂອງ​ຊາວ​ທິ​ເບ​ດຢູ່​ທີ່ກຸງນິວ​ແດນ​ລີກ່ອນກອງ​ປະຊຸມ​ໃຫຍ່ ສະພາ​ປະຊາ​ຊົນແຫ່ງ​ຊາດ​ຈີນນັ້ນ ທ່ານ Lobsang Sangay ນາຍົກ​ລັດຖະມົນຕີ​ຂອງລັດຖະບານພັດ​ຖິ່ນ​ທິ​ເບ​ດ ​ໄດ້​ຮ້ອງຮຽນຕໍ່ປະທານປະ ​ເທດຄົນ​ໃໝ່​ຂອງ​ຈີນ ຂອງ​ຈີນ​ວ່າ:

“ພວກ​ເຮົາ​ຫວັງ​ວ່າ ທ່ານ Xi Jinping ຈະທົບ​ທວນ​ເບິ່ງນະ​ໂຍບາຍທີ່ ​ເຂັ້ມງວດ​ຕໍ່ທິ​ເບ​ດ ​ໂດຍ​ຫຼິງ​ເຫັນວ່າ ນະ​ໂຍບາຍ​ເຫລົ່າ​ນີ້​ໄດ້​ປະສົບ​ກັບ ຄວາມລົ້ມແຫລວ ​ທີ່​ຈະ​ນຳ​ສະ​ເໜີການ​ປະຕິ​ຮູບ ​ເພື່ອ​ສະໜອງ​ຕອບ​ຕໍ່​ຄວາມໄຝ່ຝັນຂອງ​ຊາວ​ທິ​ເບ​ດ” ທ່ານ Lobsang ກ່າວ​ອີກ​ວ່າ “​ຫລັງ ຈາກ​ນັ້ນ​ກໍຈະ​ມີ​ສັນຕິພາບ​ແລະ​ຄວາມ​ປອງ​ດອງ​ກັນ​ຢູ່ໃນ​ທິ​ເບ​ດ. ​ແຕ່​ຖ້າ​ ຫາກ​ທ່ານ​ເບິ່ງຢ້ອນ​ຄືນ​ຫລັງ 50 ປີ​ແລ້ວ ມັນ​ບໍ່ມີ​ຄວາມ​ຫວັງ​ໄປ​ໃນແງ່​ທີ່​ດີ​ເລີຍ.”

ສາສະດາ​ຈານ Micheal Davis ຜູ້​ຊ່ຽວຊານດ້ານກົດໝາຍ​ລັດຖະທໍາ​ມະນູນ​ຂອງ​ຈີນ ທີ່ມະຫາວິທະຍາ​ໄລ Hong Kong ກ່າວ​ວ່າ ບັນຫາ ທີ່​ຮີບ​ດ່ວນສຸດ​ຂອງທ່ານ Xi ມີ​ທ່າ​ທາງ​ວ່າ ຈະ​ຮວມທັງ ການ​ຄຸ້ມ​ຄອງ​ດ້ານ​ເສດຖະກິດ ການປາບ​ປາມ​ການ​ສໍ້​ລາດ​ບັງ​ຫລວງ ​ແລະເຈລະຈາ ກ່ຽວ​ກັບ​ການ​ຫັນ​ໄປ​ສູ່​ເຂດ​ເອ​ເຊຍ​ຂອງສະຫະລັດ ​ບໍ່​ແມ່ນການ​ຊັ່ງຊາ​ຕີ ລາຄາ​ຄືນ​ໃໝ່​ກ່ຽວ​ກັບນະ​ໂ​ຍບາຍຕໍ່ທິ​ເບ​ດ.