ພະທິເບດ ອີກອົງນຶ່ງ ເຜົາໂຕເອງ ປະທ້ວງຈີນ

  • ໄພສານ ວໍຣະຈັກ

ຜູ້ປະທ້ວງຄົນນຶ່ງ ຖືປ້າຍ ທີເບດເສລີ ໃກ້ໆກັບບ່ອນຕິດຮູບຊາວທິເບດເຜົາໂຕຕາຍ ຕໍ່ໜ້າຫ້ອງການປະສານ ງານສູນກາງລັດຖະບານປະຊາຊົນ ທີ່ຮົງກົງ (16 ມີນາ 2012)

ຊາວ​ທິ​ເບ​ດທີ່ລີ້​ໄພ​ຢູ່​ໃນ​ຕ່າງປະ​ເທດ​ລາຍ​ງານ​ວ່າ ພະສົງ​ອີກ​ອົງ​ນຶ່ງ​ໄດ້​ຈູດ​ໄຟ​ເຜົາໂຕ​ເອງ​ໃນ​
ພາກ​ຕາ​ເວັນ​ອອກ​ຂອງ​ເຂດ​ທິ​ເບ​ດ​ ທີ່ມີ​ປະຊາຊົນ​ຊາວ​ທິ​ເບ​ດອາ​ໄສ​ຢູ່ນັ້ນ ເພື່ອ​ເປັນ​ການ​ປະ​
ທ້ວງ​ຕໍ່​ນະ​ໂຍບາຍ​ຂອງ​ຈີນ ​.

ພະ Lobsang Tsultrim ຈາກ​ວັດ Kirti ທີ່​ເກີດ​ຄວາມ​ວຸ້ນວາຍ ​ໄດ້​ຈູດ​ໄຟ​ເຜົາໂຕ​ເອງ​
ໃນ​ຕອນ​ບ່າຍ​ຂອງ​ມື້ວັນ​ສຸກ​ວານ​ນີ້ ທີ່​ເຂດ Ngaba ​ໃນ​ແຂວງ​ສີ​ສວນ.

ເຈົ້າໜ້າທີ່​ຮັກສາ​ຄວາມ​ສະຫງົບ​ຂອງ​ຈີນ​ໄດ້​ພາກັນ​ມອດ​ໄຟ ​ແລະ​ນຳ​ເອົາ​ພະສົງຊາວ​ທິ​ເບ​ດ
ອົງ​ນີ້ ຊຶ່ງ​ຍັງ​ມີ​ຊີວິດ​ຢູ່ ​ໄປ​ຍັງ​ສະຖານ​ທີ່ໆ​ບໍ່​ມີ​ການ​ເປີດ​ເຜີຍ​ໃຫ້​ຊາບ.

ກໍລະນີ​ຈູດ​ໄຟ​ເຜົາ​ໂຕ​ເອງ​ເທື່ອ​ລ່າ​ສຸດ​ມີ​ຂຶ້ນພຽງ 2 ມື້ຫຼັງຈາກ​ພະ​ທິ​ເບ​ດອີກ​ອົງນຶ່ງຄື​ອາຈານ
Jamyang Palden ​ໄດ້​ຈູດໄຟ​ເຜົາ​ໂຕ​ເອງ​ທີ່​ວັດ​ເມືອງ Tongren ​ໃນ​ແຂວງ​ຈິງ​ໄຮ່. ພະ
ອົງນີ້​ໄດ້​ລອດ​ຊີວິດ​ມາ​ໄ​ດ້ຫຼັງຈາກ​ເຈົ້າໜ້າ​ທີ່​ຮັກສາຄວາມ​ສະຫງົບ​ຂອງ​ຈີນ​ໄດ້​ພາກັນ​ດັບ​ໄຟ
ທີ່ລຸກ​ໄໝ້.

ມີ​ຊາວ​ທິ​ເບ​ດ​ເກືອບ 30 ຄົນ​ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ເປັນ​ພະສົງ​ໄດ້​ພາກັນ​ຈູດ​ໄຟ​ເຜົາ​ໂຕ​ເອງ​ໃນ​
ຮອບ​ນຶ່ງ​ປີຜ່ານມາ​ນີ້​ເພື່ອ​ດຶງ​ດູດ​ເອົາ​ຄວາມ​ສົນ​ໃຈ​ໃນ​ອັນ​ທີ່​ພວກ​ພະສົງ​ເຫຼົ່ານີ້ກ່າວ​ວ່າການ
ກົດ​ຂີ່​ຂອງ​ປັກ​ກິ່ງຕໍ່​ສາສະໜາ​ແລະ​ວັດທະນະທຳ​ຂອງຊາວ​ທິ​ເບ​ດ.

ລັດຖະບານ​ຈີນ​ກ່າວ​ເຖິງການ​ຈູດ​ໄຟ​ເຜົາ​ໂຕ​ເອງ​ວ່າ ​ເປັນ​ການ​ກະທຳ​ທີ່​ປ່າ​ເຖື່ອນແລະ​ການ
ກໍ່​ການ​ຮ້າຍທີ່​ໄດ້​ຮັບ​ການ​ກະຕຸກ​ຊຸກຍູ້​ຈາກ​ກຸ່ມ​ແບ່ງ​ແຍກ​ດິນ​ແດນ​ຢູ່​ໃນ​ຕ່າງປະ​ເທດ.