ສາມປີຫຼັງຈາກການກໍ່ລັດຖະປະຫານໃນວັນທີ 1 ກຸມພາ 2021, ລະບອບການປົກຄອງທະຫານ ມຽນມາ ໄດ້ກໍ່ວິກິດການດ້ານມະນຸດສະທຳ ຮ້າຍແຮງຍິ່ງຂຶ້ນ ດ້ວຍປະຊາຊົນ 2 ລ້ານ 6 ແສນຄົນບໍ່ມີທີ່ຢູ່ອາໄສ ແລະ ຫຼາຍກວ່າ 18 ລ້ານຄົນມີຄວາມຂາດເຂີນ. ເພື່ອຮັບມືນັ້ນ, ອົງການມະນຸດສະທຳຕ່າງໆໄດ້ຊອກຫາເງິນຫຼາຍເປັນປະຫວັດການ 994 ລ້ານໂດລາເພື່ອສະໜັບສະໜູນຄວາມພະຍາຍາມຊ່ວຍເຫຼືອໃນມຽນມາ ໃນປີ 2024, ອີງຕາມຫ້ອງການເພື່ອການປະສານງານບັນຫາມະນຸດສະທຳຂອງອົງການສະຫະປະຊາຊາດ.
“ພວກເຮົາກ່າວປະນາມດ້ວຍຄຳເວົ້າທີ່ຮຸນແຮງທີ່ສຸດເທົ່າທີ່ເປັນໄປໄດ້ຕໍ່ຄວາມຊົ່ວຮ້າຍ ແລະ ການລະເມີດສິດທິມະນຸດທີ່ດຳເນີນຢູ່ຂອງລະບອບການປົກຄອງທະຫານ, ເຊັ່ນຄວາມຮຸນແຮງທາງເພດ ແລະ ອີງໃສ່ເພດ, ແລະ ການຫ້າມເສລີພາບຂັ້ນພື້ນຖານ,” ອີງຕາມການກ່າວໃນຖະແຫຼງການຮ່ວມໂດຍສະຫະພາບຢູໂຣບ, ບັນດາລັດຖະມົນຕີການຕ່າງປະເທດຈາກ ອອສເຕຣເລຍ, ການາດາ, ນິວຊີແລນ, ນໍເວ, ສາທາລະນະລັດ ເກົາຫຼີ, ສວິດເຊີແລນ, ສະຫະຣາຊະອານາຈັກອັງກິດ ແລະ ສະຫະລັດ.
ຖະແຫຼງການຮ່ວມໄດ້ກ່າວວ່າ “ພວກເຮົາຂໍຮຽກຮ້ອງ ໃຫ້ລະບອບການປົກຄອງທະຫານປະຕິບັດຂໍ້ຕົກລົງຫ້າຈຸດຂອງອາຊຽນ ແລະ ພົວພັນຢ່າງມີຄວາມໝາຍ ແລະ ເປັນແງ່ບວກກັບບັນດາຜູ້ແທນອາຊຽນ, ເພື່ອທີ່ ມຽນມາ ຈະຫັນປ່ຽນໄປສູ່ປະຊາທິປະໄຕກວມລວມ.”
ອາຊຽນ ໝາຍເຖິງສະມາຄົມປະຊາຊາດແຫ່ງເອເຊຍຕາເວັນອອກສຽງໃຕ້ທີ່ມີສະມາຊິກ 10 ປະເທດ.
ໃນວັນທີ 24 ເມສາ 2021, ບັນດາຜູ້ນຳຈາກ 9 ປະເທດອາຊຽນ, ພ້ອມກັບຜູ້ນຳລັດຖະບານທະຫານຂອງ ມຽນມາ, ນາຍພົນອາວຸໂສ ມິນ ອອງ ລາຍ, ໄດ້ໃຫ້ຄຳໝັ້ນສັນຍາ ຕໍ່ແຜນການ 5 ຈຸດດັ່ງກ່າວ.