ຕຳຫຼວດ ເທີກີ ສາມຄົນ ເສຍຊີວິດ ຈາກການ ໂຈມຕີຂອງ ພວກ PKK

ຊາວບ້ານພາກັນຢືນຢູ່ຕໍ່ໜ້າບ່ອນທີ່ໄດ້ຮັບຄວາມເສຍຫາຍ ໃນເມືອງ Cizre ແຂວງ Sirnak ທາງພາກຕາເວັນອອກສຽງ ໃຕ້ຂອງ ເທີກີ. 12 ກັນຍາ, 2015.

ແຫຼ່ງຂ່າວຄວາມ​ປອດ​ໄພໃນປະ​ເທດ ​ເທີ​ກີ ກ່າວ​ວ່າ ​ມີ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດຢ່າງ​ໜ້ອຍ 3 ຄົນ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ວັນ​ອາທິດ​ມື້​ນີ້ ຢູ່​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ປະ​ເທດ ​ໃນເຫດການ​ຮ້າຍ​ແຮງ​ຄັ້ງ​ຫຼ້າ​ສຸດ​ຫຼັງ​ຈາກ​ການ​ເກີດ​ຄວາມ​ຮຸນ​ແຮງ​ຫຼາຍ​ສັບປະດາ ລະຫວ່າງ​ທະຫານ​ລັດ​ຖະບານ ​ກັບ ພວກ​ຫົວ​ຮຸນ​ແຮງ​ຊາວ ​ເຄີ​ດ.

​ແຫຼ່ງຂ່າວ​ກ່າວ​ວ່າ ​ຕຳຫຼວດ​ສອງ​ຄົນ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ໂຈມ​ຕີດ້ວຍ​ລະ​ເບີດ​ລົດ​ໃສ່ລົດ ​ໃກ້ໆ​ກັບ​ດ່ານກວດກາ​ຂອງ​ຕຳຫຼວດ​ຢູ່​ນອກ​ເມືອງ Sirnak. ທະຫານ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ໄລ່​ຕາມ​ຜູ້​ຕ້ອງ​ສົງ​ໄສ​ດ້ວຍ​ເຮືອບິນ ​ເຮ​ລິຄັອບ​ເຕີ, ຍິງ​ປືນ​ໃສ່​ພວກ​ຫົວ​ຮຸນ​ແຮງ ​ແລະ ​ໄດ້​ເຮັດ​ໃຫ້​ສອງ​ຄົນ​ເສ​ຍຊີວິດ​ໃນ​ຂະນະ​ທີ່​ພວກ​ເຂົາ​ພາກັນ​ຫຼົບໜີ​ໄປ​ນັ້ນ.

ເມືອງ Cizre ປະ​ເທດ​ເທີ​ກີ

​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອີ​ກຄົນ​ໜຶ່ງ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ເມືອງ Silvan ຂອງ​ແຂວງ Diyarbakir ຫຼັງ​ຈາກ​ພວກຫົວ​ຮຸນແຮງ ພັກ​ກຳມະກອນ​ຊາວ ​ເຄີ​ດ ຫຼື PKK ​ໄດ້​ທຳການ​ໂຈມຕີດ້ວຍ​ຈະ​ຫຼວດ.

​ໃນ​ສັບປະດາ​ທີ່​ຜ່ານ​ມາ, ທະຫານ​ຮັກສາ​ຄວາມ​ປອດ​ໄພ​ຂອງ ​ເທີ​ກີ ​ໄດ້​ດຳເນີນ​ການ​ປະຕິບັດ​ການ​ທາງ​ທະຫານ​ຄັ້ງ​ໃຫຍ່​ໃນ​ເມືອງ Cizre ຢູ່​ທາ​ງພາກ​ຕາ​ເວັນ​ອອກສຽງ​ໃຕ້. ​ໃນ​ເມື່ອ​ການ​ປະກາດ​ພາວະ​ສຸກ​ເສີນ 9 ມື້​ໄດ້​ຖືກ​ຍົກ​ເລີກ​ໃນ​ວັນ​ເສົາ​ວານ​ນີ້, ບັນດາ​ປະຊາ​ຊົນ​ໄດ້​ອອກ​ມາ​ທີ່​ຈຸດ​ຂອງ​ການ​ຖືກ​ທຳ​ລາຍ. ເຮືອນ ​ແລະ ລົດ​ຫຼາ​ຍຄັນ​ໄດ້​ຖືກ​ເຈາະ​ເປັນ​ຮູ​ດ້ວຍ​ລູກປືນ​ໃຫຍ່ ​ແລະ ກະສອບລູກປືນ​ກໍໄດ້​ກະຈາຍ​ໄປທົ່ວ​ທຸກ​ມຸມ​ຂອງ​ພື້ນ​ທີ່.

Your browser doesn’t support HTML5

Turkey Kurds