ພະນັກງານ ຈຸໃໝ່ ເດີນທາງໄປເຖິງ ສະຖານີ ອະວະກາດ ນາໆຊາດ

ຈາກຊ້າຍ: ນັກບິນອະວະກາດ ສຫລ ທ່ານ Jeff Williams ນັກເຫາະຈັກກະວານຣັດເຊຍ ທ່ານ Alexei Ovchinin ແລະ ທ່ານ Oleg Skripochka ກ່ອນອອກເດີນທາງໄປກັບ ຍານອະວະກາດ Soyuz (19 ມີນາ 2016)

ຍານ​ອະວະ​ກາດ​ SOYUZ ຂອງຣັດ​ເຊຍ​ ​ໄດ້​ເດີນທາງ​ໄປ​ເຖິງ
​ສະຖານີ​ອະວະກາດນາໆ​ຊາດ ພ້ອມ​ດ້ວຍ​ພະນັກງານ​ສາມ​ຄົນ​
ຮວມທັງ​ ນັກ​ບິນ​ອະວະກາດ​ຄົນນຶ່ງ ​ທີ່​ພວມ​ຈະ​ທຳລາຍ​ສະຖິຕິ​
ຂອງ​ອາ​ເມຣິກັນ​ຢູ່​ແລ້ວ.

ພາຍ​ໃນຕອນ​ທ້າຍຂອງ​ການ​ປະ​ຕິ​ບັດ​ງານ​ເປັນ​ເວລາ​ຫົກ​ເດືອນ​
ສິ້ນສຸດ​ລົງ​ ນັກ​ບິນ​ອະວະກາດ Jeff Williams ຈະ​ໃຊ້​ເວລາ​ສະ
​ສົມ​ຮວມກັນ​ທັງ​ໝົດ ຢູ່ເທິງ​ອະວະກາດ​ເປັນ​ເວລາ 534 ມື້ ຫຼາຍ​
ກວ່າ​ນັກ​ບິນ​ອະວະກາດ​ຄົນ​ອື່ນໆ​ໃນ​ປະ ຫວັດ​ສາດ​ຂອງສະຫະ
ລັດ.

ນີ້​ແມ່ນ​ການ​ປະຕິບັດ​ງານ​ຄັ້ງທີ​ສາມ ຢູ່​ເທິງ​ສະຖາ​ນີອະວະກາດ​ນາໆ​ຊາດຂອງ​ນັກ​ບິນ​ອະ
ວະກາດ Williams.

ທ່ານ Williams ພ້ອມ​ດ້ວຍ​ນັກ​ເຫາະ​ຈັກກະ​ວານ Oleg Skripochka ​ແລະ Alexey
Ovchinin ຂອງ​ຣັດ​ເຊຍ ບິນ​ຂຶ້ນ​ໄປ​ສົມທົບ ພະນັກງານ​ອີກ​ສາມ​ຄົນ ທີ່ຢູ່ເທິງສະຖານີ
​ອະວະກາດ​ນາໆ​ຊາດ​ແລ້ວນັ້ນແລະ​ຈະ​ພາກັນ​ທຳ​ການ​ທົດ​ລອງທາງ​ດ້ານ​ວິທະຍາ​ສາດ
​ແລະ​ຊີວະ​ວິທະຍາ​ຫຼາຍຮ້ອຍ​ຄັ້ງຢູ່ເທິງສະຖານີ​ດັ່ງກ່າວ.

ນັກ​ເຫາະ​ຈັກກະວານຂອງຣັດ​ເຊຍ ທ່ານ Gennady Padalka ​ເປັນ​ຜູ້​ກຳ​ສະຖິຕິ​ ຂອງ​
ໂລກ​ກ່ຽວ​ກັບ​ການ​ໃຊ້​ເວລາ​ຢູ່​ເທິງ​ອະວະກາດ​ດົນທີ່​ສຸດຄື​ໄລ່ຮວມກັນ​ແລ້ວແມ່ນຕົກ​ເປັນ
879 ​ມື້.

Your browser doesn’t support HTML5

Space Station