ຜູ້ຊາຍກຳປູເຈຍສາມຄົນ ໄດ້ຖືກສານກ່າວຟ້ອງໂທດ ໃນຂໍ້ຫາ
ສັງຫານນັກຂ່າວຄົນນຶ່ງ ໃນທ້າຍອາທິດທີ່ຜ່ານມານີ້ ຊຶ່ງນັກ
ຂ່າວຄົນນັ້ນໄດ້ໄປສືບສວນແລະເອົາຂ່າວ ກ່ຽວກັບການຕັດໄມ້
ທີ່ຜິດກົດໝາຍ.
ທ້າວ La Narong ທ້າວ Kem Pheakdey ແລະ ທ້າວ Pin
Heng ໄດ້ຖືກກ່າວຫາວ່າ ສັງຫານ ນັກຂ່າວ Taing Try ທີ່ຖືກ
ຍິງຢູ່ຫົວ ໃນວັນອາທິດທີ່ຜ່ານມາ ຢູ່ພາກຕາເວັນອອກຂອງ
ແຂວງ Kratie.
ເຈົ້າໜ້າທີ່ກ່າວວ່າ ນອກນັ້ນ ທັງສາມຄົນທີ່ມີສາຍພົວພັນ ກັບ
ຕຳຫລວດ ແລະທະຫານ ຍັງໄດ້ຖືກກ່າວຫາ ໃນຖານມີອາວຸດຜິດກົດໝາຍ ຢູ່ໃນຄວາມ
ຄອບຄອງອີກ.
ບັນດາເພື່ອນຮ່ວມງານ ກ່າວວ່າ ທ່ານ Taing Try ໄດ້ໄປສືບສວນກ່ຽວກັບ ຂ່າວການຕັດ
ໄມ້ຜິດກົດໝາຍ ໃນແຂວງ Kratie ໃນເວລາທີ່ທ່ານເສຍຊີວິດ ແລະຢ່າງໜ້ອຍຜູ້ຕ້ອງສົງ
ໄສຄົນນຶ່ງ ແມ່ນເປັນພໍ່ຄ້າໄມ້ທ່ອນ.
ວີດີໂອພາສາລາວ: ຊາວຂະເໝນໂກດແຄ້ນ ກ່ຽວກັບການຕັດໄມ້:
Your browser doesn’t support HTML5
ຊາວບ້ານກຳປູເຈຍ ໂກດແຄ້ນ ກ່ຽວກັບ ການຕັດໄມ້ ທຳລາຍປ່າ