3 ຄົນ ເສຍຊີວິດ ໃນການໂຈມຕີ ຄ້າຍ ສປຊ ໃນພາກເໜືອ ປະເທດມາລີ

ແຜນທີ່ປະເທດມາລີ

ພວກ​ຫົວ​ຮຸນ​ແຮງ​ໄດ້​ໂຈມ​ຕີ​ຄ້າຍ​ແຫ່ງ​ນຶ່ງ​ຂອງ​ອົງການ​ສະຫະ​
ປະຊາ​ຊາດໃນ​ພາກ​ເໜືອ​ຂອງ​ປະ​ເທດ​ມາລີໂດຍ​ການ​ຍິງ​ຈະ
​ຫລວດ​ເຂົ້າ​ໄປ​ໃສ່ ທີ່​ເຮັດ​ໃຫ້ ກຳລັງ​ຮັກສາ​ສັນຕິພາບ​ສະຫະ
​ປະຊາ​ຊາດ 2 ຄົນ ​ແລະ​ພະນັກ​ງານ​ສັນຍາ​ຈ້າງ​ອີກຜູ້​ນຶ່ງ​ເສຍ
​ຊີວິດ ອີງ​ຕາມ​ລາຍ​ງານ​ຂອງ​ເຈົ້າໜ້າ​ທີ່.

​ໂຄສົກ​ຂອງ​ກຳລັງ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດກ່າວ​ວ່າ
ນອກ​ນັ້ນ ຍັງ​ມີອີກ​ຢ່າງນ້ອຍ 4 ຄົນ ​ໄດ້​ຮັບ​ບາດ​ເຈັບ​ສາຫັດ ​ໃນ​
ການ​ໂຈ​ມຕີ​ຢູ່​ເມືອງ​ກີ​ດາລ ທີ່ມີ​ຂຶ້ນ​ໃນ​ຕອນ​ເຊົ້າມືດ​ວັນ​ເສົາ​ມື້ນີ້.

ຍັງ​ບໍ່​ມີ​ລາຍ​ງານ​ເທື່ອ​ວ່າ ​ແມ່ນ​ກຸ່ມ​ໃດແທ້ ​ເປັນ​ຜູ້​ຮັບຜິດຊອບ​ໃນ
​ການ​ໂຈມ​ຕີ​ດັ່ງກ່າວ​ ຊຶ່ງ​ມີ​ຂຶ້ນ​ລຸນ​ຫລັງ​ທີ່​ພວກ​ຫົວ​ຮຸນ​ແຮງ​ໄດ້​ທຳ​ການ​ໂຈມ​ຕີ​ໂຮງ​ແຮມ​ຫລູ
ຫລາ​ແຫ່ງນຶ່ງ​ໃນ​ນະຄອນຫລວງ​ບາ​ມາ​ໂກ ​ເມື່ອ​ອາທິດ​ແລ້ວ ທີ່​ເຮັດ​ໃຫ້ 19 ຄົນ​ເສຍ​ຊີວິດ.

ກຸ່ມ​ຫົວ​ຮຸນ​ແຮງ 2 ກຸ່ມ ​ໃນ​ເຂດ​ອາ​ຟຣິກາ​ຕາ​ເວັນ​ຕົກ ຊຶ່ງ​ມີ​ ກຸ່ມ​ອາລກາ​ອີ​ດາ ​ໃນ​ເຂດ​ອິສ
ລາມ​ມາ​ເກຣັບ ​ແລະ​ເຄືອ​ຂ່າຍ​ຂອງ​ກຸ່ມ​ດັ່ງກ່າວ ​ທີ່​ມີ​ຊື່ວ່າ al-Mourabitoun ນັ້ນ ຕ່າງ​ກໍ
​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ຮ່ວມ​ກັນ ​ໃນ​ການໂຈມ​ຕີ ​ເມື່ອ​ວັນ​ທີ​20 ພະຈິກ ທີ່ໂຮງ​ແຮມ
Radisson Blu.

​ໃນ​ວັນ​ສຸກ​ວານ​ນີ້ ກຳລັງ​ພິ​ເສດ​ໃນ​ມາລີ ​ໄດ້​ຈັບ​ຜູ້​ຊາຍ 2 ຄົນ​ທີ່​ພົວພັນ​ກັບ​ການໂຈມ​ຕີ​ຢູ່​ທີ່​
ໂຮງ​ແຮມດັ່ງກ່າວ.

ຄວາມຮຸນແຮງໄດ້ສະແດງໃຫ້ເຫັນເຖິງໄພຂົ່ມຂູ່ຈາກບັນດາກຸ່ມຫົວຕໍ່ສູ້ອິສລາມທີ່ຍັງມີຢູ່
ຕໍ່ມາໃນພາກເໜືອ ແລະພາກກາງຂອງມາລີ ທັງໆທີ່ສະຫະປະຊາຊາດມີໜ້າຢູ່ທີ່ນັ້ນ.

ກຳລັງທະຫານພາຍໃຕ້ການນຳພາຂອງຝຣັ່ງ ໄດ້ຂັບໄລ່ກຸ່ມຫົວຮຸນແຮງອິສລາມລົງຈາກ ອຳນາດໃນພາກເໜືອມາລີ ເມື່ອປີ​ 2013.​ ກຸ່ມຫົວຮຸນແຮງເຫລົ່ານີ້ ໄດ້ເຂົ້າຢຶດເອົາພາກ ເໜືອມາລີ ຫລັງຈາກມີການເຮັດລັດຖະປະຫານທີ່ນະຄອນຫລວງບາມາໂກ ໃນປີ 2012.