ພວກກໍ່ການຮ້າຍ ໂຈມຕີຢູ່ 3 ທະວີບ ເຮັດໃຫ້ ຫຼາຍສິບຄົນ ເສຍຊີວິດ

Your browser doesn’t support HTML5

ນາຍົກລັດຖະມົນຕີຝຣັ່ງ ເຕືອນໃນວັນເສົາມື້ນີ້ວ່າ ຝຣັ່ງຄາດວ່າ
ອາດຈະມີການໂຈມຕີຕື່ມອີກຂອງພວກກໍ່ການຮ້າຍຫຼັງຈາກໄດ້
ມີການໂຈມຕີກໍ່ການຮ້າຍ 3 ຄັ້ງໃນວັນສຸກວານນີ້ຊຶ່ງມີຂຶ້ນບໍ່ພຽງ ແຕ່ຢູ່ໃນປະເທດຝຣັ່ງທໍ່ນັ້ນ ແຕ່ຍັງເກີດຂຶ້ນ ທີ່ປະເທດຕູນີເຊຍ
ແລະຄູເວດນຳດ້ວຍ.

ທ່ານ Manuel Valls ກ່າວວ່າ “ຄຳຖາມບໍ່ແມ່ນວ່າຈະມີການ
ໂຈມຕີຕື່ມອີກບໍ? ແຕ່ແມ່ນເວລາໃດ.” ພວກຜູ້ນຳຂອງໂລກ
ໄດ້ຮ່ວມກັນປະນາມຕໍ່ການໂຈມຕີທີ່ເກີດຂຶ້ນຢູ່ໃນທັງສາມທະ
ວີບໃນມື້ວັນສຸກວານນີ້ທີ່ເຮັດໃຫ້ມີຜູ້ເສຍຊີວິດຫລາຍສິບຄົນ ພາຍໃນເວລາບໍ່ເທົ່າໃດຊົ່ວໂມງ.

ທຳນຽບຂາວໄດ້ກ່າວເຖິງການໂຈມຕີດັ່ງກ່າວນີ້ວ່າ ຫ້ຽມໂຫດທີ່ສຸດໂດຍກ່າວຢູ່ໃນຖະແຫຼງ ການສະບັບນຶ່ງ ທີ່ນຳອອກເຜີຍແຜ່ບໍ່ດົນຫລັງຈາກທີ່ໄດ້ມີການໂຈມຕີວ່າ “ການກໍ່ການຮ້າຍ ແມ່ນບໍ່ມີບ່ອນໃຫ້ຢູ່ ບໍ່ວ່າຢູ່ໃນສັງຄົມໃດກໍຕາມ.”

ໃນຕອນເຊົ້າຂອງວັນສຸກວານນີ້ມືປືນ 2 ຄົນໄດ້ບຸກເຂົ້າໄປໃນໂຮງແຮມຕາກອາກາດແຄມ ຝັ່ງທະເລແຫ່ງນຶ່ງ ໃນເມືອງ Sousse ຂອງຕູນີເຊຍ ໂດຍໄດ້ສັງຫານ 38 ຄົນ ສ່ວນໃຫຍ່ ແມ່ນເປັນຊາວອັງກິດ ກ່ອນທີ່ຈະຖືກຂັດຂວາງ. ນາຍົກລັດຖະມົນຕີ Habib Essid ກ່າວ
ວ່າ ທ່ານໄດ້ສັ່ງໃຫ້ປິດວັດຕ່າງໆຂອງສາສະໜາອິສລາມ ທີ່ຢູ່ນອກການຄວບຄຸມຂອງກະ ຊວງກິດຈະການສາສະໜາ. ທ່ານເວົ້າວ່າ “ບໍ່ມີວັດໃດ ທີ່ບໍ່ປະຕິບັດຕາມກົດໝາຍ ຈະໄດ້ ຮັບການໂຍະຍານ ຜ່ອນຜັນ.”

ຢູ່ຄູເວດ ຜູ້ໂຈມຕີສະຫຼະຊີບຄົນນຶ່ງ ໄດ້ບີບຄະນວນລະເບີດໃຫ້ແຕກຂຶ້ນຢູ່ທີ່ວັດຂອງຊາວ ຊີໄອທ໌ທີ່ແອອັດໄປດ້ວຍຜູ້ຄົນ ເຮັດໃຫ້ຫຼາຍກວ່າ 20 ຄົນເສຍຊີວິດ.

ແລະຢູ່ທີ່ຝຣັ່ງ ພວກໂຈມຕີໄດ້ເອົາລົດແລ່ນເຂົ້າຕຳປ້ຳນ້ຳມັນແຫ່ງນຶ່ງທີ່ມີສຳນັກງານຢູ່ສະ ຫະລັດແລະຫລັງຈາກນັ້ນກໍຕັດຫົວນັກທຸລະກິດຜູ້ເປັນເຈົ້າຂອງແລະກໍຂຽນພາສາອາຣັບ ໃສ່ກະໂຕທີ່ບໍ່ມີຫົວຂອງຜູ້ກ່ຽວຢູ່ທີ່ທາງເຂົ້າປ້ຳນ້ຳມັນ. ພວກມອດໄຟໄດ້ຈັບໂຕຜູ້ຕ້ອງສົງ ໄສຊື່ວ່າທ້າວ Yassin Salhi ໃນມື້ວັນສຸກວານນີ້. ອົງການຂ່າວຝຣັ່ງກ່າວເຖິງທ້າວ Salhi
ວ່າຜູ້ກ່ຽວມີອາຍຸ 35 ປີ ແຕ່ງງານແລ້ວ ແລະມີລູກ 3 ຄົນ.

Your browser doesn’t support HTML5

Terrorists Attack on 3 Continents