ນັກບິນ ອະວະກາດ ສາມຄົນ ກັບຄືນ ສູ່ໂລກມະນຸດ ຢ່າງ ປອດໄພ (ວີດິໂອ)

ນັກບິນອະວະກາດ ສາມຄົນ ທ່ານ Kevin Ford, Oleg Novitskiy ແລະ Evgeny Tarelkin.

ນັກບິນ​ອະວະ​ກາດ​ສາມ​ຄົນ ​ໄດ້​ກັບ​ຄືນ​ມາສູ່​ໂລກ​ມະນຸດ ຈາກ
​ສະຖາ​ນີອະວະກາດນາໆ​ຊາດ ຢ່າງ​ປອດ​ໄພ.

ນັກບິນ​ອະວະກາດສະຫະລັດ ທ່ານ Kavin Ford ​ແລະຄູ່​ຕຳ​ແໜ່​ງ ຝ່າຍຣັດ​ເຊຍ ທ່ານ Oleg Novitskiy ​ແລະ ທ່ານ Evgeny Tarelkin ​ໄດ້​ລົງ​ມາສູ່​ພື້ນ​ດິນ​ດ້ວຍ​ຄວາມປອດ​ໄພ ​ໃນ​ຕອນ​ເຊົ້າ​ວັນ​ເສົາ​ມື້​ນີ້ ໂດຍ​ຍານ​ອະວະກາດ Soyuz ທີ່​ທົ່ງ​ຮາ​ບອັນ​ກວ້າງ​ໃຫຍ່​ປົກ​ຄຸມ​ໄປ​ດ້ວຍ​ຫິມະ​ ​ໃນ​ Kazakhstan.

ພວກນັກ​ບິນ​ອະວະກາດທັງ​ສາມຄົນ​ນີ້ ​ໄດ້​ໃຊ້​ເວລາ 114 ມື້ຢູ່ທີ່​ສະຖານີ​ອ​ະວະ​ກາດນາໆ​ຊາດ.

ການ​ກັບ​ຄືນ​ມາສູ່​ໂລກ​ມະນຸດ​ຂອງ​ເຂົາ​ເຈົ້າ ​ຕົ້ນຕໍ​ແລ້ວ​ແມ່ນ​ມີ​ກຳນົດ​ໃສ່ ​ວັນ​ສຸກ​ວານ​ນີ້ ​ແຕ່​ວ່າ​ໄດ້​ມີການ​ລ່າ​ຊ້າ​ນຶ້ງມື້ ​ເພາະວ່າ ສະພາບ​ອາກາດ​ບໍ່ດີ​ຢູ່ໃນ​ບໍລິ​ເວນ​ລົງ​ສູ່​ພື້ນດິນ​.

ນັກ​ບິນ​ອະວະກາດກາ​ນາ​ດາ ທ່ານ Chris Hadfield ປັດ​ຈຸ​ບັນ​ນີ້ແມ່ນ ​ເປັນ​ຫົວໜ້າ ​ຂອງ​ພວກ​ນັກ​ບິນ 3 ຄົນ ​ທີ່ຍັງ​ເຫຼືອຢູ່​ເທິງສະຖານີ​ອະວະກາດນາໆ​ຊາດ.​

Your browser doesn’t support HTML5

Space Station