3 ຄົນຖືກຈັບ ຢູ່ລັດ Kansas ຖານວາງແຜນ ໂຈມຕີ ຄົນເຂົ້າເມືອງ

ແຜນທີ່ເມືອງ Garden City

ກະຊວງ​ຍຸຕິ​ທຳ​ຂອງ​ສະຫະລັດ ກ່າວ​ວ່າ ຜູ້​ຊາຍ 3 ຄົນ​ທີ່​ຖືກ​ກ່າວ​ຫາ​ວ່າ​ວາງ​ແຜນ​ໂຈມ​ຕີ​ ວັດ​ສາສະໜາ​ອິສລາມ​ ແລະຄຸ້ມ​ບ້ານແຫ່ງ​ນຶ່ງທີ່​ເມືອງ Garden City ​ໃນ​ລັດ Kansas ຖືກ​ເຈົ້າໜ້າ​ທີ່​ຈັບ.

ຮັກສາ​ການ​ໄອ​ຍະ​ການ​ປະຈຳ​ເຂດຂອງ​ສະຫະລັດ ທ່ານ Tom Beall ກ່າວ​ຕໍ່​ພວກ​ນັກ ຂ່າວ​ທີ່​ເມືອງ Wichita ລັດ Kansas ​ໃນ​ວັນ​ສຸກ​ວານ​ນີ້ວ່າ ຜູ້​ຕ້ອງ​ສົງ​ໄສ​ທັງສາມ ໄດ້​ແກ່​ທ້າວ Curtis Allen, Gavin Wright ​ແລ​ະ Patrick Stein ​ຖືກ​ກ່າວ​ຫາ​ ​ເປັນ​ຜູ້​ກໍ່​ການ​ຮ້າຍ​ພາຍ​ໃນ​ປະ​ເທດ.

ບຸກຄົນ​ທັງ 3 ​ໄດ້​ຖືກຈັບ ໃນວັນ​ສຸກ​ວານ​ນີ້ ທີ່​ເມືອງ Liberal ​ລັດ Kansas ປະມານ 100 ຫລັກ​ກິ​ໂລ​ແມັດ ຫ່າງ​ຈາກ​ເມືອງ Garden City ​ໄປ​ທາງ​ທິດ​ໃຕ້.

​ສາຍ​ລັບຄົນ​ນຶ່ງໄດ້​ເຂົ້າຮ່ວມ​ໃນ​ການ​ສືບສວນ ​ແລະ​ໄດ້​ຈັດ​ສົ່ງ​ຂໍ້​ມູນ​ກ່ຽວ​ກັບ​ແຜນການ​ຂອງພວກ​ຜູ້​ຊາຍ​ຈຸນີ້​ໃຫ້​ແກ່​ເຈົ້າໜ້າ​ທີ່.

ທ່ານ Beall ກ່າວ​ວ່າ ຜູ້​ຊາຍ​ຈຸນີ້​ໄດ້​ວາງ​ແຜນ​ແນ​ເປົ້າໝາຍ​ການ​ໂຈມ​ຕີ​ໃສ່​ສະຖານ​ທີ່ຢູ່ ຂອງພວກ​ອົບ​ພະຍົບ​ໂຊ​ມາ​ເລຍ. ທ່ານ​ກ່າວ​ຕື່ມ​ວ່າ ພວກ​ເຂົາ​ເຈົ້າ​ໄດ້ເກັບ​ສະ​ສົມ​ອາວຸດ​ແລະ​ກະສຸນ​ປືນ ​ແລະ​ວາງ​ແຜນ​ທີ່​ຈະເອົາ​ລົດ​ທີ່​ບັນທຸກ​ດິນ​ລະເບີດ​ໄປ​ຈອດ​ໄວ້​ຢູ່​ທາງ​ສີ່​ດ້ານ​ຂອງ​ຕຶກຫ້ອງ​ແຖວ​ໃນ​ເມືອງ Garden City ທີ່ມີຜູ້​ຄົນ​ອາ​ໄສ​ຢູ່​ປະມານ 120 ຄົນ.

ທ່ານ Beall ກ່າວ​ວ່າ ການ​ໂຈມ​ຕີ​ແມ່ນ​ໄດ້​ວາງ​ແຜນ​ໃສ່​ວັນ​ທີ 9 ພະ​ຈິກນຶ່ງ​ມື້ຫຼັງຈາກ​ການ​ເລືອກ​ຕັ້ງປະທານາທິບໍດີ​ສະຫະລັດ.

ທ່ານ​ກ່າວ​ວ່າ ພວກ​ຜູ້​ຊາຍ​ຈຸນີ້​ແມ່ນສ່ວນ​ນຶ່ງ​ຂອງ​ອົງການ​ທີ່​ເອີ້ນຕົນ​ເອງ​ວ່າ ນັກ​ລົບ​ສາສະ ໜາ​ຫຼື Crusader ທີ່​ທ່ານ​ເອີ້ນວ່າ “ວັດທະນະທຳ​ທີ່​ລີ້ລັບແຫ່ງ​ຄວາມ​ກຽດ​ຊັງ​ແລະຄວາມ​ຮຸນ​ແຮງ.”

ຮູບພາບຂອງວັນທີ 14 ເດືອນຕຸລາ 2016 ຈາກຫ້ອງການຕຳຫລວດເມືອງ Sedgwick ທີ່ສະແດງໃຫ້ເຫັນທ້າວ Curtis Allen ທ້າວ Gavin Wright ແລະທ້າວ Patrick Eugene Stein.

ຖ້າ​ຫາກ​ບຸ​ກຄົນ​ທັງ​ສາມ ​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ພວກ​ເຂົາ​ເຈົ້າອາດ​ຈະ​ປະ​ເຊີນ​ກັບ​ໂທດ​ທີ່​ໜັກ​ສຸດ​ຄື​ຈຳ​ຄຸກ​ຕະຫລອດ​ຊີວິດ.

ເມືອງ Garden City ຊຶ່ງຕັ້ງຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ລັດ​ Kansas ​ເປັນ​ເມືອງ​ປາດ ​ຊີ້ນ​ແລະ​ໄດ້​ວ່າ​ຈ້າງ​ພວກ​ຄົນ​ເຂົ້າ​ເມືອງ ​ທີ່​ມາ​ຈາກ​ຫລາຍໆ​ປະ​ເທດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ