​ອົບ​ພະ​ຍົບ ຈາກ​ອາ​ຟ​ຣິ​ກາ​ເໜືອ ຫຼາຍພັນຄົນ ໄດ້ຮັບ ການຊ່ອຍເຫຼືອ ຢູ່ທະເລ Mediterranean (ວີດີໂອ)

Your browser doesn’t support HTML5

ຫຼາຍພັນຄົນ ໄດ້ຮັບການຊ່ອຍເຫຼືອ ຢູ່ທະເລ Mediterranean ທ່າມກາງຂະບວນການ ອົບພະຍົບໄປຍັງຢູໂຣບ.

ບັນດາເຈົ້າໜ້າ​ທີ່ ອີຕາລີ ​ໄດ້​ເຕືອນ​ວ່າ ຈຳນວນທີ່​ເພີ້​ມສູງ​ຂຶ້ນ​
ຂອງຊາວອົບ​ພະ​ຍົບຊອກ​ວຽກ ຈາກອາ​ຟຣິກາ​ເໜືອ ​ທີ່ພະ
ຍາຍາມຈະ​ໄປ ​ໃຫ້​ຮອດ​ ໃຫ້ເຖິງ​ແຄມ​ຝັ່ງທະເລຂອງ​ຢູ​ໂຣບ ​
ໃນຫຼາຍໆມື້​ຜ່ານ​ມາ​ນີ້ ກຳລັງ​ຂົ່ມຂູ່ຕໍ່​ຄວາມ​ໜ້າ​ເຊື່ອ​ຖື​ ຂອງ​
ສະຫະພາບ​ຢູ​ໂຣບ. ຊາວອົບພະຍົບ ຫຼາຍສິບພັນຄົນ ໄດ້ພາ
ກັນສວຍໃຊ້​ໂອກາດ ຈາກການຂາດສະຖຽນລະພາບ ໃນ
ປະເທດ Libya ເດີນທາງຂ້າມທະ​ເລ Mediterranean ທີ່ເຕັມໄປດ້ວຍຄວາມອັນຕະລາຍ. ຜູ້ສື່ຂ່າວວີໂອເອ Henry
Ridgwell ມີລາຍງານຈາກ London ຊຶ່ງ ໄຊຈະເຣີນສຸກ ຈະ
ນຳມາສະເໜີທ່ານ.

Your browser doesn’t support HTML5

ຟັງລາຍງານເລື້ອງ ຫຼາຍພັນຄົນໄດ້ຮັບການຊ່ອຍເຫຼືອຈາກທະເລ Mediterranean.


ກອງທັບເຮືອອີຕາລີ ໄດ້ຊ່ວຍ​ເອົາຊາວອົບພະຍົບຫຼາຍກວ່າ
5,000 ຄົນ ຂຶ້ນມາ​ຈາກ​ເຮືອ​ກາງ​ທະເລ ໃນທ້າຍອາທິດແລ້ວນີ້.
ວີດີໂອຂອງ ອີຕາລີ ສະ​ແດງ​ໃຫ້​ເຫັນພາບ ຂອງກຳ​ປັ່ນ​ກອງທັບ​ເຮືອ​ ຫຍັບ​ເຂົ້າ​ໄປ​ໃກ້ເຮືອ
ຫຼາຍລຳທີ່ອັດ​ແອ​ໄປ​ດ້ວຍ​ຜູ້​ຄົນ​ ລວມເຖິງພວກຜູ້ຍິງ ທີ່ກຳລັງຖືພາ ແລະ​ເດັກ​ເລັກເດັກນ້ອຍ.

ມີຮອດ 5 ຄົນ ເສຍຊີວິດ ​ເວລາເຮືອລໍານ້ອຍໆ ຂອງ​ເຂົາ​ເຈົ້າ ຫລົ້ມ ໃນຂະນະທີ່ເຂົາ​ເຈົ້າ ກຳລັງຈະຂຶ້ນເຮືອທີ່​ເຂົ້າ​ໄປຊ່ອຍເຫຼືອນັ້ນ. ເຊື່ອ​ກັນ​ວ່າ ​ພວກ​ເຂົາ​ເຈົ້າ​ເສຍ​ຊີວິດ ຍ້ອນຖືກ
ເຮືອ ພິກຂວ້ຳທັບ.

ໂຄສົກຈາກ Frontex ຊຶ່ງ​ເປັນອົງການ ກວດກາ​ຊາຍ​ແດນ​ຂອງສະຫະ ພາບ​ຢູ​ໂຣບ ທ່ານ​
ນາງ Ewa Moncure ​ທີ່​ໄດ້​ໂອ້​ລົມ​ກັບວີ​ໂອ​ເອທາງ Skype ​ເວົ້າວ່າ ການຫລັ່ງໄຫລເຂົ້າ
ມາຂອງຊາວອົບພະຍົບດັ່ງກ່າວ​ ໝາຍຄວາມວ່າ ປີ 2014 ​ແມ່ນຈະ​ກາຍ​ເປັນ​ປີ​ ທີ່​ມີຊາວ​
ອົບພະ​ຍົບເດີນທາງມາ​ຮອດ​ ພາກ​ໃຕ້​ຂອງ​ຢູໂຣບ ​ໃນຈຳນວນ​ຫລວງຫລາຍ​ຢ່າງ​ເປັນ​ປະຫວັດ​ການ.

ທ່ານ​ນາງ Ewa Moncure ​ເວົ້າວ່າ “ເວລາ​ນີ້ ຢູ່​ໃນ​ເຂດ​ພາກ​ກາງ ຂອງທະ​ເລ
Mediterranean ພຽງ​ແຫ່ງ​ດຽວ ​ພວກ​ເຮົາ​ໄດ້​ເຫັນ​ຊາວ​ອົບ​ພະຍົບຫຼາຍກວ່າ
40,000 ຄົນແລ້ວ ເຂົ້າມາຈາກ​ປະ​ເທດລີ​ເບຍ​ເປັນຫຼັກ. ລີ​ເບຍ​ໄດ້​ເປັນ​ຈຸດ​ຜ່ານ​ ​
ແລະ ຈຸດເດີນ​ທາງອອກ ທີ່​ສຳຄັນ​ທີ່​ສຸດ ​ສຳລັບ​ຊາວ​ອົບ​ພະຍົບ ຈາກ​ທົ່ວ​
ອາ​ຟຣິກາ.”


​ຫຼາຍໆ​ກຸ່ມທະຫານ​ບ້ານປະ​ກອບ​ອາ​ວຸດຢ່າງໜັກ ກຳລັງ​ຍາດ​ແຍ່ງ​ກັນຢຶດ​ເອົາອຳນາດ
ຢູ່​ໃນ​ລີ​ເບຍ. ທ່ານ​ນາງ Moncure ​ກ່າວ​ວ່າ ຄວາມ​ວຸ້ນວາຍ​ທີ່​ເກີດ​ຂຶ້ນ​ນັ້ນ ໄດ້ຊຸກຍູ້ໃຫ້​
ມີ​ການ​ອົບ​ພະຍົບຫລົບໜີ​ອອກ​ມາ ຫລາຍ​ຂຶ້ນ.

ທ່ານ​ນາງ Ewa Moncure ​ເວົ້າວ່າ “ການ​ຄວບ​ຄຸມ​ຕາມ​ຊາຍ​ແດນໃນ​ລີ​ເບຍ​ແມ່ນ​ມີ​ຂໍ້​
ຈຳກັດ​ຫຼາຍ ​ແລະ ພວກ​ລັກລອບ​ເອົາ​ຄົນ​ອອກ​ຈາກ​ປະ​ເທດ ຊຶ່ງ​ທຸລະ​ກິດ​ຂອງພວກ​
ເຂົາ​ແມ່ນ​ໄລ່​ເອົາເງິນຄ່າ​ຈ້າງ​ ສຳຫລັບ​ຈັດ​ ເອົາ​ພວກ​ອົບ​ພະ​ຍົບຂຶ້ນ​ເຮືອ ​ແລະສົ່ງ​
ໄປ​ຍັງ​ຢູ​ໂຣບນັ້ນ ​ແມ່ນ​ກຳລັງ​ມີ ​ຊີ​ວິ​ດຢູ່​ຢ່າງ​ສະດວກ​ສະບາຍ​ຢູ່​ທີ່ນັ້ນ ໃນ​ຂະນະ​ນີ້.”


ຊາວ​ອົບ​ພະຍົບທັງຫຼາຍ ​ແມ່ນ​ພຽງ​ແຕ່​ຢາກ​ມີ​ຊີວິດ​ທີ່​ດີກ​ວ່າ​ເກົ່າ​ຢູ່​ໃນ ​ຢູ​ໂຣບ. ​ແຕ່​ກໍ​ມີ
ຫຼາຍໆ​ຄົນ​ ທີ່ຫລົບໜີ​ ຈາກ​ການ​ສູ້ລົບກັນ​ ໃນຫຼາຍໆ​ບ່ອນ ​ເຊັ່ນ ​ໃນປະ​ເທດ ​ຊີ​ເຣຍ ​ແລະ
ອີຣິ​ຕເທຣຍ.

ຫຼັງຈາກ​ເຮືອ​ຂອງອົບ​ພະ​ຍົບລຳ​ນຶ່ງ​ ໄດ້​ຈົມ​ລົງ​ຢູ່​ນອກ​ຝັ່ງ​ທະ​ເລ​ຂອງອີ​ຕາ​ລີ​ ໃນ​ເດືອນ​ຕຸລາ​
ປີ​ແລ້ວ​ນີ້ ເຮັດ​ໃຫ້ປະມານ 360 ຄົນ​ເສຍຊີວິດນັ້ນ ກອງທັບ​ເຮືອ​ອີ​ຕາ​ລີ​ ກໍ​ໄດ້​ຈັດ​ຕັ້ງ​ປະຕິ​ບັດ
​ການ​ຊອກ​ຫາແລະຊ່ອຍ​ເຫຼືອຢ່າງ​ຕໍ່​ເນື່ອງ. ລັດຖະມົນຕີ​ກະຊວງ​ພາຍ​ໃນຂອງ​ອີ​ຕາ​ລີ ທ່ານ
Angelo Alfano ​ໄດ້​ຮຽກຮ້ອງ​ໄປ​ຍັງ​ ບັນ​ດາ​ປະ​ເທດອື່ນໆ​ ໃນ​ສະຫະ​ພາບຢູ​ໂຣບ ​ໃຫ້​ຊ່ວຍ​ແບ່ງ​ເບົາ​ພາລະແບກ​ຫາບດັ່ງກ່າວ.

ທ່ານ Angelo Alfano ​ເວົ້າວ່າ “ຈຳ​ເປັນ​ຕ້ອງບອກໃຫ້​ຮູ້​ບໍ​ວ່າ​ ຢູ່​ໃນ​ ທະ​ເລ
Mediterranean ພວກ​ເຮົາ​ຕ້ອງ​ການ ການ​ແຊກ​ແຊງ​ຈາກ​ ບັນດາ​ປະ​ເທດ​ໃນ​
ຢູ​ໂຣບ ໂດຍທີ່ມີ​ການຕັດ​ສິນ​ໃຈອັນ​ຈະ​ແຈ້ງ​ ທີ່​ຈະ​ເອົາ​ທຸງ​ຂອງ​ສະຫະພາບ​ຢູ​ໂຣບ
ປັກໃສ່ ການ​ປະຕິບັດ​ງານ​ ຊ່ອຍ​ເຫຼືອນີ້​ບໍ? ພວກທ່ານ​ຕ້ອງການໃຫ້ພວກ​ເຮົາ​
ອະທິບາຍ​ອີກ​ຄັ້ງໜຶ່ງ​ບໍວ່າ​ ພວກ​ຄົນ​ອົບ​ພະ​ຍົບ​ເຫຼົ່ານີ້​ ເຂົ້າມາ​ເພື່ອ​ຊອກ​ຫາບ່ອນ​
ອາ​ໄສ​ລີ້​ໄພ ແລະ ຕ້ອງ​ໃຫ້ບອກບໍ​ວ່າ ພວກ​ເຂົາ​ເຈົ້າບໍ່ໄດ້ຢາກ​ຢູ່ ໃນ​ແຕ່​ປະ​ເທດ​
ອີ​ຕາ​ລີ ​ແຕ່​ຢາກ​ໄປ​ ປະ​ເທດ​ອື່ນໆ​ໃນ​ຢູ​ໂຣບນຳ?”


ກົດ​ລະບຽບ​ຂອງສະຫະພາບ​ຢູ​ໂຣບ ​ລະບຸ​ວ່າ ພວກ​ທີ່​ຊອກ​ຫາ​ບ່ອນລີ້​ໄພ ຕ້ອງ​ສະໝັກ​ຂໍ​
ເອົາ​ໃນ​ປະ​ເທດ​ບ່ອນ​ທີ່​ພວກ​ເຂົາ​ມາ​ຮອດ​ໃນ​ເບື້ອງ​ຕົ້ນ. ບັນດາ​ເຈົ້າໜ້າ​ທີ່​ ໃນ​ປະ​ເທດ​
ມອລຕາ ແລະ ອີ​ຕາ​ລີ ກ່າວ​ວ່າພວກ​ເຂົາກຳລັງໄດ້​ຮັບ​ພາລະ​ລົ້ນ​ເຫຼືອ​ເກີນ​ໄປ ​ໃນ​ການ​
ຮັບ​ມື​ກັບ​ພວກ​ອົບ​ພະຍົບ​ເຫລົ່າ​ນີ້.ນອກ​ນັ້ນ​ແລ້ວ ຈຳນວນ​ຊາວ​ອົບ​ພະຍົບນັ້ນ ທີ່​ເສຍ​ຊີວິດ​ໄປ​ ກໍ​ເພີ້​ມຂຶ້ນ​ ທຸກໆ​ອາທິດ.

ກອງທັບ​ເຮືອສະຫະລັດ ​ໄດ້ຊ່ອຍ​ເຫຼືອຊາວ​ອົບ​ພະຍົບ​ເຫລົ່າ​ນັ້ນ ​ເກືອບຮອດ 300 ຄົນ ​ໃນ​ວັນ​ເສົາ​ ອາທິດ​ແລ້ວ​ນີ້ ຫຼັງຈາກ​ທີ່ໄດ້​ຮັບ​ສັນຍານ​ຮ້ອງ​ຂໍ​ຄວາມ​ຊ່ອຍເຫຼືອດ່ວນ ຈາກ​ເຮືອ​ລຳ​ນຶ່ງທີ່​ກຳລັງ​ຈົມ​ລົງ​ຢູ່​ໃນທະ​ເລ Mediterranean ນອກ​ຝັ່ງ​ອີ​ຕາ​ລີ. ​

ບັນດາເຈົ້າໜ້າ​ທີ່​ສະຫະ​ພາບ​ຢູ​ໂຣບ ກ່າ​ວວ່າ​ ພວກ​ເຂົາ​ກຳລັງ​ວາງ​ແຜນ​ຮັບ​ມື ກັບ​ການ​ເພີ້​ມ
ຂຶ້ນຂອງ​ຊາວ​ອົບ​ພະຍົບ ​ເພາະວ່າ ຄວາມ​ວຸ້ນວາຍ​ທາງ​ການ​ເມືອງໃນ​ ລີ​ເບຍ ສະແດງໃຫ້
​ເຫັນ​ຮ່ອງຮອຍໜ້ອຍ​ຫລາຍວ່າ​ ຈະມີ​ຄວາມທຸ່ນ​ທ່ຽງ​ຂຶ້ນ.