ຊາວສະເປນຫຼາຍໝື່ນຄົນ ພາກັນເດີນຂະບວນ ສະໜັບສະໜຸນ ພັກ ໂປເດໂມສ

ປະຊາຊົນ ຮ້ອງຄຳຂວັນຕ່າງໆ ໃນລະຫວ່າງການເດີນຂະບວນ ສະໜັບສະໜຸນ ພັກ ໂປເດໂມສ ທີ່ນະຄອນຫລວງ ມາດຣິດ, ວັນທີ 31 ມັງກອນ 2015.

ສ່ວນ​ຢູ່​ທີ່​ປະ​ເທດສະ​ເປ​ນນັ້ນ ປະຊາຊົນ​ຫຼາຍ​ໝື່ນ​ຄົນໄດ້ພາກັນ
​ເດີນ​ຂະ​ບວນ​ໄປ​ຕາມ​ຖະໜົນ​ສາຍ​ຕ່າງໆ​ໃນ​ນະຄອນຫຼວງ
Madrid ​ໃນ​ວັນ​ເສົາ​ວານ​ນີ້ ​ໃນ​ການສະ​ແດງ​ອອກ​ເຖິງການ​ສະ
ໜັບສະ​ໜຸນ​ຄັ້ງ​ໃຫຍ່​ທີ່​ສຸດ ​ຕໍ່​ພັກ Podemos ພັກ​ການ​ເມືອງ​
ໃໝ່​ທີ່​ຄັດຄ້ານ​ຕໍ່​ໂຄງການ​ປະຢັດມັດທະຍັດ​ດ້ານ​ເສດຖະກິດ
​ແລະ​ໄດ້​ຖືກ​ສົມ​ທຽບ​ໃສ່ ​ພັກ​ Syriza ຂອງ​ລັດຖະບານ Gree
ce ​ຊຸດ​ໃໝ່​ນັ້ນ.

ພວກ​ເດີນ​ຂະ​ບວນພາກັນ​ຮ້ອງ​ຄຳ​ຂວັນ​ວ່າ “​ແມ່ນ​ແລ້ວ ​
ພວກ​ເຮົາ​ສາມາດ​ເຮັດ​ໄດ້!”​
ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ
ພາກັນ​ເດີນ​ຂະ​ບວນ​ໄປ​ຮວມກັນ​ຢູ່​ຈະຕຸ​ລັດ Puerta del
Sol ​ໃນ​ໃຈກາງ​ເມືອ​ງ. ຫຼາຍ​ຄົນ​ພາກັນ​ໂບກ​ທຸງ Greece ແລະ​ປ້າຍ​ຕ່າງໆທີ່​ອ່ານ​ວ່າ “ການ​ປ່ຽນ​ແປງ​ແມ່ນ​ດຽວ​ນີ້.”

Podemos ຊຶ່ງ​ໝາຍ​ຄວາມ​ວ່າ “ພວກ​ເຮົາ​ສາມາດ” ​ໄດ້​ໂຜ່​ຂຶ້ນ​ມາ​ພຽງເມື່ອ​ນຶ່ງ​ປີຜ່ານມາ ​
ແຕ່ກໍ​ພ້ອມ​ແລ້ວ​ທີ່​ສັ່ນ​ສະ​ເທືອ​ນລະບົບສອງ​ພັກ​ການ​ເມືອງ​ ທີ່​ມີ​ມາ​ແຕ່​ໃດໆຂອງ​ປະ​ເທດ​ນັ້ນ. ​ໃນ​ເດືອນ​ພຶດສະພາ​ປີຜ່ານມາ​ນີ້ ພັກ​ດັ່ງກ່າວ ​ໄດ້ສ້າງ​ຄວາມ​ຕື່ນ​ຕົກ​ໃຈຢ່າງ​ໃຫຍ່ ຫລັງ​ຈາກ​ໄດ້​ຊະນະ​ 5 ບ່ອນນັ່ງ​ໃນ​ການ​ເລືອກ​ຕັ້ງ ໃນ​ລັດຖະສະພາ​ຢູ​ໂຣບ.

ການ​ຢັ່ງ​ຫາງ​ສຽງ​ປະຊາຊົນ ​ສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ດັ້ງ​ກ່າວ​ອາດສາ ມາດຄ້ວາ​ເອົາ
ບ່ອນ​ນັ່ງ​ໄປຫລາຍ​ທີ່​ສຸດ​ໄດ້​ ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງສະ​ເປ​ນ​ໃນ​ທ້າຍປີ​ນີ້.

ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ Pablo Iglesias ອາ​ຈອນ​ສອນ​ວິຊາ​ລັດຖະສາດການ
​ເມືອງ ​ໄວ 36 ປີນັ້ນ ພັກ Podemos ​ມີ​ເປົ້າ​ໝາຍ​ທີ່ ຈະເອົາ​ແບບຢ່າງ​ຄວາມ​ສຳ​ເລັດ​
ຂອງ​ພັກ Syriza ​ໃນ​ການ​ເລືອກ​ຕັ້ງ​ທີ່ Greece ເມື່ອ​ວັນ​ອາທິດແລ້ວ​ນີ້.

ສະ​ເປ​ນ​ແລະ​ກຣີສ ຕ່າງກໍ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ວິ​ກິດ​ການ​ດ້ານ​ເສດຖະກິດ​ຢ່າງ
​ໜັກ ຊຶ່ງ​ຍັງ​ຜົນ​ເຮັດ​ໃຫ້​ການ​ຫວ່າງ​ງານ​ ຢູ່ໃນ​ອັດຕາ​ ສູງ​ຢ່າງໃຫຍ່ ​ແລະ​ຕ້ອງ​ໄດ້​ຕັດ​ຄ່າ​
ໃຊ້​ຈ່າຍ​ຂອງ​ລັດຖະບານລົງ. ຂ່າວ​ນອງ​ນັນ​ເລື້ອງ​ຄວາມ​ເປື່ອຍ​ເຍື່ອຍ​ດ້ານ​ການ​ເມືອງ
​ຢ່າງ​ຫຼວງ​ຫຼາຍ ​ແຮ່ງ​ສ້າງ​ຄວາມ​ໂກດ​ແຄ້ນແກ່​ປະຊາຊົນຕື່ມຂຶ້ນ​.

ປະຊາຊົນ​ສະ​ເປ​ນພາກັນ​ເຫຼືອ​ອົກ​ເຫຼືອ​ໃຈ​ນຳ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະນຳພວກ​ຊົນ​ຊັ້ນ
​ສູງ​ ໄດ້​ພາກັນ​ເຂົ້າ​ໄປ​ຫາ​ພັກ Podemos ​ແລະ​ສານ​ແຫ່ງ​ການ​ປ່ຽນ​ແປງ​ຂອງ​ພັກ​ດັ່ງກ່າວ.

Your browser doesn’t support HTML5

spainpolitics1february15