ຊາວຢູເຄຣນ ຫຼາຍພັນຄົນ ສືບຕໍ່ ທຳການປະທ້ວງ ທີ່ກຸງ Kyiv

ພວກປະທ້ວງຕໍ່ຕ້ານລັດຖະບານ ຊຸມນຸມກັນ ທີ່ຈະຕຸລັດ ເອກກະລາດ ທີ່ກຸງ Kyiv, ວັນທີ 12 ມັງກອນ 2014.

ພວກ​ນັກ​ເຄື່ອນ​ໄຫວ​ຢູ​ເຄຣນຫຼາຍ​ພັນ​ຄົນ​ ​ໄດ້​ໄປ​ໂຮມ​ຊຸມນຸມ​
ກັນ​ ໃນ​ນະຄອນຫຼວງ Kyiv ​ໃນ​ມື້ວານ​ນີ້ ໃນ​ການ​ສືບ​ຕໍ່ຂະ​ບວນ
ການ​ປະ​ທ້ວງ​ຂະໜາດ​ໃຫຍ່​ໃນ​ປີ​ແລ້ວ​ນີ້ ຕໍ່ຕ້ານ​ການ​ຕັດສິນ​ໃຈ
​ຂອງ​ລັດຖະບານ ​ທີ່​ປະ​ຖິ້ມການ​ມີ​ສາຍ​ພົວພັນ​ທີ່​ໃກ້ຊິດ​ຂຶ້ນ​ກັບ
​ສະຫະພາບ​ຢູ​ໂຣບ ​ແລະຫັນ​ໄປ​ເພີ່ມ​ທະວີ​ການຮ່ວມ​ມືກັນ​ຫຼາຍ​
ຂຶ້ນ ​ກັບຣັດ​ເຊຍ​ນັ້ນ.

ການ​ໂຮມ​ຊຸມນຸມ​ໃນ​ວັນ​ອາທິດ​ວານ​ນີ້ ​ໄດ້​ດຶງ​ດູດ​ເອົາ​ພວກ​ປະ
​ທ້ວງ​ປະມານ 50 ພັນ​ຄົນໄປ​ເຕົ້າ​ໂຮມ​ກັນ ​ຢູ່​ທີ່​ຈະ​ຕຸ​ລັດ​ເອກ​ກະ
ລາດ​ຫຼື Independence Square ​ແລະ​ມີ​ຂຶ້ນ​ໃນ​ເວລາ​ພຽງ​
ບໍ່​ເທົ່າ​ໃດ​ມື້ ​ຫຼັ​ງຈາກ​ຕຳຫຼວດ​ໄດ້​ປະ​ທະ​ກັນ​ກັບ​ພວກ​ປະ​ທ້ວງ​
ເຮັດ​ໃຫ້​ຫຼາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ໂຮມ​ທັງ​ທ່ານ Yuriy Lutsenko ຜູ້ນຳ​ຝ່າຍ​ຄ້ານທີ່
ໄດ້​ຮັບ​ບາດ​ເຈັບ​ສາຫັດ.

​ໃນ​ລະຫວ່າງ​ການໂຮມ​ຊຸມນຸມປະ​ທ້ວງ ຜູ້ນຳ​ຝ່າຍ​ຄ້ານ​ແລະ​ອະດີດ​ແຊ້ມມວຍ ທ່ານ Vitali Klitschko ​ໄດ້ຮຽກຮ້ອງ​ໃຫ້​ປະຊາຊົນ​ຢູ​ເຄຣນ ສືບ​ຕໍ່​ທຳ​ການ​ເດີນ​ຂະ​ບວນປະ​ທ້ວງ​ຕາມ​
ຖະໜົນ​ຫົນທາງ ​ແລະ​ຮຽກຮ້ອງ​ໃຫ້​ມີ​ການ​ນັດ​ຢຸດ​ງານໃນ​ທົ່ວ​ປະ​ເທດ.

ຜູ້ນຳ​ຝ່າຍ​ຄ້ານ​ອີກ​ຄົນ​ນຶ່ງ ຄື​ທ່ານ Arseny Yatsenyuk ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ປະ​ເທດ
ຝ່າຍ​ຕາ​ເວັນ​ຕົກ​ ທໍາ​ການ​ລົງ​ໂທດ​ຕໍ່​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສຸດ​ຂອງ​ຢູ​ເຄຣນ.

ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ ໄດ້ພາກັນ​ລົງ​ສູ່​ຕາມ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​ໃນ​ນະ
ຄອນ​ຫລວງ Kyiv ແລະຫົວ​ເມືອງ​ຕ່າງໆ​ຂອງ​ຢູ​ເຄຣນ ມາ​ຕັ້ງ​ແຕ່​ເດືອນ​ພະຈິກ​ປີ​ກາຍ​ນີ້
ເວລາ​ປະທານາທິບໍດີ Viktor Yanukovich ​ປ່ຽນ​ທ່າ​ທີ ​ແລະ​ບໍ່​ຍອມ​ລົງ​ນາມ​ໃນ​ຂໍ້​ຕົກ
ລົງ​ການ​ຄ້າ​ສະບັບ​ນຶ່ງ​ກັບ​ສະຫະພາບ​ຢູ​ໂຣບ ​ແລະ​ຫັນປ່ຽນ​ໄປ​ຜູກ​ຄວາມ​ສຳພັນ​ທີ່​ແຂງ​
ແຮງ​ຂຶ້ນກັບຣັດ​ເຊຍ. ນັບ​ແຕ່​ນັ້ນ​ມາ ກຸງ​ມົສກູ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ຮັບ​ຊື້​ໜີ້​ສິນ ​ມູນ
ຄ່າ 15 ພັນ​ລ້ານ​ໂດ​ລາ​ຂອງ​ຢູ​ເຄຣນ ​ແລະ​ຕັດລາຄາ​ແກ໊ສຂອງຣັດ​ເຊຍທີ່​ສົ່ງ​ໄປ​ຂາຍ​ໃຫ້​
ຢູ​ເຄຣນນັ້ນ​ລົງ ເພື່ອ​ຊ່ວຍ​ຟື້ນ​ຟູເສດຖະກິດ​ຂອງ​ຢູ​ເຄຣນ ທີ່​ພວມດິ້ນຮົນ​ຢູ່​ນັ້ນ ໃຫ້​ແຂງ​
ແຮງຂຶ້ນ.