ທ່ານ Kevin Lau Chun-to ກຳລັງຈະຂຶ້ນລົດຂອງທ່ານ
ໃນຕອນເຊົ້າວັນພຸດ ອາທິດແລ້ວນີ້ ເວລາຊາຍຄົນນຶ່ງທີ່ຖືມີດ
ປາດຊີ້ນ ກະໂດລລົງຈາກລົດຈັກທີ່ເຂົາຂີ່ຊ້ອນທ້າຍມາ ແລ້ວ
ແລ່ນເຂົ້າໂຈມຕີທ່ານ Lau ທີ່ຖືກແທງຕາມຕົນໂຕແລະຂາ
ອາການສາຫັດ ແຕ່ລອດຊີວິດມາໄດ້ ຫລັງຈາກການຜ່າຕັດ.
ທັງຄົນຮ້າຍແລະຄົນຂັບລົດຈັກ ຫລົບໜີໄປໄດ້. ຕຳຫຼວດເວົ້າວ່າ ຕົນຍັງລົງຄວາມເຫັນ
ກ່ຽວກັບສາເຫດຂອງການໂຈມຕີທ່ານ Lau ນັ້ນ ບໍ່ໄດ້ເທື່ອ.
ທ່ານ Lau ທີ່ເຄີຍເປັນບັນນາທິການຂອງໜັງສືພິມ Ming Pao ຊຶ່ງ ເປັນໜັງສືພິມທີ່ມີຊື່
ສຽງທາງດ້ານການສືບສວນສອບສວນນັ້ນ ໄດ້ຖືກປົດອອກຈາກຕຳແໜ່ງໃນເດືອນແລ້ວນີ້
ຍ້ອນການຍາດແນ່ງຕຳແໜ່ງບັນນາທິການ. ຫລັງຈາກນັ້ນ ກໍໄດ້ມີການແຕ່ງຕັ້ງໃຫ້ບັນນາ
ທິການທີ່ນິຍົມຈີນ ເຂົ້າຮັບໜ້າທີ່ແທນ.
Your browser doesn’t support HTML5
Thousands in Hong Kong Protest Violence Against Editor