ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ຂົ່ມຂູ່ໃນວັນພະຫັດວານນີ້ວ່າ ຈະປິດຊາຍແດນສະຫະລັດທີ່ຕິດກັບເມັກຊິໂກ ໂດຍຈະລົບກວນຄວາມສຳພັນທາງດ້ານການຄ້າ ຊຶ່ງໃນແຕ່ລະມື້ມີມູນຄ່າ 1,680 ລ້ານໂດລາຖ້າລັດຖະບານຂອງທ່ານ ຫາກບໍ່ສາມາດຄວບຄຸມການຫຼັ່ງໄຫຼເຂົ້າມາໃນສະຫະລັດຂອງພວກຄົນເຂົ້າເມືອງທີ່ບໍ່ມີເອກກະສານຈາກອາເມຣິກາລາຕິນ.
ທ່ານທຣຳ ກ່າວຕໍ່ພວກນັກຂ່າວທີ່ບ້ານພັກຕາກອາກາດ ມາອາລາໂກ ໃນລັດຟລໍຣິດາ ບ່ອນທີ່ທ່ານໄດ້ໄປພັກຜ່ອນໃນວັນບຸນຂອບຄຸນພະເຈົ້າ. ນອກນັ້ນທ່ານຍັງໃຫ້ການຢືນຢັນຕໍ່ການໃຫ້ຄວາມເຫັນຂອງລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານຈິມ ແມັດຕິສໃນມື້ວັນພຸດຜ່ານມາທີ່ວ່າ ທະຫານສະຫະລັດທີ່ປະຈຳການຢູ່ຊາຍແດນຕິດກັບເມັກຊິໂກ ໄດ້ຮັບອະນຸຍາດໃຫ້ໃຊ້ກຳລັງທີ່ຮ້າຍແຮງ ຖ້າຫາກວ່າມີຄວາມຈຳເປັນເພື່ອປ້ອງກັນເຈົ້າໜ້າທີ່ຄຸ້ມຄອງຊາຍແດນຈາກພວກ ທີ່ຂ້າມຊາຍແດນຜິດກົດໝາຍ.
ໜ່ວຍຮັບມືພິເສດ ຂອງ ອົງການພາສີ ແລະຄວບຄຸມຊາຍແດນ ສຫລ ຢືນຍາມທີ່ເມືອງທ່າອີສີໂດຣ (19 ພະຈິກ 2018)
ການໃຫ້ຄວາມເຫັນດັ່ງກ່າວ ມີຂຶ້ນຫຼັງຈາກການໂອ້ລົມທາງໂທລະສັບເນື່ອງໃນ ໂອກາດບຸນວັນພັກ ກັບພວກທະຫານສະຫະລັດ ທີ່ປະຈຳການ ຢູ່ໃນເຂດເອເຊຍ ແລະປາຊີຟິກທີ່ມີການຖ່າຍທອດທາງໂທລະພາບ ຊຶ່ງມີຂຶ້ນທ່າມກາງການຕ້ອງຕິ ທີ່ທ່ານບໍ່ໄດ້ເດີນທາງໄປຢ້ຽມຢາມພວກທະຫານໃນເຂດແນວໜ້າ ນັບຕັ້ງແຕ່ໄດ້ເຂົ້າຮັບໜ້າທີ່ເປັນປະທານາທິບໍດີ.
ມີທະຫານອາເມຣິກັນປະມານ 5,800 ຄົນສະຫຼອງວັນພັກຂອບຄຸນພະເຈົ້າເພື່ອສ້າງຮົ້ວໜາມໝາກຈັບ ແລະປຸກຕູບຜ້າຕັ້ງ ຢູ່ໃນບໍລິເວນຊາຍແດນຕິດກັບເມັກຊິໂກ ທ່າມກາງຂ່າວນອງນັນ ກ່ຽວກັບຄວາມເປັນໄປໄດ້ ໃນການລະເມີດຕໍ່ກົດໝາຍ ທີ່ມີມາເປັນເວລາ 130 ປີຂອງສະຫະລັດທີ່ຫ້າມບໍ່ໃຫ້ໃຊ້ກຳລັງທະຫານອາເມຣິກັນ ເພື່ອກິດຈະກຳຕ່າງໆໃນການບັງຄັບໃຊ້ກົດໝາຍພາຍໃນປະເທດ.
ໃນການກ່າວຄຳປາໄສຕໍ່ພວກທີ່ມີຄວາມເຫັນຫ່ວງຂະບວນຄາຣາວານຂອງພວກຄົນເຂົ້າເມືອງຈາກອາເມຣິກາກາງ ທີ່ເລີ້ມມາເຖິງຊາຍແດນເມັກຊິໂກໂດຍມີເປົ້າໝາຍ ທີ່ຈະຂໍລີ້ໄພຢູ່ສະຫະລັດ ປະທານາທິບໍດີທຣຳ ກ່າວວ່າ ລັດຖະບານຂອງທ່ານ “ຈະອັດການເຂົ້າປະເທດຊົ່ວໄລຍະນຶ່ງ” ຖ້າສະຖານະການ “ຮ້າຍແຮງຂຶ້ນເຖິງລະດັບທີ່ພວກເຮົາຈະສູນເສຍການຄວບຄຸມຫຼືຜູ້ຄົນເລີ້ມຈະໄດ້ຮັບບາດເຈັບ.”
ທ່ານກ່າວຕື່ມວ່າ “ຊາຍແດນທັງໝົດ. ຂ້າພະເຈົ້າໝາຍເຖິງ ຊາຍແດນທັງໝົດ ເມັກຊິໂກ ຈະບໍ່ສາມາດຂາຍລົດຂອງພວກເຂົາ ໃຫ້ແກ່ສະຫະລັດ ບ່ອນທີ່ພວກເຂົາເຮັດລົດເປັນຈຳນວນຫຼວງຫຼາຍນັ້ນ.”
ອີງຕາມຫ້ອງການຜູຕາງໜ້າທາງດ້ານການຄ້າຂອງສະຫະລັດແລ້ວການຄ້າຂາຍລະຫວ່າງເມັກຊິໂກ ກັບສະຫະລັດ ໃນປີກາຍນີ້ ແມ່ນມີມູນຄ່າທັງໝົດ ປະມານ 615.9 ຕື້ໂດລາ ຫຼືປະມານ 1.68 ຕື້ໃນແຕ່ລະມື້.
ທະຫານ ສຫລ ພວມວາງໜາມໝາກຈັບ ເລາະຕາມແຄມຝັ່ງແມ່ນ້ຳ ຣີໂອ ແກຣນເດ ໃນເຂດເມືອງລາເຣໂດ ລັດເທັກຊັສ.
ປະທານາທິບໍດີທຣຳຍັງກ່າວວ່າ ພວກທະຫານທີ່ປະຈຳຢູ່ຊາຍແດນເມັກຊິໂກໄດ້ຮັບອະນຸຍາດ ໃຫ້ໃຊ້ກຳລັງຮ້າຍແຮງໄດ້ ຖ້າຫາກຈຳເປັນ ຊຶ່ງເປັນການກ່າວຢ້ຳເຖິງການໃຫ້ຄວາມເຫັນຂອງທ່ານແມັດຕິສ ໃນມື້ວັນພຸດຜ່ານມາ.