ຜູ້ຍົກຍ້າຍ ຖິ່ນຖານ ຫຼາຍພັນຄົນ ເດີນທາງ ອອກຈາກ ມາເຊໂດເນຍ ໄປ ເຊີເບຍ

ເຈົ້າໜ້າທີ່ຕຳຫຼວດປ້ອງກັນລາງລົດໄຟ ກ່ອນລົດໄຟຈະນຳສົ່ງຜູ້ຍົກຍ້າຍຖິ່ນຖານໄປຍັງ ເຊີເບຍ ເດີນທາງເຂົ້າ ສະຖານີລົດໄຟໃນເມືອງ Gevgelija ທາງພາກໃຕ້ຂອງ ມາເຊໂດເນຍ. 23 ສິງຫາ, 2015.

ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຫຼາຍ​ພັນ​ຄົນ ​ໄດ້​ພາກັນ​ຂຶ້ນ​ລົດໄຟໃນ​ວັນ​ອາທິດ​ມື້​ນີ້ ທີ່​ປະ​ເທດ ມາ​ເຊໂດ​ເນ​ຍ ​ເດີນທາງ​ໄປ​ຍັງ​ປະ​ເທດ ​ເຊີ​ເບ​ຍ ຫຼັງ​ຈາກໄດ້​ຖືກ​ຕິດ​ຄ້າງ​ຢູ່ເຂດ​ຊາຍ​ແດນ​ເປັນ​ເວລາ​ຫຼາຍ​ມື້ ​ແລະ ​ໄດ້​ຖືກ​ກີດ​ກັ້ນ​ບໍ່ໃຫ້​ພວກ​ເຂົາ​ສືບ​ຕໍ່​ການ​ເດີນທາງ​ຕໍ່​ໄປ​ຍັງປະ​ເທດ​
ຮັງ​ກາ​ຣີ ຊ່ຶງ​ເປັນສະ​ມາ​ຊິກ​ສະຫະພາບຢູ​ໂຣບປະ​ເທດ​ນຶ່ງ.

ການ​ເຄື່ອນໄຫວ​ໃນ​ວັນ​ອາທິດ​ມື້​ນີ້​ ໄດ້ເກີດ​ຂຶ້ນຫຼັງ​ຈາກ​ການ​ປະ​ທະ​ກັນ​ໃນ​ວັນ​ສຸກ ​ແລະ ວັນ​ເສົາ​ວານນີ້​ ​ກັບ​ຕຳຫຼວດ ມາ​ເຊ​ໂດ​ເນຍ ທີ່ພະຍາຍາມ​ກີດກັນ ​ພວກ​ຍົກຍ້າຍ​ຖິ່ນ​ຖານທີ່ມາ​ຈາກ ກຣິສ ບໍ່ໃຫ້​ເຂົ້າໄປໃນປະ​ເທດ. ລັດຖະບານ​ໄດ້​ປະກາດ​ພາວະສຸກ​ເສີນ ​ແລະ ​ໄດ້​ສັ່ງ​ໃຫ້​ປິດຊາຍ​ແດນ​ຂອງ​ຕົນຕໍ່​ພວກ​ຍົກຍ້າຍ​ຖິ່ນ​ຖານ.

​ແຕ່​ວ່າ​ປະຊາ​ຊົນ​ຫຼາຍ​ພັນ​ຄົນ, ສ່ວນ​ໃຫຍ່​ແມ່ນ​ຊາວ​ອົບ​ພະຍົບ ຊີ​ເຣຍ, ​ແມ່ນ​ຖືກ​ອະນຸຍາດ ໃຫ້ຜ່ານ​ເ​ຈົ້າໜ້າ​ທີ່​ໃນ​ວັນເສົາ​ວານ​ນີ້ ​ແລະ ​ເຂົ້າ​ໃນ​ປະ​ເທດ ມາ​ເຊ​ໂດ​ເນຍ ຫຼັງ​ຈາກ​ໃຊ້​ເວລາ​ຫຼາຍ​ມື້​ໃນ​ກາງ​ແຈ້ງໂດຍ​ບໍ່​ໄດ້​ຮັບ​ການ​ເຂົ້າ​ເຖິງ​ບ່ອນ​ພັກ​ອາ​ໄສ, ອາຫານ ​ແລະ ນ້ຳ.

​ເຈົ້າ​ໜ້າ​ທີ່​ຕໍ່​ມາ​ໄດ້​ຍົກ​ເລີກ​ການ​ຫ້າມ​ຕ່າງໆ ​ແລະ ອະນຸຍາດ​ໃຫ້​ຜູ້​ຍົກຍ້າຍ​ຖິ່ນ​ຖານ​ຜ່ານ​ຢ່າງ​ເປັນ​ອິດສະຫຼະ, ປ່ອຍ​ໃຫ້​ພວກ​ເຂົາ​ເຈົ້າ​ຂຶ້ນ​ລົດ​ໄຟ​ໃນ​ວັນ​ອາທິດ​ມື້​ນີ້​ໂດຍ​ບໍ່​ມີ​ບັນຫາ.

Your browser doesn’t support HTML5

Macedonia Migrants