ນັກເຄື່ອນໄຫວ ສິ່ງແວດລ້ອມ ຫຼາຍພັນຄົນ ປະທ້ວງ ໃນນະຄອນຫຼວງ ວໍຊິງຕັນ

ຜູ້ເຂົ້າຮ່ວມໃນການເດີນຂະບວນ ປະທ້ວງຢູ່ຕໍ່ໜ້າທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ. 29 ເມສາ, 2017.

ພວກນັກເຄືື່ອນໄຫວສິ່ງແວດລ້ອມ ຫຼາຍພັນຄົນ ໄດ້ເດີນຂະບວນໃນນະຄອນຫຼວງ ແລະ ປະມານ 300 ຕົວເມືອງທົ່ວປະເທດ ສະຫະລັດ ໃນວັນເສົາວານນີ້, ເຊິ່ງເປັນຄວາມພະ
ຍາຍາມເພື່ອດຶງດູດການສະໜັບສະໜູນ ສຳລັບສາເຫດທີ່ກ່ຽວຂ້ອງກັບສະພາບອາກາດ.

​ການ​ໂຮມ​ຊຸມນຸມ, ທີ່​ເອີ້ນວ່າ ເປັນການເດີນຂະບວນ ກ່ຽວ​ກັບສະພາບອາກາດຂອງປະ
ຊາຊົນ ແມ່ນມີເຈຕະນາທີ່ຈະຈັດຂຶ້ນເພື່ອໃຫ້ມີ​ຂຶ້ນພ້ອມກັນກັບການດຳລົງຕຳແໜ່ງ ຄົບ
ຮອບ 100 ວັນ ຂອງປະທານາທິບໍດີ ທຣຳ, ອີງຕາມການກ່າວຂອງຜູ້ຈັດການ​ໂຮມ​ຊຸມ
ນຸມ ທີ່ໄດ້ກ່າວປະນາມສິ່ງທີ່ພວກເຂົາເຈົ້າໄດ້ເຫັນນັ້ນວ່າ ​ເປັນການຂາດຄວາມເປັນຫ່ວງ ສຳລັບບັນຫາສິ່ງແວດລ້ອມຂອງລັດຖະບານ. ພວກເຂົາເຈົ້າໄດ້ກ່າວວ່າ ພວກເຂົາເຈົ້າ
ໄດ້ຄັດຄ້ານຕໍ່ການຍົກ​ເລີກການຫ້າມຂຸດຄົ້ນບໍ່ແຮ່, ເຈາະນໍ້າມັນ ແລະ ການປ່ອຍແກ໊ສ
ເຮືອນແກ້ວ ທີ່ເປັນພິດຢູ່ໂຮງໄຟຟ້າຖ່ານຫີນ ແລະ ສິ່ງອື່ນໆ.

ພວກນັກເຄື່ອນໄຫວກ່ຽວ​ກັບສະພາບອາກາດເພື່ອປະຊາຊົນ, ເຊິ່ງເປັນການລວມຕົວກັນ ຂອງກຸ່ມນັກເຄື່ອນໄຫວຕ່າງໆ 50 ກຸ່ມ ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ “ນະໂຍ ບາຍຂອງລັດຖະບານທ່ານ ທຣຳ ແມ່ນຄວາມຫາຍານະສຳລັບສະພາບອາກາດ ແລະ ປະຊາຄົມຂອງພວກເຮົາ ໂດຍສະເພາະແມ່ນຜູ້ທີ່ມີລາຍໄດ້ຕໍ່າ ແລະ ຊຸມຊົນຂອງຄົນ
ຜິວດຳ ຜູ້ທີ່ຢູ່ໃນແຖວໜ້າຂອງວິກິດການນີ້.”

ພວກປະທ້ວງໄດ້ເດີນຂະບວນຈາກຕຶກລັດຖະສະພາ ສະຫະລັດ ​ໄປຫາ ທຳນຽບຂາວ, ບ່ອນທີ່ພວກເຂົາເຈົ້າໄດ້ຈັດການຊຸມນຸມກັນ. ມີການເດີນຂະບວນ ຫຼື ການຊຸມນຸມຂອງ
“ແມ່ຊີ” ໄດ້ຂຶ້ນໃນຕົວເມືອງຕ່າງໆ ປະມານ 300 ບ່ອນ ນັບຈາກນະຄອນ Seattle ຫາ
ນະຄອນ Boston. ໃນນະຄອນຫຼວງ ວໍຊິງຕັນ, ພວກເດີນຂະບວນໄດ້ສູ້ທົນກັບອຸນຫະ
ພູມທີ່ຮ້ອນກວ່າ 30 ອົງສາແຊລ​ເຊີ​ສ, ໃນຂະນະທີ່ນະຄອນ Denver, ຫິມະໄດ້ຕົກໃສ່
ພວກນັກເຄື່ອນໄຫວຫຼາຍຮ້ອຍຄົນ ຜູ້ທີ່ອອກ​ໄປເຕົ້າໂຮມກັນ.

ກຸ່ມຂອງອົງການທີ່ເຮັດວຽກຮ່ວມກັນໄດ້ຈັດຕັ້ງຄະນະກຳມະການອຳນວຍການຂອງການ​
ໂຮມ​ຊຸມນຸມຂຶ້ນມາ ເຊິ່ງສ່ວນໃຫຍ່ປະກອບມີກຸ່ມສິ່ງແວດລ້ອມ, ແຕ່ກໍຍັງລວມມີສະຫະ
ພັນການຄ້າຫຼາຍອົງການ, ກຸ່ມຕໍ່ຕ້ານສົງຄາມ ແລະ ກຸ່ມສົ່ງເສີມຄົນກຸ່ມນ້ອຍ, ເຊັ່ນສະມາ
ຄົມສົ່ງເສີມຄົນຜິວດຳ NAACP.

ການມີໜ້າຂອງອົງການຂອງຜູ້ສະໜັບສະໜູນທີ່ບໍ່ກ່ຽວຂ້ອງກັບສະພາບອາກາດຈຳນວນ
ຫຼວງຫຼາຍ ໄດ້ສະທ້ອນໃຫ້ເຫັນ “ພື້ນຖານ” ຂອງກຸ່ມດັ່ງກ່າວ, ເຊິ່ງໄດ້ຈົດລາຍຊື່ຂອງບັນ
ຫາຕ່າງໆ ທີ່ພວກນັກເຄື່ອນໄຫວເຫັນວ່າມີຄວາມສຳຄັນ ແຕ່ບໍ່ໄດ້ຖືກແກ້ໄຂຢ່າງພຽງພໍ
ໂດຍລັດຖະບານຂອງທ່ານ ທຣຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

People's Climate March Brings Thousands to Washington