Your browser doesn’t support HTML5
ເຊີນຟັງລາຍງານ ຈັກຈັ່ນຈຳນວນຫຼາຍພັນຫຼາຍໝື່ນໂຕ ພວມພາກັນອອກມາຮ້ອງ ສຽງດັງສະໜັ່ນ
ຈັກຈັ່ນຈຳນວນຫຼາຍໆພັນ ຫຼືຫຼາຍໝື່ນໂຕ ກຳລັງພາກັນຮ້ອງສຽງດັງຟົດສະນັ່ນ ຢູ່ໃນເຂດພາກເໜືອຂອງລັດເວີຈີເນຍ ແລະສິບກວ່າລັດອ້ອມແອ້ມ ຊຶ່ງພວກນັກຊ່ຽວຊານເພິ່ນເວົ້າວ່າ ໃນໂລກຂອງເຮົານີ້ ມີຈັກຈັ່ນຢູ່ ຫຼາຍພັນຊະນິດ ສ່ວນຊະນິດທີ່ຢູ່ໃນເຂດພາກເໜືອ ລັດເວີຈີເນຍນີ້ ຈະພາກັນອອກມາໃນທຸກໆ 17 ປີ. ຊາວລາວບາງຄົນໃນເຂດພາກເໜືອຂອງລັດເວີຈີເນຍ ແມ່ນດີອົກດີໃຈເມື່ອໄດ້ເຫັນຈັກຈັ່ນ ເພາະຕອນຢູ່ເມືອງລາວຈັກຈັ່ນເຖິງແມ່ນຈະມີຫຼາຍ ແຕ່ກໍບໍ່ຫຼາຍຄືກັນກັບຢູ່ທີ່ສະຫະລັດ. ຊາວລາວຈຳນວນນຶ່ງ ໄດ້ນຳເອົາຈັກຈັ່ນມາຂົ້ວ ແລະກໍສົ່ງໄປໃຫ້ພີ່ໃຫ້ນ້ອງ ຢູ່ຕ່າງລັດທີ່ບໍ່ຄ່ອຍໄດ້ກິນ. ຍາເອື້ອຍຈັນສະຫວ່າງ ອະທິບາຍສູ່ຟັງກ່ຽວກັບວິທີເກັບ ເຮົາຕ້ອງຮູ້ຈັກເວລາ:
Your browser doesn’t support HTML5
ສຽງ ຍາເອື້ອຍຈັນສະຫວ່າງ 1
“ເກັບມາຕອນເຊົ້າ ແລະມັນຈັບຂາວຢູ່ນຳດອກໄມ້ ກາເລີຍເກັບເອົາ ໂຕມັນໄຕ່ກາເກັບຕອນແລງ ຕອນເຊົ້າແມ່ນໂຕມັນຊິບິນໜາ.”
ຈັກຈັ່ນທີ່ຍັງເປັນນາງຢູ່
ອາຫານທີ່ແຊບນົວແນວນຶ່ງທີ່ເຮັດຈາກຈັກຈັ່ນກໍຄື ເອົາມາຂົ້ວ ແຕ່ວິທີຂົ້ວຂອງຍາເອື້ອຍຈັນສະຫວ່າງແມ່ນພິເສດ ຊຶ່ງຍາເອື້ອຍເວົ້າສູ່ຟັງວ່າ:
Your browser doesn’t support HTML5
ສຽງ ຍາເອື້ອຍຈັນສະຫວ່າງ 2
“ເອົາມາຂົ້ວໃສ່ຜັກທຽມ ແລະກາໃສ່ຫົວສີໃຄ ໃສ່ຂີງ ແລະກາໃສ່ໃບຂີ້ຫູດ”
ຈັກຈັ່ນທີ່ອອກມາເປັນຈຳນວນຫຼວງຫຼາຍໃນຮອບ 17 ປີ
ຢູ່ໃນບາງເຂດ ບາງທ້ອງຖິ່ນ ແລະສຳລັບບາງຄົນແລ້ວ ຈັກຈັ່ນຍັງສາມາດນຳເອົາມາໃສ່ແກງໜໍ່ໄມ້ ແລະອື່ນໆອີກ ຫຼາຍຢ່າງຫຼາຍແນວ ແຕ່ແນວໃດກໍຕາມ ສຳລັບຍາເອື້ອຍຈັນສະຫວ່າງແລ້ວ ຍາເອື້ອຍເວົ້າວ່າຍັງສາມາດເອົາມາເຮັດແຈ່ວ ໃສ່ໝາກເຜັດ ໃບຜັກຫອມປ້ອມ ຜັກບົວຜັກທຽມ ແມ່ນແຊບນົວຫຼາຍ.