ປະຊາຊົນຫຼາຍພັນຄົນພາກັນເດີນຂະບວນຢູ່ໃນນະຄອນ
Baltimore ທ່າມກາງການມີໜ້າຢ່າງໜາແໜ້ນຂອງຕຳຫຼວດ
ກ່ອນການຫ້າມຄົນສັນຈອນໄປມາໃນຍາມກາງຄືນໝົດກຳນົດ
ຫຼັງຈາກທຳການໂຮມຊຸມນຸມກັນ ທີ່ຕຶກໂຮງການເມືອງໃນວັນ
ເສົາວານນີ້ແລ້ວ. ບັນຍາກາດໃນການໂຮມຊຸມ ສ່ວນຫລາຍແລ້ວແມ່ນຢູ່ໃນລັກສະນະສະເຫຼີມສະຫຼອງ ໃນຂະນະທີ່ພວກປະທ້ວງ
ຮ້ອງໂຮຄຳຂັວນທີ່ວ່າ “ບໍ່ມີຄວາມຍຸຕິທຳ ບໍ່ມີສັນຕິພາບ” ຫຼັງ
ຈາກມີການປະກາດຂໍ້ກ່າວຫາຕ່າງໆຕໍ່ພວກເຈົ້າໜ້າທີ່ຕຳຫຼວດ
6 ຄົນ ໃຫ້ຊາບ ກ່ຽວກັບການເສຍຊີວິດຂອງທ້າວ Freddie Gray
ນັ້ນ.
Your browser doesn’t support HTML5
Celebration Erupts in Baltimore After Police Officers Charged in Freddie Gray's Death
ທ້າວ Freddie Gray ໄວ 25 ປີ ເປັນຄົນອະເມຣິກັນເຊື້ອສາຍອາຟຣິກາ ໄດ້ເສຍຊີວິດຍ້ອນບາດແຜໃນກະດູກສັນຫຼັງ ທີ່ໄດ້ຮັບໃນຂະນະ ທີ່ຢູ່ພາຍໃຕ້ການຈັບກຸມຂອງຕຳຫຼວດໃນວັນທີ 12 ເມສາຜ່ານມາ.ການເສຍຊີວິດຂອງຜູ້ກ່ຽວໄດ້ພາໃຫ້ເກີດການປະທ້ວງມາເປັນ
ເວລາຫຼາຍມື້ ຊຶ່ງໄດ້ກາຍເປັນຄວາມຮຸນແຮງໃນວັນຈັນຜ່ານມາ ຫຼັງຈາກເສັດພິທີສົ່ງສະ
ານຜູ້ກ່ຽວແລ້ວ. ການປະທະກັນຫຼາຍບັ້ນໄດ້ເກີດຂຶ້ນໃນຍາມກາງເວັນແລະມື້ຄືນລະຫວ່າງຕຳຫຼວດ ແລະພວກປະທ້ວງ ຊຶ່ງໄດ້ພາໃຫ້ມີ ການຈັບກຸມຜູ້ຄົນ ຈຳນວນຫຼາຍກວ່າ 200 ຄົນ ແລະພວກເຈົ້າໜ້າທີ່ຕຳຫຼວດຢ່າງໜ້ອຍ 20 ຄົນໄດ້ຮັບບາດເຈັບ.
ໃນແລງວັນເສົາວານນີ້ ບັນດາເຈົ້າໜ້າທີ່ຕຳຫຼວດ ໄດ້ຮຽກຮ້ອງອີກຄັ້ງໃໝ່ໃຫ້ທຸກຄົນພາ
ກັນຢູ່ໃນຄວາມສະຫງົບງຽບ ແຕ່ກ່າວວ່າ ການຫ້າມຄົນສັນຈອນໄປມາໃນຍາມກາງຄືນຕັ້ງແຕ່ 10:00 ໂມງມື້ຄືນເປັນຕົ້ນໄປນັ້ນ ຍັງມີຜົນບັງຄັບໃຊ້ຢູ່ຕໍ່ໄປ ຊຶ່ງເຈົ້າໜ້າທີ່ປະຕິບັດກົດໝາຍວ່າດ້ວຍການຫ້າມຄົນສັນຈອນໄປມາໃນຍາມມື້ຄືນ ກ່າວວ່າ “ບັດນີ້ ມັນ ເປັນ 10:00 ໂມງແລ້ວ ການຫ້າມຄົນສັນຈອນໄປມາໃນຍາມມື້ຄືນຈະມີຜົນບັງຄັບໃຊ້ໄປຮອດ 5:00 ເຊົ້າ. ພວກເຈົ້າຕ້ອງເດີນທາງກັບບ້ານ. ພວກເຈົ້າບໍ່ສາມາດຈະຢູ່ໃນທີ່ສາທາລະນະຕໍ່ໄປໄດ້. ພວກເຈົ້າຈະຖືກຈັບກຸມ.”
ພວກປະທ້ວງບາງຄົນພາກັນທ້າທາຍຕໍ່ຂໍ້ຫາມໄປມາໃນຍາມມື້ຄືນ ໃນເວລາບໍ່ດົນຫຼັງຈາກ
ຂໍ້ຫ້າມດັ່ງກ່າວມີຜົນບັງຄັບໃຊ້ ແລະຕຳຫຼວດໄດ້ທຳການຈັບກຸມຫຼາຍໆຄົນ.
Your browser doesn’t support HTML5
US Baltimore Rally