ມີປະຊາຊົນຫຼາຍພັນຄົນໄດ້ຖືກຈັບກຸມຄຸມຂັງ ໃນການປະທ້ວງທີ່ມີຂຶ້ນຢູ່ໃນຫຼາຍສິບຫົວເມືອງທົ່ວປະເທດຣັດເຊຍ ເພື່ອຕໍ່ຕ້ານການເຮັດສົງຄາມແບບບໍ່ມີການເກາະຜິດຂອງປະທານາທິບໍດີວາລາດີເມຍ ປູຕິນ ໃນປະເທດຢູເຄຣນ ອີງຕາມຄຳເວົ້າຂອງກະຊວງພາຍໃນຣັດເຊຍ ແລະອົງການຕິດຕາມເບິ່ງການປະທ້ວງອິດສະຫຼະ ໃນວັນອາທິດວານນີ້.
ອົງການ OVD-Info ກ່າວວ່າ ມີ 3,895 ຄົນໄດ້ຖືກຈັບ ໃນການປະທ້ວງທີ່ມີຂຶ້ນໃນ 53 ຫົວເມືອງ ແລະກ່າວຕື່ມວ່າ ກົມຕຳຫຼວດອາດມີຜູ້ຖືກຈັບ ຫຼາຍກວ່າຢູ່ໃນບັນຊີທີ່ພວກເຂົາເຈົ້ານຳອອກເຜີຍແຜ່.
ໂຄສົກຂອງກົມຕຳຫຼວດ ນາງອີຣີນາ ໂວລຄ໌ (Irina Volk) ເວົ້າວ່າ ມີ 1,700 ຄົນຖືກຈັບທີ່ນະຄອນຫຼວງມົສກູ ແລະ 750 ຄົນທີ່ນະຄອນເຊນປີເຕີສ໌ເບີກ. ນາງໂວລຄ໌ ກ່າວວ່າ ພວກທີ່ຖືກຈັບຢູ່ມົສກູ ແມ່ນສ່ວນນຶ່ງຂອງຈຳນວນ 2,500 ຄົນ ທີ່ເຂົ້າຮ່ວມ “ການໂຮມຊຸມນຸມທີ່ບໍ່ໄດ້ຮັບອະນຸຍາດ” ອີງຕາມລາຍງານຂອງອົງການຂ່າວທາສ.
ພວກທີ່ຖືກຈັບ 750 ຄົນຢູ່ເຊນປີເຕີສ໌ເບີກ ແມ່ນສ່ວນນຶ່ງຂອງພວກທີ່ເຂົ້າຮ່ວມການປະທ້ວງທັງໝົດ 1,500 ຄົນ.
ສ່ວນຢູ່ໃນເຂດອື່ນໆນັ້ນ ມີ 1,200 ຄົນເຂົ້າຮ່ວມການໂຮມຊຸມນຸມປະທ້ວງ ແລະມີຫຼາຍເຖິງ 1,061 ຄົນທີ່ຖືກຈັບ ອີງຕາມຄຳເວົ້າຂອງນາງໂວລຄ໌.
ພວກປະທ້ວງຫຼາຍໆພັນຄົນ ພາກັນຮ້ອງໂຮຂຶ້ນ ພວກເຮົາຂໍກ່າວຄຳວ່າ “ບໍ່ ຕໍ່ສົງຄາມ” ແລະ “ມັນເປັນທີ່ໜ້າອັບອາຍຕໍ່ເຈົ້າ” ຢູ່ທີ່ນະຄອນມົສກູ ແລະເຊັນປີເຕີສ໌ເບີກ ອີງຕາມວີດີໂອທີ່ນຳອອກເຜີຍແຜ່ທາງສື່ສັງຄົມ ໂດຍພວກນັກເຄື່ອນໄຫວຝ່າຍຄ້ານ.
ນອກນັ້ນ ການເດີນຂະບວນປະທ້ວງຍັງມີຂຶ້ນຢູ່ນອກປະເທດຣັດເຊຍ ຮວມທັງຢູ່ທີ່ອິນເດຍ ແລະກາຊັກສະຖານ ຫຼັງຈາກທ່ານອາເລັກເຊ ນາວາລນີ ຜູ້ຕ້ອງຕິວັງເຄຣັມລິນທີ່ຖືກຄຸກ ໄດ້ຮຽກຮ້ອງໃຫ້ທຳການປະທ້ວງຕໍ່ຕ້ານສົງຄາມຢູ່ໃນທົ່ວໂລກ.
ທີ່ເມືອງອາມາລຕີ ຊຶ່ງເປັນເມືອງໃຫຍ່ສຸດຂອງກາຊັກສະຖານນັ້ນ ພວກປະທ້ວງບາງຄົນເຕືອນວ່າ “ກາຊັກສະຖານຈະເປັນປະເທດຕໍ່ໄປ ຖ້າສົງຄາມຫາກບໍ່ຍຸຕິໃນເວລານີ້.”
ປະມານ 100 ຄົນເຂົ້າຮ່ວມການປະທ້ວງທີ່ວລາດີວັອສຕັອກ ແລະມີ 15 ໄດ້ຖືກຈັບ ອີງຕາມລາຍງານຂອງໜັງສືພິມອິດສະຫຼະໂນວາຢາກາແຊັດຕາ. ຜູ້ປະທ້ວງບາງຄົນຖືປ້າຍ ແລະຮ້ອງຄຳຂວັນຕໍ່ຕ້ານສົງຄາມ.