ສະຫະລັດ ຈະຕອບໂຕ້ ຕໍ່ການໃຊ້ອາວຸດເຄມີ ໃນຊີເຣຍ (ວີດີໂອ)

ໂຄສົກທໍານຽບຂາວ ທ່ານ Jay Carney ຕອບຄໍາຖາມຂອງ ນັກຂ່າວ ກ່ຽວກັບຊີເຣຍ ໃນກອງປະຊຸມຖະແຫລງຂ່າວ ປະຈໍາວັນ ທີ່ທໍານຽບຂາວ, ວັນທີ 27 ສິງຫາ 2013.

ປະທານາທິບໍດີ Barack Obama ​ໄດ້​ຕັດສິນໃຈຈະ​ຕອບ​ໂຕ້
ຕໍ່ການໃຊ້​ອາວຸດ​ເຄມີຂອງ ລັດຖະບານຊີ​ເຣຍ ຕາມທີ່ມີ​ການ​
ກ່າວ​ຫາ​ນັ້ນ​ ​ແລະ​ທໍານຽບຂາວກ່າວ​ວ່າ ປັດຈຸບັນ​ນີ້ ທ່ານ​ກໍາລັງ​
ເຮັດ​ວຽກ​ກັບ ທີມຮັກສາ​ຄວາມ​ໝັ້ນຄົງ​ແຫ່ງຊາດ​ຂອງ​ທ່ານ ​
ເພື່ອ​ພິຈາລະນາ​ວ່າ​ຈະ ​ຕອບ​ໂຕ້​ແນວ​ໃດ.

​ໂຄສົກ​ທໍານຽບຂາວ ທ່ານ Jay Carney ກ່າວ​ວ່າ “ບໍ່ໄດ້ມີ​ຂໍ້
​ສົງໄສ” ​ໃດໆ​ເລີຍ​ວ່າ ແກ໊ສພິດ​ໄດ້​ຖືກ​ນໍາໃຊ້​ ໃນການ​ໂຈມ​ຕີ​
ເມື່ອວັນ​ທີ 21 ​ເດືອນ​ສິງຫາ ຕໍ່​ເຂດ​ຊານ​ເມືອງ ​ແຫ່ງ​ນຶ່ງ​ຂອງ
​ນະຄອນຫລວງ Damascus.

ໃນກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ປະ​ຈໍາ​ວັນ ​ເມື່ອວັນ​ອັງຄານ​
ວານ​ນີ້ ທ່ານ Carney ກ່າວອີກ​ວ່າ ​ເກືອບ​ບໍ່​ມີ​ການ​ສົງ​ໄສ​ໃດໆ​ເລີຍວ່າ ລັດຖະບານຊີເຣຍ
​ໄດ້ເປັນ​ຜູ້​ຮັບຜິດຊອບ​ຕໍ່ການ​ໂຈມຕີດັ່ງກ່າວ ​ທີ່​ທ່ານ​ຮ້ອງ​ວ່າ “ການລະ​ເມີດ​ຢ່າງ​ເປີດແປນ” ​
ຕໍ່​ກົດໝາຍ​ນາໆ​ຊາດ​.

ທ່ານ Carney ກ່າວ​ວ່າ: “ທ່ານປະທານາທິບໍດີເຊື່ອວ່າ ນີ້​ເປັນ​ການ​ລະ​ເມີດ​ຢ່າງ
​ຮ້າຍ​ແຮງ ​ແລະສົມຄວນ​ທີ່​ຈະ​ມີ​ການ​ຕອບ​ໂຕ້. ​ແນ່ນອນ ທ່ານ​ຈະ​ໃຊ້​ເວລາ​ເທົ່າ​
ທີ່ຈໍາ​ເປັນເພື່ອຊັ່ງ​ຊາ ທາງເລືອກຕ່າງໆທີ່​ມີ​ໄວ້​ໃຫ້​ແກ່​ທ່ານ ​ໃນ​ການ​ຕັດສິນ​ໃຈວ່າ ​
ອັນ​ໃດຈະເປັນການ​ຕອບ​ໂຕ້​ທີ່​ເໝາະສົມ​ໂດຍສະຫະລັດ ​ໃນ​ການ​ປຶກສາ​ຫາລື​
ກັບພັນທະ​ມິດ​ ແລະພາຄີ​ທັງຫລາຍ​ຂອງ​ພວກ​ເຮົາ ແລະ​ໃນ​ການ​ປຶກສາ​ຫາລື​
ກັບ​ບັນດາ​ຜູ້​ນໍາ ​ໃນລັດຖະສະພາ.”


ທ່ານ Carney ຍັງ​ກ່າວ​ວ່າ ​ໃນທ້າຍອາທິດ​ນີ້ ສະຫະລັດຈະ​ນໍາ​ອອກເຜີຍ​ແຜ່ລາຍ​ງານ
​ສືບ​ລັບ ກ່ຽວ​ກັບການ​ໂຈມ​ຕີ​ດ້ວຍ​ແກ໊​ສພິດນັ້ນ.

ລັດຖະບານຊີ​ເຣຍ ​ໄດ້​ປະຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ທໍາ​ການ​ໂຈມ​ຕີ​ດ້ວຍເຄມີ​ໃດໆ ​ແລະ​ໄດ້​ຖິ້ມ​
ໂທດ​ໃສ່ຝ່າຍຕໍ່​ຕ້ານ ​ວ່າ​ເປັນ​ຝ່າຍ​ທໍາ​ການ​ໂຈມ​ຕີ​ໃນ​ອາທິດ​ແລ້ວ​ນີ້ ທີ່​ເຮັດ​ໃຫ້​ຫລາຍ​
ຮ້ອຍຄົ​ນເສຍຊີວິດ.

ວີດິໂອ: ສະຫະລັດສົ່ງກໍາລັງໄປກຽມພ້ອມ ທໍາການໂຈມຕີຕໍ່ຊີເຣຍ:

Your browser doesn’t support HTML5

US Military 'In Place' for Possible Air Strikes Against Syria