ລະເບີດບໍ່ທັນແຕກຫຼາຍກວ່າ 80 ລ້ານໜ່ວຍຍັງຕົກຄ້າງຢູ່ໃນ 9 ແຂວງຂອງລາວ ລັດຖະບານລາວ ຍັງຕ້ອງການການຊ່ວຍເຫຼືອຕື່ມ

  • ຊົງຣິດ ໂພນເງິນ

ການເກັບກູ້ລະເບີດບໍ່ທັນແຕກ ຫຼື UXO ຢູ່ທີ່ໂຮງຮຽນບ້ານຕອນໃຕ້ ແຂວງຊຽງຂວາງ

ລະເບີດບໍ່ທັນແຕກຫຼາຍກວ່າ 80 ລ້ານໜ່ວຍຍັງຕົກຄ້າງຢູ່ໃນ 9 ແຂວງຂອງລາວ, ແຕ່ຍັງມີການຂາດແຄນທຶນຮອນຢ່າງຫຼວງຫຼາຍ ຈຶ່ງເຮັດໃຫ້ການ​ເກັບກູ້​ລະ​ເບີດ​ຍັງ​ດຳເນີນໄປໄດ້ຢ່າງຊັກ​ຊ້າ.

Your browser doesn’t support HTML5

ລະເບີດບໍ່ທັນແຕກຫຼາຍກວ່າ 80 ລ້ານໜ່ວຍຍັງຕົກຄ້າງຢູ່ໃນ 9 ແຂວງຂອງລາວ

ໂຄງການເກັບກູ້ລະເບີດແຫ່ງຊາດລາວ ຫຼື (UXO LAO) ລາຍງານວ່າ ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ໃນປະເທດລາວ ເຊິ່ງໄດ້ດຳເນີນມາແຕ່ປີ 1996 ເຖິງປັດຈຸບັນນີ້​ ສາມາດ​ເກັບ​ກູ້​ລະ​ເບີດ​ໄດ້ເກືອບ 2 ລ້ານ​ຫນ່ວຍ​ ໃນ​ເນື້ອ​ທີ່​ກວ່າ 90,000 ​ເຮັກ​ຕາ, ​ແຕ່​ລະ​ເບີດ​ທີ່​ຖືກ​ເກັບ​ກູ້ດັ່ງກ່າວກໍຄິດເປັນພຽງແຕ່ 2% ເທົ່ານັ້ນ ຖ້າສົມທຽບກັບຈຳນວນລະເບີດບໍ່ທັນແຕກ 80 ລ້ານກວ່າຫນ່ວຍທີ່ຍັງຕົກຄ້າງຢູ່ໃນລາວ ທັງຍັງໄດ້ສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ບັນດາເຜົ່າໃນທຸກມື້ນີ້ອີກດ້ວຍ, ດັ່ງທີ່ ທ່ານອານຸສັກ ພົງສາ, ຜູ້ອໍານວຍການ UXO LAO ຢືນຢັນວ່າ:

“ຍັງ​ມີ​ລະ​ເບີດ​ຍັງ​ເຫຼືອ 30% ຫຼື​ປະ​ມານ 80 ລ້ານ​ຫນ່ວຍ​ທີ່​ຍັງ​ບໍ່​ທັນ​ແຕກ ແລະ ຍັງສືບຕໍ່ເປັນໄພອັນຕະລາຍ ແລະ ໄພຂົ່ມຂູ່ຕໍ່ການດຳລງຊີວິດ ແລະການທຳມາຫາກິນຂອງປະຊາຊົນລາວບັນດາເຜົ່າ. ກໍຄືການ​ຜະ​ລິດ​ກະ​ສິ​ກໍາ​ ການພັດທະນາໂຄງຮ່າງພື້ນຖານ ​ແລະ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ ມາ​ຮອດ​ປັດຈຸ​ບັນ, ຊຶ່ງ 9 ​ແຂວງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ທີ່​ສຸດ​ແມ່ນ​ແຂວງ​ຫຼວງ​ພະ​ບາງ, ຫົວພັນ, ຊຽງ​ຂວາງ, ຄຳ​ມ່ວນ, ສະຫວັນ​ນະ​ເຂດ, ສາລະ​ວັນ, ເຊ​ກອງ, ຈຳປາ​ສັກ ​ແລະ ອັດ​ຕະປື.”

ສ່ວນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລາຍ​ງານ​ວ່າ​ ໃນ​ປັດ​ຈຸ​ບັນ​ ມີພົນລະເມືອງລາວທີ່ຄອບຄອງທີ່ດິນຍູ່ໃນເຂດ 2,177 ບ້ານ ທີ່ມີລະເບີດບໍ່ທັນແຕກຕົກຄ້າງຢູ່ຍ່າງຫລວງຫຼາຍ ແລະ ບໍ່ສາມາດອອກໃບຕາດິນໃຫ້ກັບປະຊາຊົນໄດ້ເລີຍ ທັ້ງຍັງຈະຕ້ອງຂໍຄວາມຊ່ວຍເຫຼືອຈາກຕ່າງປະເທດເປັນຕົ້ນຕໍ. ຈຶ່ງຈະສາມາດເກັບກູ້ລະເບິດອອກຈາກທັງ 2,177 ບ້ານດັ່ງກ່າວໄດ້ ພ້ອມກັນນັ້ນ, ລັດຖະບານລາວຍັງຕ້ອງການການຊ່ວຍເຫຼືອດ້ານການເງິນເພື່ອສຳຫຼວດພື້ນທີ່ທີ່ມີລະເບີດຕົກຄ້າງແລະເພື່ອເຮັດໃຫ້​ສາມາດ​ເກັບກູ້​ລະ​ເບີດ​ຢ່າງມີ​ປະສິດທິພາບ​ສູງ​ຂຶ້ນ ລວມທັງ​ການ​ເຄື່ອນ​ຍ້າຍ​ປະຊາຊົນ​ໄປ​ຍັງ​ເຂດ​ປອດ​ໄພ. ການໂຄສະນາແນໃສ່ເຮັດໃຫ້ປະຊາຊົນລາວ ເຂົ້າໃຈເຖິງອັນຕະລາຍຂອງລະເບີດ ແລະຮູ້ວິທີການປະພຶດເມື່ອຕົກຢູ່ໃນອັນຕະລາຍຈາກລະເບີດ UXO ອີກດ້ວຍ ດັ່ງເຈົ້າໜ້າທີ່ໃນກະຊວງການຕ່າງປະເທດ ໄດ້ຢືນຢັນວ່າ:

“ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ແມ່ນສິ່ງທີ່ສາມາດແກ້ໄຂໄດ້ ໂດຍການຮ່ວມມືຂອງທຸກພາກສ່ວນໃນສັງຄົມ ລວມທັງຄູ່ຮ່ວມພັດທະນາທີ່ມີທ່າແຮງທາງດ້ານທຶນຮອນ. ວັດຖຸ, ອຸປະກອນ ແລະ ເຕັກນິກ-ວິຊາການ ເພື່ອພ້ອມກັນປະຕິບັດບັນດາເປົ້າໝາຍທີ່ເຮົາໄດ້ວາງໄວ້ໃຫ້ປະກົດຜົນເປັນຈິງ. ຫຼຸດຜ່ອນຈໍານວນຜູ້ຖືກເຄາະຮ້າຍໃຫ້ຕໍ່າທີ່ສຸດຈົນກາຍເປັນສູນ ​ໂດຍ​ຜ່ານການເພີ່ມ​ທະວີ​ການ​ໂຄສະນາ​ກ່ຽວ​ກັບ​ຄວາມ​ສ່ຽງ​ຂອງ​ການ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກໃຫ້ທັ່ວເຖິງຮອດ​ປະຊາຊົນ​ທຸກ​ບ້ານ​ໃນ​ທຸກ​ແຂວງ​ຂອງທັ່ວ​ປະ​ເທດ.”

ໃນປັດຈຸບັນນີ້, UXO LAO ສາມາດເຄື່ອນໄຫວໂຄສະນາເພື່ອໃຫ້ຄວາມຮູ້ກັບປະຊາຊົນກ່ຽວກັບອັນຕະລາຍຂອງລະເບີດບໍ່ທັນແຕກໄດ້ແລ້ວໃນ 4,400 ກວ່າບ້ານ ແລະ ຍັງໄດ້ລົງສຳຫຼວດທີ່ບໍ່ເປັນວິຊາການໃນ 3,000 ກວ່າບ້ານ ແລະ ສຳຫຼວດຢ່າງເປັນວິຊາການໃນ 1,900 ກວ່າບ້ານ ພົບວ່າ ພື້ນທີ່ທີ່ຍັງປະສົບກັບໄພອັນຕະລາຍຈາກລະເບີດບໍ່ທັນແຕກຢ່າງໜັກໜ່ວງມີຫຼາຍກວ່າ 210,000 ເຮັກຕາ ແລະມີພົນລະເມືອງລາວຫຼາຍກວ່າ 80,000 ຄົນ ທີ່ຖືກເຄາະຮ້າຍຈາກລະເບິດຈົນກາຍເປັນຄົນພິການ ໃນປັດຈຸບັນ.

ອະດີດເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ທ່ານ ປອ ປີເຕີ ເຮມອນດ໌ ສົ່ງມອບອຸປະກອນກວດຫາລະເບີດ ແລະຍານພາຫະນະ ໃຫ້ແກ່ອົງການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ຫຼື UXO ຂອງ ສປປ ລາວ.

ທັງນີ້ UXO LAO ຕ້ອງການເງິນທຶນຊ່ວຍເຫລືອບໍ່ຕໍ່າກວ່າ 30 ລ້ານໂດລາສະຫະລັດຕໍ່ປີ ໂດຍລັດຖະບານສະຫະລັດ. ໄດ້ຕົກລົງໃຫ້ການຊ່ວຍເຫຼືອໃນປີ 2024 ຄິດເປັນມູນຄ່າທັງໝົດ 36 ລ້ານໂດລາສະຫະລັດ ເພື່ອນຳໃຊ້ໃນການຫຼຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກ ດ້ວຍການເພີ່ມທະວີການໂຄສະນາປະຊາສຳພັນເພື່ອປ້ອງກັນອັນຕະລາຍຈາກລະເບີດບໍ່ທັນແຕກ ການສ້າງອາຊີບໃຫ້ຜູ້ທີ່ປະສົບເຄາະຮ້າຍຈາກລະເບີດ ການຂະຫຍາຍພື້ນທີ່ສຳຫຼວດທັງເປັນວິຊາການ ແລະ ບໍ່ເປັນວິຊາການ. ລວມທັງການສ້າງບຸກຄະລາກອນທີ່ມີຄວາມຊໍານານໃນການສໍາຫຼວດ. ການເກັບກູ້ລະເບີດ ການແພດ, ການໂຄສະນາປະຊາສຳພັນ ແລະ ການພັດທະນາອາຊີບຄົງທີ່ໃຫ້ກັບປະຊາຊົນໃນເຂດເປົ້າໝາຍ ໂດຍລັດຖະບານສະຫະລັດໄດ້ວາງເປ້າຫມາຍທີ່ຈະສ້າງບຸກຄະລາກອນດັ່ງກ່າວໃຫ້ໄດ້ເຖິງ 210 ຊຸດໃນທັ່ວປະເທດລາວ.

ນອກຈາກນີ້ ລັດຖະບານສະຫະລັດຍັງໄດ້ສົມທົບທຶນ 27.5 ລ້ານໂດລາສະຫະລັດ ເພື່ອສະໜອງອາຫານທ່ຽງໃຫ້ແກ່ນັກຮຽນຊັ້ນປະຖົມ 117,000 ຄົນ ໃນຫຼາຍກວ່າ 700 ໂຮງຮຽນ, ໃນນັ້ນ ສ່ວນຫຼາຍແມ່ນໂຮງຮຽນທີ່ຕັ້ງຍູ່ໃນເຂດທີ່ຖືກຜົນກະທົບຈາກລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຢູ່ໃນລາວນັ່ນເອງ.