ບັນຫາທີ່ມີຄວາມສ່ຽງ ຕໍ່ການສູນພັນຂອງປາ ໃນແມ່ນໍ້າຂອງ

ແຟ້ມຮູບ-ພາບທີ່ເປັນເງົາຂອງບັນດາຊາວຫາປາຜູ້ຊາຍ ໃນຂະນະທີ່ຢືນຢູ່ເທິງເຮືອຂອງພວກເຂົາ ຢູ່ບໍລິເວນແຄມຂອງ ລຸນຫຼັງທີ່ພວກເຂົາເຈົ້າຈັບປາໃນແມ່ນໍ້າຂອງ ລະຫວ່າງລະດູການຈັບປາ ໃກ້ກັບພະນົມເປັນ, ປະເທດກໍາປູເຈຍ, ວັນທີ 28 ພະຈິກ 2018.

Your browser doesn’t support HTML5

ເຊີນຟັງຂ່າວກ່ຽວກັບ ບັນຫາທີ່ມີຄວາມສ່ຽງ ຕໍ່ການສູນພັນຂອງປາ

ນັກຊ່ຽວຊານກ່າວວ່າ ຄວາມສ່ຽງຕໍ່ການສູນພັນຂອງປາບາງຊະນິດໃນແມ່ນໍ້າຂອງ ບໍ່ແມ່ນແຕ່ສະເພາະບັນຫາໃດນຶ່ງ ທີ່ເປັນດ້ານຫຼັກ ເພາະມີຫຼາຍປັດໄຈປະກອບເຂົ້າກັນ, ດັ່ງທີ່ສາດສະດາຈານອຽນ ແບດ (Ian Bairds) ຈາກມະ ຫາວິທະຍາໄລ ວິສຄອນຊິນ-ເມ​ດີ​ສັນ ໄດ້ໃຫ້ທັດສະນະວ່າ:

“ບັນຫາໂຕນີ້ກໍເກີດຈາກຫຼາຍສາເຫດ ບໍ່ແມ່ນແຕ່ສາເຫດດຽວ ສາເຫດໃຫຍ່ນີ້ຄືການສ້າງເຂື່ອນ, ການສ້າງເຂື່ອນກໍຈະສ້າງບັນຫາຫຼາຍຢ່າງ. ອັນທີນຶ່ງນີ້ ກໍຈະເຮັດໃຫ້ປາມັນເຄື່ອນໄຫວບໍ່ໄດ້ຕາມມັນເຄີຍ ວົງຈອນຊີວິດຂອງມັນ ມັນອາໄສຂຶ້ນລົງຕາມລະດູການ ຖ້າເຂື່ອນມັນກັນໄວ້ນີ້ ມັນອາດຈະຜ່ານບໍ່ໄດ້, ບັນຫາທີສອງນີ້ ນໍ້າຂຶ້ນນໍ້າລົງບໍ່ປົກກະຕິ ອັນນີ້ກໍຈະເປັນບັນຫາໃຫຍ່, ການຫາກິນໂດຍເຄື່ອງມືທີ່ທັນສະໄໝກໍຈະເປັນບັນຫາຄືກັນສ່ວນນຶ່ງ ອັນນີ້ບໍ່ແມ່ນແຕ່ເລື້ອງເຂື່ອນຢ່າງດຽວ. ແຕ່ວ່າເຂື່ອນນີ້ຈະເປັນບັນຫາໃຫຍ່ ໃຫຍ່ກວ່າແຕ່ເກົ່າ ເພາະວ່າມັນມີການສ້າງເຂື່ອນຫຼາຍຂຶ້ນ.”

ພ້ອມກັນນັ້ນ ທ່ານຍັງໄດ້ໃຫ້ທັດສະນະຕື່ມອີກວ່າ ມັນກໍເປັນໄປໄດ້ຍາກທີ່ຈະໃຫ້ມີການວາງຂໍ້ຈໍາກັດ ໃນການຄວບຄຸມຕໍ່ການທໍາມາຫາກິນຂອງປະຊາຊົນຕາມລະດູການ, ອີກຢ່າງງົບປະມານໃນການຈັດສັນ ແລະປະຕິບັດງານຂອງລັດກໍບໍ່ພຽງພໍ, ແຕ່ສິ່ງນຶ່ງທີ່ລັດຖະບານຄວນເອົາໃຈໃສ່ນອກຈາກການສ້າງເຂື່ອນແລ້ວກໍຄື ຢາກໃຫ້ມອງເຫັນຄວາມສົມດຸນລະຫວ່າງລາຍຮັບຂອງປະເທດ ແລະການ ທໍາມາຫາກິນຂອງປະຊາຊົນ ໃຫ້ມັນສອດຄ່ອງກັນ.

ນັກວິທະຍາສາດກ່າວວ່າ ເນື່ອງຈາກການປ່ຽນແປງຂອງສະພາບອາກາດ, ເຂື່ອນຕ່າງໆ ຈະເປັນໄພຄຸກຄາມຕໍ່ວິຖີຊີວິດຂອງປະຊາຊົນໃນເຂດ​ລຸ່ມແມ່ນໍ້າຂອງ.

ເຂື່ອນ, ນອກຈາກຈະສົ່ງຜົນກະທົບຕໍ່ລະບົບນິເວດຂອງສາຍນໍ້າແລ້ວ, ສິ່ງນຶ່ງທີ່ໜ້າເປັນຫ່ວງ ແລະໜ້າກັງວົນໃຈກໍຄື ການຈັບປາຂອງປະຊາຊົນແບບບໍ່ມີການ ຈໍາກັດ ອາດຈະສົ່ງຜົນກະທົບຕໍ່ປາບາງສາຍພັນ ແລະອາດຈະເຮັດໃຫ້ມີຄວາມສ່ຽງຕໍ່ການສູນພັນໄດ້ເຊັ່ນກັນ ເຖິງແມ່ນວ່າ ຊ່ວງນີ້ ຈະເປັນຊ່ວງລະດູທີ່ພວກເຂົາເຈົ້າຈັບປາໄດ້ຫຼາຍ ເໝືອນດັ່ງທີ່ເຄີຍປະຕິບັດກັນມາດົນນານກໍຕາມ.