ປະທານາທິບໍດີຄົນໃໝ່ຂອງ ອິນໂດເນເຊຍ ສາບານໂຕເຂົ້າຮັບຕຳແໜ່ງ ພ້ອມທັງຖະແຫຼງການປະກາດຄະນະລັດຖະມົນຕີ

ປະທະນາທິດີຄົນໃໝ່ຂອງ ອິນໂດເນເຊຍ ທ່ານ ປຣາໂບໂວ ຊູບຽນໂຕ ຮ່ວມພິທິການເຂົ້າຮັບຕໍາແໜ່ງຢ່າງເປັນທາງການຂອງຄະນະລັດຖະມົນຕີຂອງທ່ານ ໃນນະຄອນຫຼວງຈາກາຕ້າ.

ປະທານາທິບໍດີ​ຄົນ​ໃໝ່​ຂອງ​ອິນ​ໂດ​ເນ​ເຊຍ ທ່ານ ປຣາໂບໂວ ຊູບຽນໂຕ ​ໄດ້ເຂົ້າ​ສາບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ໃນ​ວັນ​ອາທິດ​ວານ​ນີ້ ​ແລະ​ຍັງໄດ້ປະ ກາດລາຍ​ຊື່​ຄະນະ​ລັດຖະບານ​ຊຸດ​ໃໝ່​ໃນ​ວັນ​ດຽວ​ກັນນີ້.

ປະທານາທິບໍດີ ຊູບຽນໂຕ ໄດ້ປະກາດລາຍຊື່ຄະນະລັດຖະມົນຕີ ແລະຮອງລັດ ຖະມົນຕີ ​ລວມທັງຫົວໜ້າຂອງໜ່ວຍງານລັດຖະບານຕ່າງໆຈຳນວນ 109 ຄົນ​, ເຊິ່ງຖື​ວ່າ​ເປັນໂຕເລກ​ຈຳນວນ​ຫຼາຍ​ທີ່​ສຸດ​ໃນ​ປະຫວັດສາດ​ການ​ເມືອງ​ຂອງ​ ອິນ​ໂດ​ເນ​ເຊຍ ເມື່ອ​ທຽບ​ໃສ່​ກັບ​ຄະນະ​ເຮັດ​ວຽກ 34 ຄົນ​ຂອງ​ປະທານາທິບໍດີ​ຄົນ​ກ່ອນ, ທ່ານ ໂຈໂກ ວິໂດໂດ.

ທ່ານ ປຣາໂວໂດ ເປັນປະທານາທິບໍດີຄົນທີ 8 ຂອງ ອິນໂດເນເຊຍ, ເຊິ່ງຮ້ອງ ຄະນະປະຕິບັດງານຊຸດນີ້ວ່າ “ຄະນະລັດຖະມົນຕີສີແດງ ແລະສີຂາວ,” ເຊິ່ງ ໝາຍເຖິງສີຂອງທຸງຊາດ ອິນໂດເນເຊຍ.”

ທ່ານ ປຣາໂບໂວ ກ່າວກ່ອນໜ້ານີ້ວ່າ ທ່ານ​ຢາກ​ໃຫ້​ມີລັດຖະບານ​ປະສົມ​ຂະໜາດ​ໃຫຍ່ທີ່ມີຄວາມເຂັ້ມ​ແຂງ ​ທີ່​ສາມາດ​ສ້າງເອກະພາບໃນ​ສັງຄົມ ອິນໂດເນເຊຍ ​ທີ່ມີຄວາມ​ຫຼາກ​ຫຼາຍທາງ​ດ້ານ​ວັດທະນະທຳ ​ແລະການ​ເມືອງ.

ແນວໃດກໍຕາມ, ບັນດານັກວິເຄາະຫຼາຍຄົນຊີ້ໃຫ້ເຫັນວ່າ ຄະນະລັດຖະມົນຕີຊຸດ ນີ້ “ເປັນຄະນະໃຫຍ່ເກີນໄປ” ເຊິ່ງຈະເຮັດໃຫ້ເກີດຄວາມຫຼ້າຊ້າໃນຂະບວນການ ດໍາເນີນງານຂອງລັດຖະບານ.

ຄະນະ​ລັດຖະບານ​ຊຸດ​ໃໝ່​ຂອງ ​ອິນ​ໂດ​ເນ​ເຊຍ ​ລວມມີ​ບັນດາ​ນັກ​ການ​ເມືອງ​ຈາກພັກພັນທະມິດຮ່ວມລັດຖະບານ 7 ພັກ ​ທີ່​ສະໜັບສະໜູນໄຊຊະນະຂອງ ​ທ່ານ ປຣາໂບໂວ ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ​ກຸມພາ, ລວມທັງພັນທະມິດຄົນ ສຳຄັນຂອງປະທານາທິບໍດີຄົນກ່ອນ ທີ່ໄດ້ຖືກເລືອກໃຫ້ເຂົ້າມາດຳລົງຕຳແໜ່ງ ອີກຄັ້ງ ເຊິ່ງບັນດານັກວິເຄາະເຊື່ອວ່າ ເປັນການຕອບແທນທາງການເມືອງ ຕໍ່ອະດີດປະທານາທິບໍດີ ວິໂດໂດ.

ນອກຈາກນີ້, ທ່ານ ປຣາໂບໂວ ຍັງໄດ້ເລືອກເອົາລູກຊາຍອາຍຸ 37 ປີຂອງ ທ່ານ ໂຈໂກ ວິໂດໂດ, ທ່ານ ກີບຣານ ຣາຄາບູມິງ ຣາຄາ (Gibran Rakabuming Raka) ມາດໍາລົງກໍາແໜ່ງເປັນຮອງປະທານາທິບໍດີອີກດ້ວຍ.

ທັງປະທານາທິບໍດີ ປຣາໂບໂວ ແລະ ອະດີດປະທານາທິບໍດີ ວິໂດໂດ, ເຄີຍ ເປັນຄູ່ແຂ່ງທາງດ້ານການເມືອງມາກ່ອນ, ​ແລະຍັງ​ເຄີຍ​ແຂ່ງຂັນ​ເອົາ​ຕຳ​ແໜ່ງ​ຜູ້ນຳ​ປະ​ເທດ​ເມື່ອ​ປີ 2014 ​ແລະ 2019. ​ແຕ່​ຫຼັງ​ຈາກ​ນັ້ນ, ​ທັງ​ສອງ​ກໍໄດ້​ຈັບ​ມື​ກັນໂດຍ ທ່ານ ວິໂດໂດ ໄດ້ແຕ່ງຕັ້ງ ທ່ານ ປຣາໂບໂວ ເປັນລັດຖະມົນຕີປ້ອງ ກັນປະເທດໃນລັດຖະບານສະໄໝທີສອງຂອງຕົນ, ​ແລະ​ປະກາດສະໜັບສະໜູນ​ທ່ານ ປຣາໂບໂວ ​ໃນ​ການ​ເລືອກ​ຕັ້ງ​ຕົ້ນ​ປີ​ນີ້ ກ່ອນ​ທີ່ ​ທ່ານ ປຣາໂບໂວ ຈະໄດ້​ຮັບ​ໄຊຊະນະ​ຢ່າງ​ຖ້ວມ​ລົ້ນ.

ໃນລະຫວ່າງການໂຄສະນາຫາສຽງ, ທ່ານ ປຣາໂບໂວ ໄດ້ໃຫ້​ຄຳ​ໝັ້ນ​ທີ່​ຈະ​ສືບ​ຕໍ່​ນະ​ໂຍ​ບາຍ​ຫຼາຍ​ຢ່າງ​ຂອງ ທ່ານ ວິໂດໂດ, ລວມ​ທັງ​ການ​ເຄື່ອນ​ໄຫວ​ກໍ່ສ້າງ​ນະຄອນຫຼວງ​ແຫ່ງໃໝ່ ​ແລະ​ຈຳກັດ​ການ​ສົ່ງ​ອອກ​ວັດຖຸ​ດິບ​ອັນ​ສຳຄັນ​ບາງ​ປະເພດ ​ເພື່ອ​ຊຸກຍູ້​ຂະ​ແໜງ​ອຸດສາຫະກຳ​ຂອງ ​ອິນ​ໂດ​ເນ​ເຊຍ.

ປະທານາທິບໍດີ ປຣາໂບໂວ ຍັງໄດ້ໃຫ້ສັນຍາວ່າ ຈະ​ເພີ້ມ​ອັດຕາ​ການ​ຂະຫຍາຍ ໂຕທາງ​ເສດຖະກິດ​ຂອງ​ປະ​ເທດ​ເປັນ 8 ເປີເຊັນພາຍ​ໃນ 5 ປີ​ຂອງ​ການ​ດຳລົງ​ຕຳ​ແໜ່ງ. ນອກຈາກ​ນີ້, ຍັງຈະມີການເພີ້ມງົບປະມານ​ລາຍ​ຈ່າຍ​ດ້ານ​ການ​ທະຫານ​, ເພີ້ມເງິນເດືອນພະນັກງານລັດຖະກອນ ​ແລະ ສະໜອງ​ໂຄງການ​ອາຫານ​ຟຣີ​ໃຫ້​ແກ່​ເດັກນ້ອຍທີ່​ທຸກ​ຍາກອີກ 83 ລ້ານ​ຄົນ.