ໂຄວິດ-19 ເຮັດໃຫ້ທຸລະກິດສ່ວນໃຫຍ່ ໃນ ສປປ ລາວ ຂາດລາຍຮັບ ແຕ່ກໍມີບາງທຸລະກິດ ໄດ້ຮັບຜົນປະໂຫຍດ

ສູນກາງທົດລອງປູກຜັກ ໃນ ສປປ ລາວ

ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບເຮັດໃຫ້ທຸລະກິດສ່ວນໃຫຍ່
ຂອງລາວ ຂາດລາຍຮັບ ຫລືມີລາຍຮັບຫລຸດລົງເມື່ອບໍ່ສາມາດສົ່ງສິນຄ້າອອກໄປຂາຍ
ຕ່າງປະເທດໄດ້ ແຕ່ກໍມີບາງຂະແໜງການທີ່ຄອຍໄດ້ຮັບຜົນປະໂຫຍດຈາກມາດຕະການ
ຫລຸດຜ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການປິດປະເທດ ຫລືແຂວງ
ຕ່າງໆ ໄວ້ເປັນການຊົ່ວຄາວນີ້. ກິ່ງສະຫວັນມີ ລາຍງານເລື້ອງນີ້ ຈາກນັກຂ່າວຂອງພວກ
ເຮົາ ທີ່ໄດ້ໂອ້ລົມກັບນັກທຸລະກິດດ້ານການປູກຝັງສອງທ່ານ ຢູ່ໃນນະຄອນຫລວງວຽງ
ຈັນ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງລາຍງານ ຈາກຜົນກະທົບໂຄວິດ-19 ໃນ ສປປ ລາວ

Your browser doesn’t support HTML5

ເຊີນຊົມ ວີດີໂອ ຈາກ ສປປ ລາວ

ບັນດາທ່ານທີ່ຕິດຕາມຂ່າວອາດຈະໄດ້ຍິນເປັນປະຈໍາເນາະວ່າ ພະຍາດໂຄວິດ-19 ທີ່
ເກີດຈາກໄວຣັສໂຄໂຣນາສາຍພັນໃໝ່ນັ້ນ ເຮັດໃຫ້ເກືອບວ່າ ທຸກຂະແໜງ ການເສດຖະ
ກິດຂອງລາວໄດ້ຮັບຜົນກະທົບຢ່າງໜັກ ພາຍຫລັງທີ່ມີການປິດປະເທດໄວ້ບໍ່ໃຫ້ຄົນເດີນ
ທາງອອກເຂົ້າປະເທດ ເວັ້ນເສຍແຕ່ມີກໍລະນີ ຈໍາເປັນທີ່ສຸດເທົ່ານັ້ນ ໂດຍສະເພາະແມ່ນ
ການຜະລິດສິນຄ້າກະສິກໍາ ເພື່ອສົ່ງອອກ ດັ່ງໃນກໍລະນີຂອງນັກທຸລິກິດຍິງຄົນນຶ່ງ ທີ່ປູກ
ມັນຕົ້ນ ເພື່ອສົ່ງຂາຍໃຫ້ພໍ່ຄ້າຈີນ ແລະ ພໍ່ຄ້າໄທ ຊຶ່ງທ່ານນາງເລົ່າສູ່ຟັງວ່າ:

“ຕະຫລາດດຽວນີ້ກໍາລັງຊິໄດ້ໄປຂຸດມັນຕົ້ນເນາະ, ແຕ່ວ່າ ຕະຫລາດຮອງຮັບນີ້ກະເຂົ້າ
ໄປບໍ່ໄດ້ ໄທກະເຂົ້າບໍ່ໄດ້. ໄປໃສກະໄປບໍ່ໄດ້. ບັດນີ້ມາເຊັນຢູ່ຊັ້ງມັ້ງຢູ່ນີ້ແຫລະ.”

ເພື່ອໃຫ້ຢູ່ລອດໄດ້ນັ້ນ ທ່ານນາງບອກວ່າ:

“ແລ້ວບັດນີ້ມາຫັນ ມາເອົາອັນໜາໜອງປາ ຂາຍທຸກໆ 3 ເດືອນແລ້ວ ແຕ່ ຄວາມຕ້ອງ
ການ. ບັດນີ້ ຫັນມາເອົານາໜອງປາ ແລະຂາຍທຸກໆ 3 ເດືອນແລ້ວແຕ່ຄວາມຕ້ອງການ.
ເພາະວ່າທາງປູກຝັງນີ້ ກໍາລັງປູກຜັກ ຖ້າວ່າໄດ້ທຶນ. ທຶນກະບໍ່ທັນໄດ້ເດ່.”

ອີງຕາມບົດລາຍງານສັງລວມຂໍ້ສະເຫນີ ກ່ຽວກັບມາດຕະການ ແລະນະໂຍບາຍເພື່ອຫຼຸດ
ຜ່ອນຜົນກະທົບ ແລະຟື້ນຟູເສດຖະກິດ ຈາກວິກິດການຂອງ COVID-19 ຂອງສະພາ
ອຸດສາຫະກໍາ ແລະການຄ້າລາວແລ້ວ, ຂະແຫນງກະສິກໍາກວມເອົາ 15.7 ເປີເຊັນ ຂອງ
ຍອດຜະລິດຕະພັນລວມພາຍໃນ ຫລື GDP ແລະ ກວມເອົາແຮງງານເກືອບຮອດ 70
ເປີເຊັນ ຂອງປະຊາກອນລາວ. ຄ້າຍຄືກັນກັບຂະແຫນງອຸດສາຫະກໍາປຸງແຕ່ງ, ທ້າມກາງ
ການລະບາດ ຂອງພະຍາດໂຄວິດ-19 ການຜະລິດອຸດສາຫະກໍາດ້ານການກະເສດແມ່ນ
ໄດ້ຮັບຜົນກະທົບເຊັ່ນດຽວ ໂດຍສະເພາະແມ່ນທຸລະກິດກະສິກໍາ ແບບກະເສດ-ສັນຍາ
ຍ້ອນການຢຸດສະຫງັກຂອງຕະຫຼາດທ່ອງທ່ຽວໃນເບື້ອງຕົ້ນ ແລະ ການຈໍາກັດການຂົນ
ສົ່ງຜ່ານແຂວງ ຕໍ່ແຂວງ ແລະ ຜ່ານແດນ ເພື່ອສົ່ງອອກສິນຄ້າກະສິກໍາ ໄປປະເທດໃກ້ຄຽງ.

ພ້ອມກັນນັ້ນ ດັ່ງທີ່ວີໂອເອໄດ້ສະເໜີໄປເມື່ອມໍ່ໆມານີ້ ເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງ ໃນກະ
ຊວງອຸດສາຫະກຳ ແລະການຄ້າຍອມຮັບວ່າ ການສົ່ງອອກຜົນຜະລິດກະສິກຳທີ່ລາວໄດ້
ຮັບສິດທິພິເສດທາງການຄ້າຈາກຈີນ ແມ່ນໄດ້ຮັບຜົນກະທົບ ຈາກການລະບາດຂອງເຊື້ອ
ໄວຣັສ Covid-19 ທີ່ເຮັດໃຫ້ເກີດບັນຫາຫຍຸ້ງຍາກໃນການຂົນສົ່ງສິນຄ້າຂ້າມແດນ ໄປຫາ
ປະເທດດັ່ງກ່າວ.

ແຕ່ວ່າ ກໍຍັງມີທຸລະກິດບາງຢ່າງ ໃນຂະແໜງການກະສິກໍາ ເຊັ່ນຜັກສົດ ແລະໝາກໄມ້
ກັບໄດ້ຮັບໂອກາດພັດທະນາຕົນເອງຂຶ້ນ ເມື່ອສິນຄ້າຈາກຕ່າງປະເທດ ເຊັ່ນ ໄທ ບໍ່ເຂົ້າ
ສາມາດເຂົ້າມາແຂ່ງຂັນ ຢູ່ໃນຕະຫລາດພາຍໃນລາວ ແບບສະ ດວກສະບາຍໄດ້ແບບ
ເມື່ອກ່ອນ ດັ່ງການໃຫ້ສໍາພາດ ຂອງນັກທຸລະກິດທ່ານນຶ່ງ ໃນເຂດເມືອງຫາດຊາຍຟອງ
ທີ່ປູກຜັກ ແລະໝາກໄມ້ ແລະ ລ້ຽງປາ ເພື່ອສະ ໜອງ ໃຫ້ແກ່ຕະຫລາດພາຍໃນນະຄອນ
ຫລວງວຽງຈັນ ເປີດເຜີຍສູ່ວີໂອເອຟັງວ່າ ມາດຕະການປິດປະເທດ ໃນຊ່ວງຫລາຍເດືອນ
ຍ້ອນການລະບາດຢ່າງໜັກຂອງພະຍາດໂຄວິດ-19 ຢູ່ນີ້ ກໍເຮັດຜູ້ກ່ຽວມີໂອກາດຂະຫຍາຍ
ການຜະລິດໄດ້ຫລາຍຂຶ້ນ ຊຶ່ງຜູ້ກ່ຽວເລົ່າສູ່ຟັງດັ່ງນີ້:

“ຈະປູກຝັງສະລັດ, ໝາກອື, ໝາກແຕງ ກໍາລັງປູກກັນຢູ່ນີ້ນະ ມີໝາກອື, ໝາກຮຸ່ງ ໝາກສີ
ດາ, ໝາກຂຽບ, ໝາກລະມຸດ. ສໍາລັບໝາກສີດາຖືວ່າມັນໄດ້ຜົນລະ ມີບົດຮຽນລະເດືອນ
ນຶ່ງ ສໍາລັບໝາກສີດາໜີ້ຖືວ່າໄດ້ມັນໄດ້ຮອດ 200 ກິໂລນີ້ລະ. ເຂົາຢາກໄດ້ 500 ກິໂລ ຕໍ່ມື້
ພຸ້ນລະ ໂອຍ 500 ກິໂລ ມັນຕ້ອງມີເນື້ອທີ່ປະມານຮອດ 10 ເຮັກຕາພຸ້ນລະ. ເນື້ອທີ່ສວນ
ເຮົາມີແຕ່ສອງເຮັກຕາເຄິ່ງນີ້ລະ. ຂະໜາດຕະຫລາດເຈົ້າ ຕະຫລາດຂ້ອຍຊື່ໆນີ້ນະ ບໍ່ໄດ້ໄ
ປຫາຕະຫລາດອື່ນຊໍ້ານະ ຜູ້ນີ້ສັ່ງ 5 ໂລ ຜູ້ນຶ່ງ 10 ໂລ ຜູ້ນີ້ 3 ໂລກະມີ.”

ສະຫລຸບແລ້ວການລະບາດຂອງພະຍາດໂຄວິດ-19 ທີ່ພາໃຫ້ມີການປິດປະເທດ ແລະ
ແຂວງຕ່າງໆ ຊຶ່ງສົ່ງຜົນເຮັດໃຫ້ການຂົນສົ່ງ ສິນຄ້າກະສິກໍາຂອງລາວ ປະ ສົບຄວາມຫຍຸ້ງ
ຍາກນັ້ນ ແມ່ນເຮັດໃຫ້ການຜະລິດກະສິກໍາຂະໜາດໃຫຍ່ເພື່ອສົ່ງ ອອກ ໄດ້ຮັບຜົນກະທົບ
ຢ່າງໜັກ ແຕ່ວ່າ ມັນຜັດເຮັດໃຫ້ທຸລະກິດຂະໜາດກາງ ແລະນ້ອຍໃນປະເທດ ມີໂອກາດ
ໄດ້ພັດທະນາຕົນເອງ ເມື່ອບໍ່ມີຜົນຜະລິດກະສິກໍາຂອງປະເທດເພື່ອນບ້ານ ເຂົ້າມາແຂ່ງ
ຂັນໃນຕະຫລາດພາຍໃນໄດ້ ຢ່າງສະບາຍ.