ຊີ້ນໄກ່ໃນອະນາຄົດ ອາດຈະມາຈາກຫ້ອງແລັບ
Your browser doesn’t support HTML5
ປະຊາກອນຂອງໂລກພວມເຕີບໃຫຍ່ຂະຫຍາຍໂຕ ດ້ວຍເຫດນີ້ ຄວາມຕ້ອງການໃນດ້ານຊີ້ນໄກ່ ແລະອາຫານທະເລຈຶ່ງມີເພີ້ມຂຶ້ນເຊັ່ນກັນ. ບາງບໍລິສັດຫວັງວ່າ ຈະໄດ້ນຳສະເໜີຊີ້ນໄກ່ທີ່ເຮັດຈາກຫ້ອງແລັບຂອງພວກເຂົາເຈົ້າ ທີ່ມີລົດຊາດ ແລະລັກສະນະແບບດຽວກັນກັບຊີ້ນສັດແທ້ໆ.