ທ່ານນາງອອງຊານ ຊູຈີ ຈະໄປປາກົດຕົວຢູ່ສານ ໃນທ້າຍເດືອນນີ້

ພວກເດີນຂະບວນປະທ້ວງຕໍ່ຕ້ານລັດຖະປະຫານ ພາກັນຍົກມືສາມນິ້ວຂຶ້ນ ຊຶ່ງເປັນສັນຍາລັກ ການທ້າທາຍ ຢູ່ນະຄອນຢາງກຸ້ງ ປະເທດມຽນມາ. ວັນອັງຄານ ວັນທີ 27 ເມສາ 2021.

ຜູ້ນຳຂອງມຽນມາ ທ່ານນາງອອງ ຊານ ຊູ ຈີ ທີ່ຖືກປົດອອກຈາກຕຳແໜ່ງ ຈະໄປປາກົດຕົວຢູ່ສານໃນ ວັນທີ 24 ພຶດສະພາ ອີງຕາມຄຳເວົ້າ ທະນາຍຄວາມ ຂອງທ່ານນາງ.

ທ່ານນາງຍັງບໍ່ໄດ້ປາກົດຕົວຢູ່ໃນທີ່ສາທາລະນະ ນັບແຕ່ວັນທີ 1 ເດືອນກຸມພາ ເປັນຕົ້ນມາ ເວລາທ່ານນາງໄດ້ຖືກກັກບໍລິເວນ ໂດຍທະຫານ ທີ່ໄດ້ເຂົ້າຍຶດອຳ ນາດ.

ນັບແຕ່ການເຮັດລັດຖະປະຫານ ທ່ານນາງໄດ້ຖືກກ່າວຫາວ່າ ກະທຳຜິດ 6 ກະ ທົງ ຮວມທັງບໍ່ປະຕິບັດຕາມ ຂໍ້ຈຳກັດກ່ຽວກັບໂຄວິດ-19 ໃນລະຫວ່າງການ ເລືອກຕັ້ງ ປີກາຍນີ້.

ສິ່ງທີ່ຮ້າຍແຮງສຸດ ທ່ານນາງຖືກກ່າວຫາກໍຄື ການລະເມີດກົດໝາຍ ວ່າດ້ວຍຄວາມລັບຂອງປະເທດ. ການຕັດສິນລົງໂທດດັ່ງກ່າວ ທີ່ອາດນຳໄປສູ່ການຕິດ ຄຸກດົນເຖິງ 14 ປີ ອີງຕາມອົງການຂ່າວຣອຍເຕີ້.

ອຳນາດການປົກຄອງໃນປັດຈຸບັນ ຍັງໄດ້ກ່າວຫາທ່ານນາງ ສໍ້ລາດບັງຫຼວງ ແຕ່ຍັງບໍ່ທັນໄດ້ຟ້ອງ ຢ່າງເປັນທາງການເທື່ອ.

ມີລາຍງານວ່າ ທ່ານນາງຊູ ຈີ ໄດ້ໄປຮ່ວມໃຫ້ການຈຳນວນນຶ່ງຜ່ານກອງປະຊຸມ ທາງວີດີໂອ ແລະໄດ້ຈົ່ມວ່າການດຳເນີນຄະດີແມ່ນຊ້າຫຼາຍ.

ອ່່ານຂ່າວນີ້ເພີ້ມເປັນພາສາອັງກິດ