ກອງປະຊຸມສຸດຍອດເອເຊຍ-ຢູໂຣບຄັ້ງທີ 9 ໄດ້ສິ້ນສຸດລົງດ້ວຍ
ການຕົກລົງເສີມຂະຫຍາຍຄວາມຮ່ວມມືໃນການພັດທະນາ
ຢ່າງຍືນຍົງລະຫວ່າງສອງທະວີບ ສ່ວນລາວນັ້ນກໍໄດ້ຮັບການ
ຊ່ວຍເຫຼືອຫຼາຍຂຶ້ນ.
ພິທີປິດກອງປະຊຸມສຸດຍອດເອເຊຍ-ຢູໂຣບ (ASEM) ຄັ້ງທີ 9
ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 6 ພະຈິກນີ້ຢູ່ນະຄອນ
ວຽງຈັນ ໂດຍທາງການລາວໃນຖານະທີ່ເປັນເຈົ້າພາບຈັດກອງ
ປະຊຸມໃນຄັ້ງນີ້ ກໍໄດ້ຢືນຢັນວ່າ ຜົນທີ່ໄດ້ຮັບຈາກກອງປະຊຸມຄັ້ງ
ນີ້ ກໍຄືໝາກຜົນ ທີ່ຈະນໍາໄປສູ່ການຮ່ວມມືເພື່ອການພັດທະນາ
ຢ່າງຍືນຍົງ ລະຫວ່າງເອເຊຍກັບຢູໂຣບ ທັງໃນປັດຈຸບັນແລະ ໃນອະນາຄົດ.
ທັງນີ້ ບັນດາຜູ້ນໍາເອເຊຍ-ຢູໂຣບໄດ້ເຫັນພ້ອງທີ່ຈະເສີມຂະຫຍາຍ
ການຮ່ວມມືກັນພາຍໃຕ້ເປົ້າໝາຍທີ່ຈະແກ້ໄຂບັນຫາວິກິດການ
ເສດຖະກິດ ແລະການເງິນສາກົນ ລວມເຖິງບັນຫາຄຸກຄາມຕ່າງໆ
ທີ່ທ້າທາຍຕໍ່ຄວາມໝັ້ນຄົງທັງໃນລະດັບພູມິພາກ ແລະໃນລະດັບ
ໂລກ. ໂດຍປະຕິບັດຕາມຖະແຫຼງການວຽງຈັນ ວ່າດ້ວຍການຮັດ
ແໜ້ນການເປັນຄູ່ຮ່ວມມືເພື່ອສັນຕິພາບ ແລະການພັດທະນາທີ່
ບັນດາຜູ້ນໍາເອເຊຍ-ຢູໂຣບໄດ້ຮັບຮອງເອົາຢ່າງເປັນທາງການໃນ
ກອງປະຊຸມຄັ້ງນີ້.
ນອກຈາກນີ້ ກອງປະຊຸມຍັງໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງບັນດາຜູ້ນໍາເອເຊຍ- ຢູໂຣບ ຊຶ່ງມີສາລະສໍາຄັນເຖິງ 15 ຂໍ້ ທີ່ເປັນການເນັ້ນຢໍ້າເຖິງການເສີມສ້າງການຮ່ວມມືລະຫວ່າງເອເຊຍ-ຢູໂຣບຢ່າງໃກ້ຊິດ ດັ່ງທີ່ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ລາວໃນຖານະປະທານກອງປະຊຸມຄັ້ງນີ້ ໄດ້ຖະແຫຼງຢືນຢືນວ່າ:
“ກອງປະຊຸມໄດ້ແລກປ່ຽນຄວາມຄິດຄວາມເຫັນນໍາກັນ
ຫຼາຍບັນຫາ ເຊັ່ນດ້ານການເມືອງ ເສດຖະກິດ ສັງຄົມ
ແລະວັດທະນະທໍາ ໄດ້ຮັບຮອງເອົາສອງເອກກະສານ ຄື
ຖະແຫຼງການວຽງຈັນ ວ່າດ້ວຍການຮັດແໜ້ນ ການເປັນ
ເພື່ອນມິດເພື່ອສັນຕິພາບ ແລະຄູ່ຮ່ວມມືເພື່ອການພັດທະ
ນາ ແລະບົດຖະແຫຼງຂອງປະທານກອງປະຊຸມສຸດຍອດ
ASEM ຄັ້ງທີ 9.”
ເຂົ້າຮ່ວມກອງປະຊຸມ ASEM ຄັ້ງນີ້ກໍປະກອບດ້ວຍຜູ້ນໍາທີ່ເປັນປະມຸກລັດຈາກ 10 ປະເທດ ຜູ້ນໍາລັດຖະບານຈາກ 22 ປະເທດ ຮອງນາຍົກລັດຖະມົນຕີ ຈາກ 1 ປະເທດ ລັດຖະມົນຕີຈາກ 14 ປະເທດ ເອກອັກຄະລັດຖະທູດຈາກ 2 ປະເທດ ພ້ອມດ້ວຍເລຂາທິການກຸ່ມອາຊ່ຽນ ປະທານຄະນະມົນຕີສະຫະພາບຢູໂຣບແລະປະທານຄະນະກໍາມາທິການສະຫະພາບຢູໂຣບ ຊຶ່ງກໍໝາຍຄວາມວ່າມີຄະນະຜູ້ແທນ 52 ຄະນະຈາກ 49 ປະເທດ ກັບ 3 ອົງການລະ ຫວ່າງປະເທດຈາກສອງທະວີບ ເຂົ້າຮ່ວມໃນກອງປະຊຸມພາຍໃຕ້ຫຼັກການໃຫຍ່ທີ່ວ່າ “ເພື່ອນມິດເພື່ອສັນຕິພາບ ຄູ່ຮ່ວມມືເພື່ອຄວາມສົມບູນພູນສຸກ” ນັ້ນເອັງ.
ທາງການລາວຖືວ່າການເປັນເຈົ້າພາບຈັດກອງປະຊຸມ ASEM ນີ້ ເປັນບາດກ້າວ ຄັ້ງປະຫວັດສາດຂອງ ສປປ.ລາວ ໃນເວທີສາກົນ ຊຶ່ງກໍປາກົດວ່າມີການເຄື່ອນໄຫວທີ່ເປັນການຮ່ວມມືລະຫວ່ງລາວກັບຕ່າງປະເທດເກີດຂຶ້ນໃນຫຼາຍເຫດການດ້ວຍກັນ ໂດຍສະເພາະແມ່ນໃນດ້ານການຊ່ວຍເຫຼືອແລະກູ້ຢືມເງິນທຶນຈາກຕ່າງ ປະເທດສໍາລັບນໍາໃຊ້ເຂົ້າໃນການພັດທະນາໃນດ້ານຕ່າງໆໃນລາວນັ້ນ ຖືວ່າເປັນ ຄວາມເຄື່ອນໄຫວທີ່ພົ້ນເດັ່ນທີ່ສຸດ
ທັງນີ້ໂດຍປະເທດທີ່ໄດ້ໃຫ້ການຊ່ວຍເຫຼືອລາວຫຼາຍທີ່ສຸດ
ໃນກອງປະຊຸມຄັ້ງນີ້ ກໍຄື ສາທາລະນະລັດປະຊາຊົນຈີນ ຊຶ່ງ
ໄດ້ມີການລົງນາມໃນສັນຍາແລະຂໍ້ຕົກລົງກ່ຽວກັບການຮ່ວມ
ມືກັບລາວພ້ອມກັນເຖິງ 9 ສະບັບ ໂດຍມີມູນຄ່າການຊ່ວຍ
ເຫຼືອແລະ ກູ້ຢືມລວມກັນຫຼາຍກວ່າ 1,000 ລ້ານໂດລາ.
ການຕົກລົງທີ່ມີມູນຄ່າຫຼາຍທີ່ສຸດນັ້ນກໍຄືການກູ້ຢືມເງິນທຶນ
770 ລ້ານໂດລາ ສໍາລັບນໍາໃຊ້ເພື່ອການກໍ່ສ້າງເຂື່ອນນໍ້າອູ່
ຕິດຕາມດ້ວຍໂຄງການສ້າງດາວທຽມ ໂຄງການຂະຫຍາຍເຄືອ
ຂ່າຍສາຍເຄເບິ້ລໄຍແກ້ວ ລະຍະທີ່ 2 ການກູ້ຢືມເງິນ ທຶນສໍາລັບນໍາໄປຊື້ເຮືອບິນແອບັສ A-320 ຈໍານວນ 2 ລໍາ ແລະການຕົກລົງຮ່ວມມືກ່ຽວກັບລົດໄຟຄວາມໄວສູງ ຫາກແຕ່ກໍຍັງບໍ່ມີຄວາຊັດເຈນວ່າທາງການລາວ ຈະກູ້ຢືມເງິນທຶນຈາກຈີນໃນມູນຄ່າ
7,000 ລ້ານໂດລາ ເພື່ອນໍາໃຊ້ເຂົ້າໃນການກໍ່ ສ້າງທາງລົດໄຟຄວາມໄວສູງໃນ ລາວຫຼືບໍ່.
ແຕ່ຢ່າງໃດກໍຕາມ ໂຄງການທີ່ມີຄວາມຄືບໜ້າຢ່າງເປັນຮູບປະທໍາທີ່ເກີດຂຶ້ນໃນໄລຍະດຽວກັນນີ້ ກໍຄືໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ ທີ່ເຊື່ອມຕໍ່ຈາກ ແຂວງສະຫວັນນະເຂດໄປຫວຽດນາມ ທີ່ມີລະຍະທາງຍາງ 220 ກິໂລແມັດ ຊຶ່ງຈະລົງທຶນໃນມູນຄ່າເຖິງ 5,000 ລ້ານໂດລາ ໂດຍກຸ່ມບໍລິສັດ Giant ຈາກປະ ເທດມາເລເຊຍ ພາຍໃຕ້ເປົ້າໝາຍທີ່ຈະດໍາເນີນການກໍ່ສ້າງໃຫ້ສໍາເລັດພາຍໃນ 5 ປີຂ້າງໜ້ານີ້.

ນາຍົກລັດຖະມົນຕີຈີນ, ທ່ານເຫວນ ເຈຍບາວ ພົບປະກັບປະທານປະເທດລາວ ທ່ານຈູມະລີ ໄຊຍະສອນ
ທັງນີ້ ບັນດາຜູ້ນໍາເອເຊຍ-ຢູໂຣບໄດ້ເຫັນພ້ອງທີ່ຈະເສີມຂະຫຍາຍ
ການຮ່ວມມືກັນພາຍໃຕ້ເປົ້າໝາຍທີ່ຈະແກ້ໄຂບັນຫາວິກິດການ
ເສດຖະກິດ ແລະການເງິນສາກົນ ລວມເຖິງບັນຫາຄຸກຄາມຕ່າງໆ
ທີ່ທ້າທາຍຕໍ່ຄວາມໝັ້ນຄົງທັງໃນລະດັບພູມິພາກ ແລະໃນລະດັບ
ໂລກ. ໂດຍປະຕິບັດຕາມຖະແຫຼງການວຽງຈັນ ວ່າດ້ວຍການຮັດ
ແໜ້ນການເປັນຄູ່ຮ່ວມມືເພື່ອສັນຕິພາບ ແລະການພັດທະນາທີ່
ບັນດາຜູ້ນໍາເອເຊຍ-ຢູໂຣບໄດ້ຮັບຮອງເອົາຢ່າງເປັນທາງການໃນ
ກອງປະຊຸມຄັ້ງນີ້.
ນອກຈາກນີ້ ກອງປະຊຸມຍັງໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງບັນດາຜູ້ນໍາເອເຊຍ- ຢູໂຣບ ຊຶ່ງມີສາລະສໍາຄັນເຖິງ 15 ຂໍ້ ທີ່ເປັນການເນັ້ນຢໍ້າເຖິງການເສີມສ້າງການຮ່ວມມືລະຫວ່າງເອເຊຍ-ຢູໂຣບຢ່າງໃກ້ຊິດ ດັ່ງທີ່ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ລາວໃນຖານະປະທານກອງປະຊຸມຄັ້ງນີ້ ໄດ້ຖະແຫຼງຢືນຢືນວ່າ:
ທ່ານທອງສິງທໍາມະວົງ ນາຍົກລັດຖະມົນຕີລາວ ຈັບມືກັບທ່ານເຫວນ ເຈຍບາວ ໃນຍົກລັດຖະມົນຕີຈີນ
“ກອງປະຊຸມໄດ້ແລກປ່ຽນຄວາມຄິດຄວາມເຫັນນໍາກັນ
ຫຼາຍບັນຫາ ເຊັ່ນດ້ານການເມືອງ ເສດຖະກິດ ສັງຄົມ
ແລະວັດທະນະທໍາ ໄດ້ຮັບຮອງເອົາສອງເອກກະສານ ຄື
ຖະແຫຼງການວຽງຈັນ ວ່າດ້ວຍການຮັດແໜ້ນ ການເປັນ
ເພື່ອນມິດເພື່ອສັນຕິພາບ ແລະຄູ່ຮ່ວມມືເພື່ອການພັດທະ
ນາ ແລະບົດຖະແຫຼງຂອງປະທານກອງປະຊຸມສຸດຍອດ
ASEM ຄັ້ງທີ 9.”
ເຂົ້າຮ່ວມກອງປະຊຸມ ASEM ຄັ້ງນີ້ກໍປະກອບດ້ວຍຜູ້ນໍາທີ່ເປັນປະມຸກລັດຈາກ 10 ປະເທດ ຜູ້ນໍາລັດຖະບານຈາກ 22 ປະເທດ ຮອງນາຍົກລັດຖະມົນຕີ ຈາກ 1 ປະເທດ ລັດຖະມົນຕີຈາກ 14 ປະເທດ ເອກອັກຄະລັດຖະທູດຈາກ 2 ປະເທດ ພ້ອມດ້ວຍເລຂາທິການກຸ່ມອາຊ່ຽນ ປະທານຄະນະມົນຕີສະຫະພາບຢູໂຣບແລະປະທານຄະນະກໍາມາທິການສະຫະພາບຢູໂຣບ ຊຶ່ງກໍໝາຍຄວາມວ່າມີຄະນະຜູ້ແທນ 52 ຄະນະຈາກ 49 ປະເທດ ກັບ 3 ອົງການລະ ຫວ່າງປະເທດຈາກສອງທະວີບ ເຂົ້າຮ່ວມໃນກອງປະຊຸມພາຍໃຕ້ຫຼັກການໃຫຍ່ທີ່ວ່າ “ເພື່ອນມິດເພື່ອສັນຕິພາບ ຄູ່ຮ່ວມມືເພື່ອຄວາມສົມບູນພູນສຸກ” ນັ້ນເອັງ.
ທາງການລາວຖືວ່າການເປັນເຈົ້າພາບຈັດກອງປະຊຸມ ASEM ນີ້ ເປັນບາດກ້າວ ຄັ້ງປະຫວັດສາດຂອງ ສປປ.ລາວ ໃນເວທີສາກົນ ຊຶ່ງກໍປາກົດວ່າມີການເຄື່ອນໄຫວທີ່ເປັນການຮ່ວມມືລະຫວ່ງລາວກັບຕ່າງປະເທດເກີດຂຶ້ນໃນຫຼາຍເຫດການດ້ວຍກັນ ໂດຍສະເພາະແມ່ນໃນດ້ານການຊ່ວຍເຫຼືອແລະກູ້ຢືມເງິນທຶນຈາກຕ່າງ ປະເທດສໍາລັບນໍາໃຊ້ເຂົ້າໃນການພັດທະນາໃນດ້ານຕ່າງໆໃນລາວນັ້ນ ຖືວ່າເປັນ ຄວາມເຄື່ອນໄຫວທີ່ພົ້ນເດັ່ນທີ່ສຸດ
ໂຄງການສ້າງດາວທຽມທີ່ຈີນຊ່ວຍເຫລືອລາວ