ງານສະຫລອງ ບຸນນະມັດສະການ ພະທາດຫລວງ ປີ 2012

ພະທາດຫລວງ ທີ່ວຽງຈັນ ຖືກປະດັບປະດາດ້ວຍດອກໄຟແສງສີ ທີ່ຈົບງາມ ໃນໂອກາດບຸນນະມັດສະການພະທາດຫລວງ ໃນທຸກໆປີ

ຊາວລາວ,ໂດຍສະເພາະແມ່ນຊາວນະຄອນຫລວງວຽງຈັນ, ຫລາຍພັນຄົນເຂົ້າຮ່ວມພິທີຕັກບາດ ໃນວັນສຸດທ້າຍຂອງບຸນນະມັດສະການ ພະທາດຫລວງ ກໍຄືຕອນເຊົ້າຂອງວັນທີ 28 ພະຈິກ 2012 ຊຶ່ງເປັນກິດຈະກຳທາງສາສະໜາ ແລະປະເພນີອັນດີງາມຂອງລາວ ທີ່ສືບສານກັນມາຫຼາຍໆເຊັ່ນຄົນ.

ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ທ່ຽວຊົມຫ້າງຮ້ານ ໃນຕະຫລາດນັດ ບຸນທາດຫລວງ ຕາມປະເພນີ ຊຶ່ງຈັດຂຶ້ນໃນທ້າຍເດືອນພະຈິກໃນທຸກໆປີ.

ພິທິຕັກບາດບຸນທາດຫລວງຕາມປະເພນີ ທີ່ຈັດຂຶ້ນໃນມື້ສຸດທ້າຍຂອງງານບຸນທາດຫລວງມື້ຂຶ້ນ 15 ຄໍ່າ ຊຶ່ງກົງກັບວັນທີ 28 ພະຈິກ 2012

ຍິງສາວລາວຜູ້ນຶ່ງຍໍໝາກເບັງບູຊາພະທາດຫລວງ ໃນໂອກາດສະເຫລີມສະຫລອງບຸນນະມັດສະການ ພະທາດຫລວງປະຈໍາປີ 2012

ຊາຍໜຸ່ມລາວຈໍານວນນຶ່ງ ທີ່ນຸ່ງຜ້າໄໝເນັບຕ່ຽວ ຊຶ່ງເປັນຊຸດແຕ່ງກາຍພື້ນເມືອງ ໃນໂອກາດເຂົ້າຮ່ວມການແຫ່ຜະສາດເຜິ້ງ ຊຶ່ງເປັນກິດຈະກໍາທີ່ຈັດຂຶ້ນກ່ອນມື້ສຸດທ້າຍ ຂອງງານບຸນນະມັດສະການພະທາດຫຼວງ ຊຶ່ງກົງກັບວັນທີ 27 ພະຈິກ 2012 ຕາມປະເພນີທີ່ສືບສານກັນມາຫຼາຍເຊັ່ນຄົນ

ປະຕູໂຂງເຂົ້າເດີ່ນທາດຫລວງຖືກປະດັບປະດາໃຫ້ງາມຕາ ໃນໂອກາດສະເຫລີມສະຫລອງບຸນນະມັດສະການພະທາດຫລວງ ປະຈໍາປີ 2012

ຊາຍໜຸ່ມລາວຈໍານວນນຶ່ງ ທີ່ນຸ່ງຜ້າໄໝເນັບຕ່ຽວ ຊຶ່ງເປັນຊຸດແຕ່ງກາຍພື້ນເມືອງ ໃນໂອກາດເຂົ້າຮ່ວມການແຫ່ຜະສາດເຜິ້ງ ຊຶ່ງເປັນກິດຈະກໍາທີ່ຈັດຂຶ້ນກ່ອນມື້ສຸດທ້າຍ ຂອງງານບຸນນະມັດສະການພະທາດຫຼວງ ຊຶ່ງກົງກັບວັນທີ 27 ພະຈິກ 2012 ຕາມປະເພນີທີ່ສືບສານກັນມາຫຼາຍເຊັ່ນຄົນ.

ຜູ້ຄົນໄປທ່ຽວຊົມຫ້າງຮ້ານຕ່າງໆ ໃນຕອນກາງເວັນຂອງງານບຸນທາດຫລວງ ປະຈໍາປີ 2012

ຊາວລາວໄປທ່ຽວງານບຸນທາດຫລວງປະຈໍາປີ 2012 ຢ່າງຄັບຄາໜາແໜ້ນ

ເຂດຂາຍເຄື່ອງດື່ມໃນງານຕະຫລາດນັດບຸນທາດຫລວງ ປີ 2012