ຊາວອະເມຣິກັນ ສະຫຼອງ ວັນ Thanksgiving (ສະໄລດ໌ກັບວີດີໂອ)

ໄກ່ງວງ ທີ່ເປັນສັນຍະລັກ ແລະອາຫານຫຼັກ ໃນເທດສະການ ສະຫຼອງວັນຂອບຄຸນພະເຈົ້າ ຫຼື Thanksgiving.

ຊາວ​ອະ​ເມຣິກັນທັງຫຼາຍພາກັນ​ສະ​ເຫຼີມສະຫຼອງ ​ວັນ​ຂອບຄຸນ​ພະ​ເຈົ້າ ຫຼື Thanksgiving Day ປະ​ຈໍາປີ​ ​ໃນວັນ​ພະຫັດ​ມື້​ນີ້.

ວັນ​ພັກ​ດັ່ງກ່າວ ​ແມ່ນ​ຖືກ​ປະຕິບັດ​ເຊື່ອ​ຖື​ກັນ​ໃນ​ວິຖີຊີວິດ​ຊາວ​ອະ​ເມຣິກັນ ແຕ່​ໃດ​ມາ ວ່າ ເປັນ​ມື້​ນຶ່ງ ​ສໍາລັບ​ການ​ເຕົ້າ​ໂຮມ​ສັງ​ສັນ​ໃນ​ຄອບຄົວ ພ້ອມ​ດ້ວຍ​ອາຫານການກິນ​ເຫຼືອ​ເຟືອ ​ທີ່ປະກອບ​ດ້ວຍ​ໄກ່ງວງ​ເປັນຫຼັກ ​ແລະເຄື່ອງກິນ​ອື່ນໆ​ອີກຫຼາຍຢ່າງຮວມທັງ​ຂະໜົມພາຍ​ນຳ​ດ້ວຍ. ມີ​ການປະ​ເມີນ​ກັນວ່າ​ ອາດຈະ​ມີ​ຫຼາຍກວ່າ 43 ລ້ານ​ຄົນ ພາ​ເດີນທາງໃນ​ໄລຍະ 80 ກິ​ໂລ​ແມັດຫຼືຫຼາຍກວ່າ​ນັ້ນ ​ເພື່ອ​ໄປ​ຮ່ວມ​ສັງສັນ​ກັບພວກ​ໝູ່​ເພື່ອນ​ແລະ​ຄອບຄົວ ​ໃນ​ລະ​ຫວ່າງ​ມື້​ນີ້ ໄປ​ຈົນ​ເຖິງ​ວັນ​ອາທິດ.

ປະທານາທິບໍດີໂອບາມາ ພ້ອມດ້ວຍລູກສາວ ນາງ Sasha (ຊ້າຍ) ແລະນາງ Malia ປະຕິບັດຕາມປະເພນີບຸນຂອບຄຸນພະເຈົ້າ ໂດຍຊ່ອຍຊີວິດໄກ່ງວງໂຕນຶ່ງ ບໍ່ໃຫ້ຕົກເປັນອາຫານ ດ້ວຍການໃຫ້ອະໄພໂທດ ຕໍ່ໄກ່ງວໂຕນັ້ນ ທີ່ທຳນຽບຂາວ (21 ພະຈິກ 2010)



​ແຕ່​ປະ​ເພນີ​ວັນ​ຂອບຄຸນ​ພະ​ເຈົ້າອື່ນໆ​ທີ່​ປະຕິບັດ​ກັນເປັນ​ປະ​ຈໍາ​ຢູ່​ໃນ​ສະຫະ ລັດ​ນັ້ນ ກໍ​ມີ​ໂຮມ​ທັງ​ການໄປ​ຮ່ວມ​ພິທີ​ທາງ​ສາສະໜາ ​ແລະ​ຊົມ​ການ​ແຂ່ງ ຂັນກິລາ​ຟຸດ​ບອລອາ​ເມຣິ ກັນຂອງ​ທີ​ມ​ເຍົາວະ​ຊົນແລະ​ທີ​ມມື​ອາຊີບ. ​ແລະ ​ເນື່ອງ​ໃນ​ໂອກາດດຽວ​ກັນ​ນີ້ ກໍ​ມີຮ້ານ​ຄ້າຂາຍ​ເຄຶ່ອງຍ່ອຍ​ໃຫຍ່​ແຫ່ງ​ນຶ່ງ ຄື​ຮ້ານ​ສັບພະ​ສິນຄ້າ Macy ນັ້ນ ​ໄດ້​ຈັດ​ຂະ​ບວນ​ແຫ່​ຢ່າງ​ມີສີສັນ ຢູ່​ໃນນະ ຄອນ​ນີວຢ໊ອກ ພ້ອມ​ດ້ວຍ​ລູກ​ປູມ​ເປົ້າທີ່​ເປັນ​ຮູບ​ກາ​ຕູນ​ຂະໜາດ​ໃຫຍ່ແລະ​ຂະ​ບວນວົງ​ດຸລິ​ຍາງ​ເສບ​ກັນຢ່າງ​ຄຶກຄື້ນໄປ​ຕາມ​ຖະໜົນ.



ຕາມ​ປະ​ເພນີ​ທີ່​ ກ່າວ​ກັນ​ມາ​ນັ້ນ ວັນ​ຂອບຄຸນ​ພະ​ເຈົ້າ ຫຼື Thanksgiving ຂອງ​ຊາວ​ອ​ະ​ເມຣິກັນ​ເທື່ອ​ທໍາ​ອິດ ​ແມ່ນ​ຈັດ​ຂຶ້ນ​ໃນ​ປີ 1621 ​ໂດຍ​ພວກ​ທີ່ ເຂົ້າມາ​ຕັ້ງ​ຖິ່ນ​ຖານ​ໃໝ່ໃນ​ທະວີບ​ອ​ະ​ເມຣິກາ​ເໜືອ ພາກັນ​ລະນຶກ​ເຖິງການ​ເກັບກ່ຽວ ຫຼັງຈາກ​ລະດູໜາວທີ່​ແສນ​ລໍາ​ບາກ​ຜ່ານ​ພົ້ນ​ໄປ.

ເບິ່ງວີດີໂອ ພວກອາສາສະມັກຊ່ວຍລ້ຽງເຂົ້າພວກຄົນທຸກ ໃນວັນຂອບຄຸນພະເຈົ້າ: