ບາງຄົນ ໄປຊື້ເຄື່ອງ ຕັ້ງແຕ່ການສະຫຼອງບຸນ ຂອບຄຸນພະເຈົ້າ ຍັງບໍ່ທັນແລ້ວ

ຫົວໜ້າບໍລິຫານ ຂອງບໍລິສັດ Target ທ່ານ Brian Cornell ໄປຢ້ຽມພະນັກງານບໍລິສັດ ກ່ອນຈະເປີດ ໃນວັນຂອບຄຸນພະເຈົ້າ. (24 ພະຈິກ 2016)

ເຖິງ​ແມ່ນ​ກ່ອນ​ທີ່​ຊາວ​ອາ​ເມຣິກັນ​ບາງ​ຄົນຍັງພາກັນ​ກິນ​ເຂົ້າ​ໃນ​ວັນ​ຂອບຄຸນ​ພະ​ເຈົ້າ​ບໍ່​ທັນ ແລ້ວ​ເປັນ​ທີ່​ຮຽບຮ້ອຍ​ເທື່ອ ​ແຕ່​ຜູ້​ຄົນ​ກໍ​ເລີ້ມ​ເຂົ້າ​ແຖວ​ກັນ ຊຶ່ງ​ບາງ​ຄົນ​ແມ່ນ​ພາກັນ​ໄປ​ກາງ​ເຕັ້ນນອນ​ຖ້າ ຢູ່​ນອກ​ຮ້ານ​ຂາຍ​ເຄື່ອງ​ແຫ່ງ​ຕ່າງໆ ພ້ອມ​ແລ້ວ​ທີ່ຈະ​ສວຍ​ໂອກາດ ຊື້​ເຄື່ອງ​ຂອງ​ລາຄາ​ຖືກ​ເປັນ​ພິ​ເສດ ໃນ​ວັນ​ສຸກ​ຫຼັງວັນຂອບຄຸນ​ພະເຈົ້າ ທີ່​ເອີ້ນ​ວ່າ Black Friday.

ວັນ​ສຸກ​ຫຼັງວັນ​ຂອບຄຸນ​ພະ​ເຈົ້ານີ້ ຕາມ​ທຳນຽມ​ແລ້ວ ແມ່ນ​ວັນ​ເລີ້ມຕົ້ນ ຂອງ​ການເລີ້ມຊື້​ເຄື່ອງ​ຊື້ຂອງ​ສຳລັບ​ໂອກາດ​ວັນ​ສະຫລອງ​ບຸນ ​ຢູ່​ໃນ​ສະຫະລັດ ຊຶ່ງ​ເປັນ​ວັນທີ່​ພວກ​ພໍ່ຄ້າ​ຂາຍຍ່ອຍ ສະ​ແຫວ​ງຫາ​ກຳໄລຈາກ​ການ​ຂາດທຶນ​ຫຼືຕິດ​ໜີ້ ​ໄປ​ສູ່ການ​ສ້າງ​ລາຍ​ຮັບທີ່ສຳ ຄັນ.

​ໃນໄລຍະ​ສອງ​ສາມ​ປີຜ່ານມາ​ນີ້ຄວາມ​ຕື່ນ​ເຕັ້ນ​ໃນ​ການ​ຊອບ​ປິ້ງຫຼືຊື້​ເຄື່ອງ​ຊື້ຂອງແມ່ນ​ໄດ້ ເພີ້ມ​ຂຶ້ນ ຄື Black Friday ​ເວລາ​ນີ້​ ແມ່ນ​ເລີ້ມ​ຊອບ​ປິ້ງ​ໃນ​ວັນ​ສຸດສັບປະດາ​ເປັນ​ເວລາ 4 ມື້ ທີ່​ຮວມທັງ​ທຸລະ​ກິດ​ຂະໜາດ​ນ້ອຍ​ ໃນ​ວັນ​ເສົາ​ ແລະ​ວັນ​ອາທິດ ຊຶ່ງ​ມີ​ການ​ຮຽກຮ້ອງ​ໃຫ້​ພວກ​ໄປ​ຊື້​ເຄື່ອງ​ຊື້ຂອງ ຊ່ອຍ​ອຸດໜຸນ​ ທຸລະ​ກິດ ​ຢູ່​ໃນເຂດ​ທ້ອງ​ຖິ່ນ ​ໃນ​ຂະນະ​ທີ່ Cyber Monday ​ເປັນ​ມື້ທີ່​ມີ​ການ​ຊື້​ເຄື່ອງ ​ທາງ​ອິນເຕີ​ແນັດ​ທີ່​ໃຫຍ່​ທີ່​ສຸດ​ ໃນ​ຮອບ​ປີ.

Your browser doesn’t support HTML5

Black Friday Shoppers

​ຢູ່​ທົ່ວ​ປະ​ເທດ ນັບ​ແຕ່​ລັດ​ຟລໍຣິດາໄປ​ຫາ​ລັດ​ໂອ​ຮາ​ຍ​ໂອຕະຫຼອດ​ທັງ​ແຄລີ​ຟໍ​ເນຍນັ້ນພວກ​ ທີ່​ໄປ​ຊື້​ເຄື່ອງ​ແມ່ນໄດ້​ພາກັນເລີ້ມເຂົ້າ​ແຖວ​ແລະ​ໄປ​ນອນ​ຖ້າ​ຢູ່​ນອກຮ້ານຕ່າງໆທີ່​ວາງ​ແຜນ​ຈະ​ເປີດ​ໃນ​ວັນ​ຂອບຄຸນ​ພະ​ເຈົ້າດ້ວຍ​ການ​ຂາຍ​ຫລຸດ​ລາຄາ​ຢ່າງ​ໃຫຍ່.

​ໃນ​ວັນ​ພະຫັດ​ວານ​ນີ້ ຮ້ານ Kmart ​ເລີ້ມ​ເປີດ​ແຕ່ 6 ​ໂມງ​ເຊົ້າ ພ້ອມ​ກັບ​ຮ້ານອື່ນໆຮວມທັງ JCPenney, Best Buy ​ແລະ​ຮ້ານ Target ທີ່​ໄດ້​ພາກັນເປີດ​ຕະຫລອດ​ມື້.

ພວກ​ໄປ​ຊື້​ເຄື່ອງ​ ຢູ່​ຮ້ານສູນກາງ​ໃຫຍ່ Macy’s ທີ່​ນະຄອນ​ນິວຢອກ ​ໄດ້​ພາກັນ​ໄປ​ລໍຖ້າ ໃຫ້​ປະຕິ​ຮ້ານ​ເປີດ ​ເພື່ອ​ຂາຍ​ຫລຸດ​ລາຄາ ກ່ອນ​ມື້ Black Friday ​ໃນ​ຕອນ​ບ່າຍ​ວັນ​ພະ ຫັດ​ວານ​ນີ້. ຮ້ານ Macy’s ກ່າວ​ວ່າ ມີ 16,000 ຄົນ​ໄດ້​ໄປ​ເຂົ້າ ​ແຖວ​ກ່ອນ​ທີ່​ຮ້ານ​ຊຶ່ງ​ຕັ້ງ ຢູ່ທີ່​ເກາະ Manhattan ​ເປີດໃນ​ເວລາ 5 ​ໂມງ​ແລງ.

ມີ​ຮ້ານ​ສັບພະ​ສິນຄ້າ​ຫລາຍໆ​ແຫ່ງ ​ໄດ້​ພາກັນ​ເປີດ ​ໃນ​ຕອນ​ຄ່ຳ​ວັນ​ພະຫັດ​ວານນີ້ຫຼືບໍ່​ກໍ ​ຕອນ​ເຊົ້າມືດ​ຂອງ​ວັນ​ສຸກ​ມື້ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ