ປະຊາຊົນໄທ ພາກັນ ປ່ອນບັດເອົາ ສະມາຊິກ ວຸດທິສະພາ (ສະໄລດ໌)

ພວກປະທ້ວງຕໍ່ຕ້ານລັດຖະບານ ໂຮມຊຸມນຸມກັນ ຢູ່ອະນຸສາວະລີ ກະສັດຈຸລາລົງກອນ ທີ່ບາງກອກ ໃນວັນເສົາ ທີ 29 ມີນາ 2014.

ປະຊາຊົນ​ໄທ​ພາກັນ​ໄປປ່ອນ​ບັດ​ອີກ ​ໃນ​ວັນ​ອາທິດ​ມື້​ນີ້
​ເພື່ອ​ເລືອກຕັ້ງ​ເອົາ​ສະມາຊິກ​ສະພາສູງ ຫລື​ວຸດ​ທິສະພາ
​ໃນ​ອັນ​ທີ່​ເປັນການ​ທົດ​ສອບ​ອີກ​ບັ້ນ​ນຶ່ງ ສຳ​ຫລັບລັດຖະ
ບານ​ຂອງ​ນາຍົກລັດຖະມົນຕີ ຍິ່ງ​ລັກ ສິນ​ນະ​ວັດ ທີ່​ກຳລັງ​
ປະ​ເຊີນ​ກັບ ​ບັນຫາ​ຫຍຸ້ງຍາກ​ຕ່າງໆນັ້ນ.

ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ມື້​ນີ້ ມີ​ຂຶ້ນ ຫຼັງ​ຈາກ​ພວກ​ປະ
​ທ້ວງ​ຫຼາຍ​ໝື່ນຄົນ​ພາ ກັນເດີນ​ຂະ​ບວນ​ໄປ​ຕາມ​ຖະໜົນ​
ຫົນທາງ​ສາຍ​ຕ່າງໆ ​ໃນ​ບາງກອກ​ໃນ​ມື້ວານ​ນີ້​ ຮຽກຮ້ອງ
ໃຫ້​ນາ​ຍົກ​ລັດຖະມົນຕີ​ລາ​ອອກ​ຈາກ​ຕຳ​ແໜ່​ງ.

ການ​ປ່ອນ​ບັດ ປາກົດ​ວ່າ​ດຳ​ເນີນ​ໄປດ້ວຍ​ດີ ໂດຍ​ບໍ່​ມີ​ການ​ລົບ​ກວນ​ໃດໆ ກົງກັນຂ້າມ
​ກັບການ​ເລືອກ​ຕັ້ງໃນ​ເດືອນ​ແລ້​ວນີ້ ​ເພື່ອ​ເລືອກເອົາ​ສະມາຊິກ​ສະພາ​ຕ່ຳ​ນັ້ນ ຊຶ່ງ​ພັກ​
ຝ່າຍ​ຄ້ານໄດ້ພາກັນ​ຂວ້ຳ​ບາດ​ບໍ່​ເຂົ້າ​ຮ່ວມ​ນຳ ​ແລະ​ສານ​ລັດຖະທຳ​ມະນູນຂອງໄທ ​
ໄດ້​ຕັດສິນ​ໃນ​ທີ່​ສຸດ ໃຫ້ເປັນ​ໂມຄະນັ້ນ.

ໄທປ່ອນບັດເອົາ ສະມາຊິກ ວຸດທິສະພາ


ຖ້າ​ຫາກ​ກຳລັງຂອງ​ຝ່າຍ​ຕໍ່ຕ້ານ​ລັດຖະບານ​ໄດ້​ເຂົ້າ​ຄອບ​ງຳ​ຢູ່ໃນ​ສະພາ​ສູງ ມັນ​ກໍ​ຈະ​
ເປັນ​ການງ່າຍ​ຂຶ້ນທີ່​ຈະ​ປົດທ່ານ​ນາງ​ຍິ່ງ​ລັກ ອອກ​ຈາກ​ຕຳ​ແໜ່​ງ ຖ້າ​ທ່ານ​ນາງ​ຖືກ
ຟ້ອງ​ຮ້ອງ​ວ່າ​ທຳ​ຜິດ​ກົດໝາຍ​ນັ້ນ. ທ່ານ​ນາງ​ຖືກ​ກ່າວ​ຫາ​ວ່າ ບໍ່​ເອົາ​ຫົວຊາ​ນຳການ
ສໍ້​ລາດ​ບັງ​ຫຼວງ​ພາຍ​ໃນ​ໂຄງການ​ເກື້ອກູນ​ເຂົ້າຂອງ​ລັດຖະບານ ທີ່​ໄດ້​ສ້າງຄວາມ
ເສຍ​ຫາຍ​ໃຫ້​ແກ່​ປະ​ເທດ ​ເປັນ​ເງິນ​ຫຼາຍ​ຕື້​ໂດ​ລ່າ​ນັ້ນ.

ທ່ານ​ນາງ​ຍິ່ງ​ລັກ ກຳນົດ​ຈະ​ໄປ​ມີໜ້າ ​ເພື່ອ​ປ້ອງ​ກັນ​ໂຕ​ຕໍ່​ຄະນະ​ກຳມະການ​ຕໍ່ຕ້ານ
ການ​ສໍ້​ລາດ​ບັງ​ຫຼວງ​ແຫ່ງ​ຊາດ​ຂອງ​ໄທ ​ໃນ​ວັນ​ຈັນ​ມື້​ອື່ນ.