ໄທ ສົ່ງຄົນຮ້າຍ ຂ້າມແດນ ໃຫ້ແກ່ ທາງການ ສະຫະລັດ

ທ້າວ Joseph Manuel Hunter (ຊ້າຍ) ຖືກໜ່ວຍກ້າຕາຍ ຂອງຕຳຫຼວດໄທຈັບ ທີ່ບາງກອກ (26 ກັນຍາ 2013)

ຕຳຫຼວດໄທ ກ່າວວ່າ ຕົນໄດ້ສົ່ງຜູ້ທີ່ຫລົບລີ້ໜີກົດໝາຍນາໆຊາດ
ຄົນນຶ່ງ ໃຫ້ແກ່ສະຫະລັດ ທີ່ສົງໄສລັກລອບຄ້າຢາເສບຕິດ.

ນາຍພົນ Priewpan Damapon ກ່າວວ່າ “ທ້າວ Joseph Hun-
ter ແມ່ນນຶ່ງໃນບັນດາບຸກຄົນທີ່ທາງການສະຫະລັດຕ້ອງການຕົວ. ຜູ້ກ່ຽວແມ່ນຢູ່ເບື້ອງຫຼັງການກໍ່ອາດຊະຍາກຳຢູ່ໃນຫຼາຍໆປະເທດ
ທົ່ວໂລກ.”

ຕຳຫຼວດໄທກ່າວວ່າ ຕົນໄດ້ຈັບທ້າວ Hunter ໃນມື້ວັນພຸດຜ່ານ
ມານີ້ຢູ່ທີ່ພູເກັດ ຊຶ່ງເປັນບ່ອນຕາກອາກາດ ແຄມຝັ່ງທະເລ ໂດຍ
ໄດ້ຮັບຂໍ້ມູນຈາກເຈົ້າໜ້າທີ່ປາບປາມຢາເສບຕິດຂອງສະຫະລັດ.

ຕຳຫຼວດໄທເວົ້າວ່າ ທ້າວ Hunter ແມ່ນຄົນອາເມຣິກັນຜູ້ດຽວໃນໝູ່ຜູ້ຕ້ອງສົງໄສ 6 ຄົນທີ່
ມີໝາຍຈັບ ໃນການລັກລອບຢາເສບຕິດເຂົ້າມາໃນສະຫະລັດ.

ຕຳຫຼວດໄທກ່າວວ່າ ເປັນທີ່ເຊື່ອກັນວ່າ ພວກຜູ້ຕ້ອງສົງໄສທັງໝົດ ເຄີຍມີປະສົບພະການ
ທາງທະຫານມາກ່ອນ.