ສານຍົກຟ້ອງບາງຂໍ້ຫາ ຕໍ່ນັກຄ້າອາວຸດຣັດເຊຍ

  • ໄພສານ ວໍຣະຈັກ

ນາຍ Viktor Bout ຜູ້ຕ້ອງສົງໄສ ນັກຄ້າອາວຸດຊາວຣັດເຊຍ

ສານແຫ່ງນຶ່ງຂອງໄທໄດ້ຍົກຟ້ອງ ຂໍ້ຫາຟອກເງິນແລະ ສໍ້ໂກງຫຼອກລວງ ທາງອີເລັກໂທຣນິກ ຕໍ່ຜູ້ຕ້ອງຫາວ່າ ເປັນນັກຄ້າອາວຸດຊາວຣັດເຊຍ ນາຍ Viktor Bout ນັ້ນ ໂດຍອ້າງວ່າ ບໍ່ມີຫຼັກຖານພຽງພໍ ຊຶ່ງເຮັດໃຫ້ຜູ້ກ່ຽວໃກ້ຈະ ຖືກສົ່ງໂຕ ມາໃຫ້ສະຫະລັດແລ້ວ.

ສານສູງສຸດຂອງໄທ ໄດ້ຕັດສິນໃນເດືອນສິງຫາຜ່ານມານີ້ ວ່າ ນາຍ Bout ຄວນຈະຖືກສົ່ງໂຕໃຫ້ທາງການສະຫະ ລັດ ໃນຂໍ້ຫາຊຸດ​ນຶ່ງ ທີ່ໄດ້ມີການຟ້ອງຮ້ອງກ່ອນນັ້ນ ແຕ່ ສະຫະລັດໄດ້ຍື່ນຂໍ້ຫາໃໝ່ເພີ້ມຕື່ມ ບໍ່ດົນກ່ອນການຕັດ ສິນຂອງສານສູງສຸດ ຍ້ອນຢ້ານວ່າສານ​ຈະຕັດສິນໄປໃນ ທາງທີ່​ບໍ່​ເປັນ​ຜົນ​ດີ​ຕໍ່​ຕົນ.

ໃນວັນອັງຄານມື້ນີ້ ສານອາຍາຂອງໄທທີ່ບາງກອກ ໄດ້ຍົກ ເລີກການດຳເນີນການທາງກົດໝາຍທີ່ກ່ຽວຂ້ອງພົວພັນ ກັບຂໍ້ຫາໃໝ່.

ນາຍ Bout ອາຍຸ 43 ປີ ຊຶ່ງມີຊື່ເຫຼັ້ນວ່າ ພໍ່ຄ້າມໍລະນະນັ້ນ ໄດ້ຖືກຈັບຢູ່​ໄທ ໃນການ ປະຕິບັດງານ ພາຍໃຕ້ການນຳພາຂອງສະຫະລັດ ໃນເດືອນມີນາ ປີ 2008.