ILO ຂໍຮ້ອງໃຫ້ ໄທຕໍ່ອາຍຸວັນເສັ້ນຕາຍ ສໍາລັບເນລະເທດ ຄົນງານຕ່າງດ້າວ (ວີດິໂອກ່ຽວຂ້ອງ)

  • Daniel Schearf

ແມ່ຍິງມຽນມາຄົນນຶ່ງ ລ້າງຖ້ວຍຢູ່ນອກຫ້ອງເຮືອນ ຫ້ອງແຖວ ຂອງລາວ ບ່ອນທີ່ພວກຄົນງານຕ່າງດ້າວຊາວມຽນມາ ອາໄສຢູ່ ຮ່ວມກັນເປັນຈໍານວນຫລວງຫລາຍ ຢູ່ມະຫາໄຊ ເຂດອຸດສາຫະກໍາ ທາງກໍ້າໃຕ້ຂອງບາງກອກ.

ຫົວໜ້າອົງການ​ແຮງ​ງານສາກົນ
International Labor Organization ຫຼື ILO ຂໍຮ້ອງໃຫ້
ໄທຕໍ່ກໍານົດວັນເສັ້ນຕາຍໃນວັນສຸກ​ແລ້ວນີ້ ສໍາລັບ​ໃຫ້ພວກ
ຄົນງານຕ່າງດ້າວ​ໄປປະກອບເອກະສານຢູ່ໃນໄທຢ່າງຖືກຕ້ອງ
ຫລືປະ​ເຊີນ​ກັບ​ການຖືກເນລະເທດ. ໄທ​ໄດ້ຂູ່ທີ່ຈະເນລະເທດ
ຄົນງານຊາວຕ່າງດ້າວ ຫຼາຍກວ່ານຶ່ງລ້ານຄົນ ຊຶ່ງສ່ວນໃຫຍ່ແມ່ນຈາກມຽນມາ ພວກທີ່ຍັງ
ບໍ່ທັນ​ໄດ້ທໍາການພິສູດສັນຊາດ ທີ່ບັນດານັກເຄື່ອນໄຫວເວົ້າວ່າ ເປັນຂັ້ນ​ຕອນ​ທີ່​ມີ​ຄວາມ​ຂາດ​ຕົກບົກຜ່ອງນັ້ນ. ອົງການສະຫະປະຊາຊາດຄັດຄ້ານ​ແຜນການເນລະເທດໝູ່​ດັ່ງກ່າວ ແລະຈະຮຽກຮ້ອງໃຫ້​ມີ​ການທົບທວນນະໂຍບາຍວ່າດ້ວຍຄົນງານຊາວຕ່າງດ້າວຂອງໄທ
ນັ້ນຄືນໃໝ່.

ທ່ານ Guy Rider ຜູ້ອໍານວຍການໃຫຍ່ ILO ​ໄດ້ຜັກດັນໃຫ້ໄທ ຕໍ່ກໍານົດວັນເສັ້ນຕາຍ
ອອກໄປອີກ ສໍາລັບການຈົດທະບຽນຄົນງານຊາວຕ່າງດ້າວ ເວລາທ່ານພົບປະກັບລັດ
ຖະມົນຕີກະຊວງແຮງງານໄທ ເປັນເທື່ອທີ່ສອງ ໃນວັນເສົາ​ແລ້ວນີ້.

ການຢ້ຽມຢາມໄທຂອງທ່ານ Ryder ມີ​ຂຶ້ນ ພໍດີກັບວັນກໍານົດເສັ້ນຕາຍ ຄື ວັນທີ 14 ທັນວາ ສໍາລັບໃຫ້ພວກຄົນງານຊາວຕ່າງດ້າວທັງໝົດມີເອກະສານຢ່າງຖືກຕ້ອງ ບໍ່ດັ່ງນັ້ນກໍຈະຖືກ ເນລະເທດ.

ປັດຈຸບັນນີ້ ໄທມີຄົນງານຊາວຕ່າງດ້າວຢູ່ ປະມານສອງລ້ານຫ້າແສນຄົນ ສ່ວນໃຫຍ່ແມ່ນ ຈາກມຽນມາ ແຕ່ໃນຈໍານວນດັ່ງກ່າວນີ້ປາກົດວ່າ ມີພຽງເຄິ່ງນຶ່ງເທົ່ານັ້ນ ທີ່ໄດ້ຍື່ນປະກອບ ເອກະສານພິສູດສັນຊາດ ສໍາເລັດໄປແລ້ວ.

ບັນດາເຈົ້າໜ້າທີ່ກະຊວງແຮງງານໄທ ໄດ້ຕໍ່ອາຍຸວັນເສັ້ນຕາຍມາຫຼາຍຄັ້ງ​ແລ້ວ ແຕ່ເທື່ອ ລ້າສຸດນີ້ ​ເບິ່ງ​ຊົງ​ວ່າໄທຈະເອົາຈິງ.

ສະຫະພັນການ​ຄ້າໄທ ທີ່ເພິ່ງພາແຮງງານທີ່ຖືກກວ່າຈາກຕ່າງປະເທດ ວິຕົກວ່າ ຖ້າຫາກ​ມີການເນລະເທດແທ້ ມັນກໍຈະສົ່ງຜົນກະທົບຕໍ່ທຸລະກິດຂອງພວກເຂົາເຈົ້າຢ່າງໃຫຍ່.

ມີຄົນງານຊາວຕ່າງດ້າວປະມານ 350,000 ຄົນທີ່ໄດ້ຈົດທະບຽນການພິສູດສັນຊາດສໍາ ເລັດແລ້ວ ແຕ່ພວກເຂົາເຈົ້າຍັງບໍ່ທັນໄດ້ຮັບເອກກະສານຈາກທາງການໄທເທື່ອ. ແຕ່ບັນ ດາເຈົ້າໜ້າທີ່ໄທ ກໍຍັງຂູ່ທີ່ຈະເນລະເທດພວກຄົນ​ເຫລົ່ານີ້ນໍາ.

ທ່ານ Nilim Baruah ຊ່ຽວຊານອາວຸໂສດ້ານຄົນງານຕ່າງດ້າວຂອງ​ອົງການ ILO ປະຈໍາ ພາກພື້ນເອເຊຍປາຊິຟິກ ກ່າວວ່າ ເຖິງແມ່ນປະເທດ ຕ່າງໆມີສິດເນລະເທດພວກຄົນຕ່າງ ດ້າວຜິດກົດໝາຍກໍຈິງຢູ່ ແຕ່ພວກເຂົາເຈົ້າກໍຄວນ​ເຮັດ​ໃຫ້​ຖືກຕ້ອງ​ຕາມມາດຕະຖານສິດທິ ມະນຸດສາກົນ ຄືຮັບປະກັນວ່າພວກ​ຄົນງານ​ໄດ້ຮັບຄ່າແຮງທັງ​ໝົດທີ່ຍັງຕິດຄ້າງ​ເຂົາ​ເຈົ້າຢູ່ ແລະດໍາເນີນການເນລະເທດ ​ໂດຍ​ບໍ່​ຄິດ​ຄ່າ​ໃດໆ​ຈາກ​ພວກຄົນງານ. ທ່ານ ບາຣົວ ເວົ້າວ່າ:

ເວົ້າເລຶ່ອງການເນລະເທດນັ້ນ ບໍ່ໜ້າຈະເປັນຈໍານວນຫຼວງຫຼາຍບາດດຽວ ຫຼືແບບ ເປັນກຸ່ມ ​ແລະ​ກໍຄວນຈະມີຂັ້ນຕອນການ ຂໍອຸທອນໄດ້ ໃນກໍລະນີທີ່ມີການເນລະ ເທດເກີດຂຶ້ນ.”

ພວກຄົນງານຊາວຕ່າງດ້າວ ຖືວ່າເປັນກະດູກສັນຫຼັງຂອງໄທ ສໍາລັບທຸລະກິດການກໍ່ສ້າງ ໂຮງຈັກໂຮງງານ ການປະມົງ ແລະການເກັບໝາກໄມ້ ເປັນຕົ້ນ ແຕ່ພວກຄົນງານເຫຼົ່ານີ້ ສ່ວນຫຼາຍບໍ່ມີເອກະສານຢ່າງຖືກຕ້ອງຕາມກົດໝາຍ ແລະການທີ່ມີສະຖານະພາບບໍ່ຖືກ ຕ້ອງຕາມກົດໝາຍຂອງພວກເຂົາເຈົ້ານັ້ນ ກໍເຮັດໃຫ້ພວກເຂົາເຈົ້າຕົກ​ຢູ່​ໃນ​ສະພາບ​ທີ່ຖືກລະເມີດສິດທິ ຫຼືຖືກຂູດ​ຮີດ​ແຮງ​ງານໄດ້ງ່າຍ.

ໂຄງການພິສູດສັນຊາດຂອງໄທ ໄດ້ພະຍາຍາມຫາວິທີພິທັກປົກປ້ອງພວກຊາວຕ່າງດ້າວ ໂດຍການປະຕິບັດງານຮ່ວມກັນກັບບັນດາປະເທດເພື່ອນບ້ານ ເພື່ອອອກໜັງສືຜ່ານແດນ ຊົ່ວຄາວໃຫ້ພວກເຂົາເຈົ້າ ເພື່ອ​ໃຫ້ພວກເຂົາເຈົ້າສາມາດຍື່ນຂໍ ໃບອະນຸຍາດເຮັດວຽກໄດ້.

ແຕ່ໂຄງການດັ່ງກ່າວນີ້ ດໍາ​ເນີນ​ໄປ​ຢ່າງຊັກຊ້າ ສິ້ນເປືອງຄ່າໃຊ້ຈ່າຍຫຼາຍ ແລະກໍຍັງຕ້ອງ ການການສະໜັບສະໜຸນຈາກພວກນາຍຈ້າງນໍາອີກ. ບັນດານັກເຄື່ອນໄຫວເວົ້າວ່າ ​ເຖິງ​ແມ່ນ​ຈະ​ມີ​ເຈດ​ຕະນາດີສໍາລັບ​ພວກ​ຄົນ​ງານ​ຕ່າງ​ດ້າວກໍ​ຕາມ ​ແຕ່​ໂຄງການ​ນີ້ກໍເຮັດໃຫ້ ພວກນາຍຈ້າງມີ​ທ່າ​ອ່ຽງທີ່​ບໍ່​ຢາກ​ໃຫ້ຄົນງານຂອງ​ຕົນ​ໄປ​ເຮັດ​ເອກະສານ ແລະ​ເຮັດ​ໃຫ້ ພວກນາຍໜ້າ ຄິດໄລ່​ເອົາເງິນຈາກພວກຄົນ​ງານ ​ໃນ​ຈໍານວນ​ເທົ່າ​ກັບ​ຄ່າ​ຈ້າງ​ຂອງ​ພວກ​ເຂົາ​ເຈົ້າຫຼາຍໆເດືອນ ສໍາລັບຊ່ວຍເຫຼືອພວກເຂົາເຈົ້າໃຫ້ໄດ້ຮັບເອກະສານ ຖືກຕ້ອງຕາມ ກົດໝາຍນັ້ນ.

ທ່ານ ບາຣົວ ກ່າວຕໍ່ໄປວ່າ ILO ຢາກຈະເຫັນກົດໝາຍໄທປ່ຽນແປງ ເພື່ອພິທັກປົກປ້ອງ ພວກຄົນງານຊາວຕ່າງດ້າວ ໃຫ້ດີຂຶ້ນກວ່າເກົ່າ. ທ່ານບາຣົວ ກ່າວມ້ວນທ້າຍວ່າ

ກົດໝາຍວ່າດ້ວຍຜູ້ຊອກຫາວຽກ​ການເຮັດ ແລະການເກນຄົນງານ ຄວນຈະຖືກ ດັດແກ້ໃໝ່ ​ເພື່ອ​ຮວມ​ເອົາ​ກົດ​ລະບຽບ ກ່ຽ​ວກັບການເກນ​ເອົາພວກຄົນງານທີ່ຈະ
ເຂົ້າມາໃນປະເທດ. ປະການທີ່ສອງ ຂ້າພະເຈົ້າຄິດວ່າຄວນຈະມີກົນໄກການຮ້ອງ
ທຸກ ທີ່ມີປະສິດທິຜົນ.”


ເບິ່ງວີດິໂອກ່ຽວກັບຄົນງານຕ່າງດ້າວຊາວມຽນມາໃນໄທ:

http://www.youtube.com/embed/wEdUeK1C33Q