ໄທ ຈະສົ່ງ ຊາວ​ໂຣຮິງ​ຢາ 73 ຄົນ ກັບຄືນໄປ ມຽນມາ

ແຜນທີ່ປະເທດໄທ

ບັນດາ​ເຈົ້າ​ໜ້າ​ທີ່​ໄທກ່າວ​ວ່າ ​ເຮືອ​ລໍາ​ນຶ່ງ​ທີ່​ເຕັ​ມ​ໄປ​ດ້ວຍອົບ​ພະ​
ຍົບມຸສລິ​ມ​ໂຣຮິງ​ຢາ ທີ່​ກ່າວ​ກັນ​ວ່າຫລົບໜີຄວາມ​ຮຸນ​ແຮງທາງ
​ສາສະໜາ​ແລະ ການປະ​ຫັດ​ປະຫານ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​
ມຽນມາ​ນັ້ນ ຈະຕ້ອງຖືກ​ສົ່ງ​ກັບ​ຄືນ​ໄປ​ຍັງ​ບ້ານ​ເກີດ​ເມືອງ​ນອນ
​ຂອງ​ເຂົາ​ເຈົ້າ.

ຊາວ​ໂຣຮິງ​ຢາ 73 ຄົນຮວມ​ທັງ​ຜູ້ຍິງ​ແລະເດັກນ້ອຍ ​ໄດ້ພົບ​ເຫັນ​ລ່ອງ​ລອຍຢູ່​ໃນ​ເຮືອ​ນ້ອຍ ທີ່ແອ​ອັດ​ກັນ​ລຳ​ນຶ່ງ ຢູ່​ນອກ​ແຄມ​ຝັ່ງ​ທະ​ເລ​ຂອງພູ​ເກັດບ່ອນ​ຕາກ​ອາກາດຂອງ​ໄທ ຊຶ່ງບໍ່​ໄດ້​ໄປ​ເຖິງ​ຈຸດໝາຍ​ຂອງ​ເຂົາ​ເຈົ້າ ​ນັ້ນກໍ​ຄືມາ​ເລ​ເຊຍ.

​ເຈົ້າ​ໜ້າ​ທີ່​ໄທ ​ໄດ້ເຂົ້າ​ໄປ​ຊ່ວຍເຮືອຊຶ່ງ​ໄດ້​ລ່ອງ​ລອຍ​ຢູ່​ໃນ​ທະ​ເລມາ​ເປັນ​ເວລາ 13 ວັນ
ແລ້ວນັ້ນ ​ແລະ​ໄດ້ໃຫ້ການບໍລິການ​ແກ່​ພວກ​ອົບ​ພະ​ຍົບ ດ້ວຍອາຫານ ​ແລະ​ເຄື່ອງ​ໃຊ້​ສອຍ​ຕ່າງໆ​ໃນ​ວັນ​ອັງຄານວານ​ນີ້. ​ແຕ່​ສື່​ມວນ​ຊົນ​ທ້ອງ​ຖິ່ນ ​ໄດ້​ລາຍ​ງານໃນ​ວັນ​ພຸດ​ມຶ້ນີ້ວ່າ ​ເຂົາ​ເຈົ້າ​ໄດ້​ຖື​ກຈັບ ​ແລະ​ສັ່ງ​ໃຫ້​ກັບ​ຄືນ​ໄປ​ມຽນມາ​ໂດຍ​ທາງ​ພື້ນດິ​ນ.

ທ່ານ Sunai Phasuk ນັກ​ຄົ້ນຄວ້າ​ຂັ້ນ​ສູງ ຂອງ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ​Human Rights Watch ກ່າວ​ຕໍ່ວີ​ໂອ​ເອວ່າ ​ລັດ​ຖະບານ​ໄທ ຄວນ​ທີ່​ຈະໂຈະ​ແຜນການ​ສົ່ງ​ກັບ​ຄືນ​ພວກອົບ​ພະ​ຍົບ ຈົນ​ກວ່າຫ້ອງການ ອົບ​ພະ​ຍົບຂອງສະສະ​ປະຊາ​ຊາດໄດ້​ມີ​ໂອກາດ​ພິຈາ
ລະນາວ່າ ​ເຂົາ​ເຈົ້າ​ມີ​ຂໍ້​ອ້າງທີ່​ຖືກຕ້ອງຊອບ​ທຳ​ຫຼືບໍ່​ ສຳລັບ​ການ​ຄຸ້ມ​ຄອງ​ໃນ​ດ້ານ​ນີ້​.

ທ່ານກ່າວ​ວ່າ ​ບັນດາເຈົ້າ​ໜ້າ​ທີ່​ໄທ ທີ່ຍັງ​ລັງ​ເລ​ໃຈຈະ​ຮັບເອົາ​ບັນດາ​ຄົນ​ງານ​ຕ່າງ​ດ້າວ
ຈາກປະ​ເທດ​ເພື່ອນ​ບ້ານ​ຕ່າງໆນັ້ນ ຕ້ອງ​ມີ​ນະ​ໂຍບາຍ​ທີ່​ດີ​ຂື້ນ ​ເພື່ອ​ຮັບ​ມືກັບ​ພວກ​ທີ່​ຫຼົບໜີ​ມາ​ທາງ Ivorty Coast ເຮືອ.