ຄະນະລັດຖະບານທີ່ນຳພາໂດຍທະຫານຂອງໄທ ອາດຈະຕົກລົງກັນຢ່າງເປັນທາງການໂດຍໄວເທົ່າທີ່ຈະໄວໄດ້ໃນສັບປະດາໜ້ານີ້ ກ່ຽວກັບການເຂົ້າເປັນສະມາຊິກກຸ່ມການຄ້າພາຄີຂ້າມມະຫາສະມຸດປາຊິຟິກ ຫຼັງຈາກທີ່ໄດ້ຮັບສັນຍານຢ່າງຈະແຈ້ງ ຈາກສະມາຊິກ ໃນຄະນະລັດຖະບານ ໃນການໃຫ້ການສະໜັບສະໜຸນ ຕໍ່ການເຂົ້າຮ່ວມກຸ່ມການຄ້າທີ່ໃຫຍ່ທີ່ສຸດໃນປະຫວັດສາດ.
ຮອງນາຍົກລັດຖະມົນຕີຂອງໄທ ທ່ານ ສົມຄິດ ຈະຕຸສຣີພິທັກ ໄດ້ກ່າວກັບຜູ້ນຳ ທຸລະກິດຊາວຍີ່ປຸ່ນໃນນະຄອນໂຕກ່ຽວວ່າ ໄທຈະຮ້ອງຂໍໃຫ້ຍີ່ປຸ່ນສະໜັບສະໜຸນ ຕໍ່ການເຂົ້າຮ່ວມກຸ່ມການຄ້າທີ່ນຳພາໂດຍສະຫະລັດ ໃນເວລາທີ່ມີການພິຈາລະນາຮັບເອົາສະມາຊິກເພີ່ມຕື່ມ ໃນປີ 2018.
ນາຍົກລັດຖະມົນຕີ ປຣະຍຸດ ຈັນ-ໂອຊາ ຕຽມຕົວ ກ່ອນກອງປະຊຸມສຸດຍອດ (ASEAN) ທີ່ນະຄອນ Kuala Lumpur, Malaysia, 21 ພະຈິກ, 2015.
ລັດຖະມົນຕີກະຊວງພານິດ ທ່ານນາງ Apiradi Tantraporn ຜູ້ນຳພາຄະນະກຳມະການກະກຽມການເຂົ້າຮ່ວມພາຄີຂ້າມມະຫາສຸມຸດປາຊິຟິກ ໄດ້ກ່າວເພີ່ມໃນວັນອັງຄານຜ່ານມານີ້ວ່າ ຣາດຊະນາຈັກ ຈຳເປັນທີ່ຈະປັບປຸງການແຂ່ງຂັນໃດໆ ເພື່ອຕຽມພ້ອມ ໃນການເຂົ້າຮ່ວມກຸ່ມການຄ້າທີ່ວ່ານີ້. ຫຼັງຈາກທີ່ໄດ້ຢ້ຽມຢາມນະຄອນຫຼວງວໍຊີງຕັນ ໃນເດືອນເມສາຜ່ານມານີ້ ທ່ານນາງ Apiradi ໄດ້ກ່າວວ່າ ລັດຖະບານສະຫະລັດ ໄດ້ສົ່ງເສີມໃຫ້ໄທ ດັດແກ້ ກົດໝາຍແລະລະບຽບການຕ່າງໆ ໃນຫຼາຍໆພາກສ່ວນ ຖ້າຫາກໄທຕ້ອງການຢາກເຂົ້າຮ່ວມໃນກຸ່ມການຄ້ານີ້.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໃນຂະນະທີ່ເຂົ້າຮ່ວມກອງປະຊຸມ ຄຳຖາມຄຳຕອບ ພົບປະກັບ ພວກຊາວໜຸ່ມເອເຊຍ (YSEALI) ໃນ Ho Chi Minh City, ຫວຽດນາມ, 25 ພຶດສະພາ, 2016.
ນັກການທູດໄທ ທ່ານ Jesda Tivayanond ປະຈຳສຳນັກງານນາຍົກລັດຖະມົນຕີ ໄດ້ກ່າວຕໍ່ VOA ໃນວັນພຸດວານນີ້ວ່າ ນາຍົກລັດຖະມົນຕີ Prayuth Chan-ocha ຈະພົບປະໃນສັບປະດາໜ້າ ກັບຄະນະທີ່ປຶກສາເສດຖະກິດນາໆຊາດຂອງທ່ານ ເພື່ອສົນທະນາຫາລືກ່ຽວກັບການຍື່ນໃບສະໝັກເຂົ້າເປັນສະມາ ຊິກໃນກຸ່ມການຄ້າພາຄີຂ້າມມະຫາສຸມຸດປາຊິຟິກ.
ການຕັດສິນໃຈຢ່າງເປັນທາງການໂດຍຄະນະລັດຖະບານກ່ຽວກັບການເຂົ້າເປັນ ສະມາ ຊິກໃນກຸ່ມການຄ້າພາຄີຂ້າມມະຫາສະມຸດປາຊີຟິກ ຈະມີຂຶ້ນໃນການປະ ຊຸມໃນວັນທີ 8 ມິຖຸນາ ອີງຕາມເຈົ້າໜ້າທີ່ລັດຖະບານ.